ໃນທ້າຍເດືອນກໍລະກົດ 2020, ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງສິງ ແຂວງຫຼວງນໍ້າທາ, ໄດ້ເຄື່ອນໄຫວລາດຕະເວນພາຍໃນຂອບເຂດເມືອງ ສາມາດຈັບເປົ້າໝາຍຄ້າຂາຍຢາເສບຕິດ ຈໍານວນ 5 ຄົນ ພ້ອມຂອງກາງຢາບ້າ ຈໍານວນ 2.000 ກວ່າເມັດ.

ຮອ ຖາວອນ ພົມມະຈັນ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງສິງ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 29-30 ກໍລະກົດ 2020 ທີ່ຜ່ານມາ, ກອງບັນຊາການ ປກສ ເມືອງສິງ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະເຄື່ອນໄຫວກວດກາລາດຕະເວນ ເພື່ອຮັບປະກັນຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍພາຍໃນເມືອງ ທັງເປັນການສະກັດກັ້ນບັນຫາປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ. ໃນຂະນະລາດຕະເວນຢູ່ນັ້ນ, ສາມາດ ຈັບເປົ້າໝາຍຄ້າຂາຍຢາເສບຕິດໄດ້ 5 ຄົນ ຄື:

ທ້າວ ໃໝ່ ອາຍຸ 40 ປີ, ບ້ານຕາປ້າວ-ດອນປອຍ ມີຢາບ້າ 104 ເມັດ; ທ້າວ ລໍ ອາຍຸ 30 ປີ, ບ້ານ ຫ້ວຍແຂມ ຢາບ້າ 53 ເມັດ; ທ້າວ ແຮແພວ ອາຍຸ 37 ປີ, ທ້າວ ລະແມ ອາຍຸ 16 ປີ ແລະ ແພວແຮວ ອາຍຸ 11 ປີ ທັງ 3 ຢູ່ບ້ານນານ້ອຍ ພ້ອມຢາບ້າ 2.472 ເມັດ ລວມຂອງກາງຢາບ້າທັງໝົດ 2.629 ເມັດ.

ຜ່ານການສືບສວນ, ພວກກ່ຽວສາລະພາບວ່າ: ຢາບ້າຈໍານວນທັງໝົດ ໄດ້ໄປຊື້ຈາກກຸ່ມຄ້າ ຂາຍຢາເສບຕິດຢູ່ພາຍໃນເຂດເມືອງສິງ ໂດຍມີ ຈຸດປະສົງໄວ້ເສບ ແລະ ຂາຍຍ່ອຍໃຫ້ກຸ່ມເສບຢາເສບຕິດ; ຕໍ່ກັບຄະດີດັ່ງກ່າວ ປກສ ເມືອງ ໄດ້ສົ່ງຜູ້ຖືກຫາ ແລະ ຢາບ້າທັງໝົດໃຫ້ ປກສ ແຂວງດໍາເນີນຄະດີຂັ້ນຕໍ່ໄປ.