ສານຂັ້ນຕົ້ນນະຄອນຫຼວງວຽງຈັນ ນຳຄະດີ 2 ເລື່ອງ ມີ 2 ຈຳເລີຍ ຂຶ້ນມາພິຈາລະນາຕັດສິນ ໃນວັນທີ 20 ສິງຫາ ທີ່ຜ່ານມາ, ຂໍ້ຫາການມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າ. ໃນນີ້, ໂດຍໄດ້ຕັດສິນຈຳເລີຍ ເລື່ອງທີ 1 ຈຳຄຸກ 6 ປີ 6 ເດືອນ ປັບໃໝ 38.000.0000 ກີບ ແລະ ຈຳເລີຍ 2 ຕັດສິນ 3 ປີ ປັບໃໝ 10.000.000 ກີບ.

ຈຳເລີຍ 1 ຊື່ທ້າວ ສົມພົງ ຫຼື ພົງ ອາຍຸ 34 ປີ ບ້ານອຸດົມຜົນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຖືກດຳເນີນຄະດີມາແຕ່ວັນທີ 17 ມິຖຸນາ 2019. ຜ່ານການດຳເນີນຄະດີ ຈຳເລີຍສາລະພາບວ່າ: ປີ 2007, ເລີ່ມເສບຢາເສບຕິດປະເພດຢາບ້າຢາບ້າຊື້ນໍາໄວລຸ້ນບໍ່ຮູ້ຊື່ ທີ່ຂາຍຢູ່ທາງເຂົ້າບ້ານອຸດົມຜົນ ຄັ້ງລະ 1-4 ເມັດ. ມາເດືອນເມສາ 2019, ໄດ້ຮູ້ຈັກກັບ ທ້າວ ທອງໄຊ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ ໂດຍໄດ້ຊື້ຢາບ້ານໍາຫຼາຍ ຄັ້ງ ຄັ້ງລະ 1-2 ເມັດ. ນອກຈາກນັ້ນ, ທ້າວ ທອງໄຊ ແລະ ຈຳເລີຍໄດ້ເສບຢາບ້າຮ່ວມກັນຫຼາຍຄັ້ງທີ່ເຮືອນຂອງ ທ້າວ ທອງໄຊ.
ວັນທີ 13 ມິຖຸນາ 2019 ຈຳເລີຍ ໄດ້ໄປຊື້ຢາບ້ານໍາ ທ້າວ ທອງໄຊ ຈໍານວນ 2 ເມັດ. ພາຍ ຫຼັງໄດ້ຢາບ້າແລ້ວ ກໍເອົາໄປ ເສບຢູ່ຫ້ອງນໍ້າໃນເຮືອນ ເມື່ອເສບໝົດ ທ້າວ ທອງໄຊ ໄດ້ແນະນໍາໃຫ້ ທ້າວ ສົມພົງ ລອງເອົາຢາບ້າໄປຂາຍ. ໃນເບື້ອງຕົ້ນ, ຈຳເລີຍ ຮັບເອົາຢາບ້າ 2 ຖົງນ້ອຍ (ຖົງລະ 200 ເມັດ) ເມື່ອຮັບຢາບ້າມາແລ້ວ ໄດ້ເກັບຮັກສາໄວ້ໃນຖົງໂສ້ງປະໄວ້ໃນ ຫ້ອງນອນ ແລ້ວອອກໄປເຮັດວຽກປົກກະຕິ. ມາຮອດວັນທີ 17 ມິຖຸນາ 2019, ທ້າວ ທອງໄຊ ໄດ້ໂທລະສັບຫາ ບອກວ່າ: ໃຫ້ເອົາຢາບ້າຈຳນວນ 2 ຖົງນ້ອຍມາຄືນໃຫ້ໂດຍ ທ້າວ ທອງໄຊ ໄດ້ໄປຖ້າຢູ່ເສັ້ນທາງແຖວບ້ານດົງໝາກຄາຍ ຈຳເລີຍ ຍ່າງອອກໄປຫາພ້ອມກັບຢາບ້າ ຈຶ່ງຖືກເຈົ້າໜາທີ່ຈັບຕົວພ້ອມຂອງກາງຢາບ້າດັ່ງກ່າວມາດໍາເນີນຄະດີ.

ສ່ວນຈຳເລີຍທີ່ 2 ຊື່ ທ້າວ ສົມພອນ ຫຼື ປ້ອມ ອາຍຸ 33 ປີ ຢູ່ບ້ານທົ່ງ ພານທອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຖືກກັກຕົວວັນທີ 19 ສິງຫາ 2019 ແລະ ມີເນື້ອໃນຄະດີດັ່ງນີ້: ວັນທີ 24 ມັງກອນ 2018, ຈຳເລີຍ ເລີ່ມເສບຢາບ້າ ແລະ ເຄີຍຖືກດໍາເນີນຄະດີ ໃນສະຖານການມີຢາເສບຕິດໄວ້ໃນຄອບຄອງເພື່ອເສບປະເພດຢາບ້າ ຖືກສານຕັດສິນ 1 ປີ ພາຍຫຼັງພົ້ນໂທດວັນທີ 23 ມີນາ 2019 ຈຳເລີຍ ໄດ້ກັບມາຢູ່ເຮືອນ ແລະ ຂາຍເຄື່ອງຊ່ວຍແມ່ຢູ່ຕະຫຼາດທົ່ງພານທອງເປັນປົກກະຕິ ເວລາຜ່ານຮອດເດືອນເມສາ 2019 ຈຳເລີຍ ແມ່ນບໍ່ສາມາດຕັດສິນຈາກພຶດຕິກຳເສບຢາເສບຕິດ ຈຶ່ງຫັນໜ້າກັບໄປເສບມັນອີກ. ຄັ້ງນີ້,ແມ່ນຊື້ຢາບ້ານຳໄວລຸ້ນທີ່ຂາຍຢູຮ້ານເກມ ເຂດບ້ານທົ່ງພານທອງ ຄັ້ງລະ 1-2 ເມັດ ເເລະ ເອົາຫ້ອງນໍ້າຂອງຮ້ານເກມເປັນບ່ອນເສບ; ຕໍ່ມາວັນທີ 19 ສິງຫາ 2019, ໄປຊື້ຢາບ້າຢູ່ຮ້ານ ເກມບ່ອນເກົ່າ ຈຳນວນ 22 ເມັດ ເສບເອງ 1 ເມັດ. ຈາກນັ້ນ, ກໍຖືກເຈົ້າໜ້າທີ່ ກັກຕົວພ້ອມຂອງກາງ 21 ເມັດ ມາດໍາ ເນີນຄະດີ. ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ, ພາວະວິໄສແລ້ວ ສາ ມາດສະຫຼຸບ ແລະ ວິນິດໄສໄດ້ວ່າ: ການກະທຳຂອງພວກຈຳເລີຍ ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງ 2 ຈຳເລີຍ ເປັນການກະທໍາຜິດທາງອາຍາໃນຂໍ້ຫາການມີຢາເສບຕິດໄວ້ໃນຄອບຄອງປະເພດຢາບ້າທີ່ແຕະຕ້ອງເຖິງເສດຖະກິດຂອງຊາດ, ທັງເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ມາດຕາ 315.

ເປັນການກະທໍາຜິດໂດຍເຈດຕະນາ ເນື່ອງຈາກວ່າ ພວກຈຳເລີຍ ຮູ້ດີວ່າ ການມີຢາເສບຕິດໄວ້ໃນຄອບຄອງເປັນສິ່ງທີ່ຜິດກົດໝາຍຫ້າມຜະລິດ, ປຸງແຕ່ງ, ມີໄວ້ຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງໂດຍເດັດຂາດ ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ຄະນະສານ ຈຶ່ງລົງໂທດຕັດສິນຈຳຄຸກ ທ້າວ ສົມພົງ ຫຼື ພົງ (ຈຳເລີຍ 1) 6 ປີ 6 ເດືອນ ປັບໃໝ 38.000.000 ກີບ ແລະ ຕັດສິນ ທ້າວ ສົມພອນ ຫຼື ປ້ອມ(ຈຳເລີຍ 2 ) ຈຳຄຸກ 3 ປີ ປັບໃໝ 10.000.000 ກີບ.