ເຈົ້່າໜ້າທີ່ພະແນກຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ປກສ ແຂວງບໍລິຄໍາໄຊ ໄດ້ກວດພົບຄູ່ຮັກຕ່າງສັນຊາດລັກແຕ່ງດອງກັບຄົນ ສປປ ລາວ, ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍລະຫວ່າງປະເທດ ພ້ອມທັງໃຫ້ໂອກາດຝ່າຍຊາຍ ເຮັດໜັງສືຂໍແຕ່ງດອງໃຫ້ຖືກຕ້ອງ ແຕ່ຍັງບໍ່ປະຕິບັດຕາມ ຈຶ່່ງໄດ້ກັກຕົວ ແລະ ສົ່ງກັບຄືນປະເທດ.

ເຈົ້າໜ້າທີ່ວິຊາສະເພາະ ໃຫ້ຮູ້ວ່າ: ໃນໄລ ຍະປີ 2009, ທ້າວ ມາລຸດ ອາຍຸ 38 ປີ, ຢູ່ບ້ານ ໂພນແພງ ເມືອງວານອນ ແຂວງສະກົນນະຄອນ ປະເທດໄທ ໄດ້ພົບຮັກກັບນາງ ເພັນ ອາຍຸ 30 ປີ, ບ້ານທົ່ງຮາບ ເມືອງປາກກະດິງ ແຂວງບໍລິຄໍາໄຊ ຕອນເປັນພະນັກງານຢູ່ຮ້ານຂາຍເຄື່ອງຢູ່ທີ່ສະກົນນະຄອນ. ຈາກນັ້ນ, ທັງສອງກໍໄດ້ຮັກແພງກັນແບບບ່າວ-ສາວ, ພາຍຫຼັງຄົບກັນໄດ້ພຽງ 1 ເດືອນ ຝ່າຍຊາຍໄດ້ພາຝ່າຍຍິງໄປຢາມຄອບຄົວ. ຈາກນັ້ນ, ມາກໍໄດ້ຢູ່ຮ່ວມ ກັນແບບຜົວ-ເມຍ.

ຕົກມາຮອດເດືອນ 2 ປີ 2010, ຝ່າຍຍິງໄດ້ພາຝ່າຍຊາຍລັກຂ້າມແດນລະຫວ່າງ ບ້ານຫົວ ຫາດ ( ຝັ່ງໄທ ) – ບ້ານນາຫຼວງ ( ຝັ່ງລາວ ) ແລ້ວໄປພັກຢູ່ເຮືອນຂອງຝ່າຍຍິງ ຈໍານວນ 1 ຄືນ. ມື້ຕໍ່ມາ, ກໍພາກັນລັກໄປຝັ່ງໄທ. ຕົກມາຮອດ ວັນທີ 4 ກໍລະກົດ 2011, ນາງ ເພັນ ໄດ້ຖືພາ ຈຶ່ງໄດ້ລັກຂ້າມມາ ສປປ ລາວ ຈຸດປະສົງມາລໍຖ້າເພື່ອເກີດລູກ; ມາຮອດວັນທີ 4 ຕຸລາ 2011, ນາງ ເພັນ ເກີດລູກຊາຍ 1 ຄົນ. ປັດຈຸບັນ, ລູກມີອາຍຸໄດ້ 9 ປີ, ພາຍຫຼັງເກີດທັງສອງກໍໄດ້ດໍາລົງຊີວິດຢູ່ບ້ານທົ່ງຮາບ ເມືອງປາກກະດິງ ແຂວງບໍລິຄໍາໄຊ.

ມາຮອດ ປີ 2017, ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງປາກກະດິງ ໄດ້ລົງກວດພົບເຫັນທ້າວ ມາລຸດ ຢູ່ກິນກັບພົນລະເມືອງລາວ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ຈັດສົ່ງຜູ້ກ່ຽວກັບຄືນປະເທດໄທ. ຫຼັງຈາກນັ້ນ, ຜູ້ກ່ຽວກໍໄດ້ໄປແລ່ນເອກະສານຂໍເຮັດໜັງສືຜ່ານແດນ ເພື່ອເຂົ້າມາ ສປປ ລາວ ດ່ານສາກົນປາກຊັນ ເພື່ອໄປຫາເມຍ ຢູ່ບ້ານທົ່ງຮາບ ໂດຍຜ່ານດ່ານຖືກຕ້ອງຕາມລະບຽບກົດໝາຍ. ຈົນມາຮອດວັນທີ 20 ສິງຫາ 2020, ເຈົ້າໜ້າທີ່ ປກສ ເມືອງປາກກະດິງ ໄດ້ເຊີນຜູ້ກ່ຽວໃຫ້ມາປະກອບເອກະສານຂໍແຕ່ງດອງ. ຜ່ານການກວດກາຜູ້ກ່ຽວ ບໍ່ໄດ້ປະກອບເອກະສານເທື່ອ ເຈົ້່າໜ້າທີ່ຈຶ່ງກັກຕົວ ເພື່ອສົ່ງກັບຄືນ ປະເທດ.

ທ້າວ ມາລຸດ ແມ່ນໄດ້ກະຜິດຕໍ່ດໍາລັດ ເລກທີ 198/ນຍ ລົງວັນທີ 19 ທັນວາ 1994 ວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ. ສະນັ້ນ, ໃນວັນທີ 31 ສິງຫາ 2020, ໄດ້ສົ່ງຕົວຜູ້ຖືກຫາກັບຄືນປະເທດ ລະຫວ່າງ ຮອ ຄໍາພັນ ພົມມົນຕີ ຮອງຫົວໜ້າດ່ານ ຕມ ສາກົນປາກຊັນ ແລະ ຮທ ຊັດໄຊ ສຸກງາມ ຮອງສາລະວັດຕໍາຫຼວດກວດຄົນເຂົ້າ-ອອກເມືອງ ດ່ານ ຕມ ສາກົນ ບຶງການ ປະເທດໄທ, ມີພະນັກງານວິຊາສະເພາະທັງສອງຝ່າຍເຂົ້າຮ່ວມ.