ກອງປະຊຸມຄົບຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ

0
1277

ກະຊວງ ປກສ ໄດ້ເປີດກອງປະຊຸມຄົບຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ເພື່ອປຶກສາຫາລືໃສ່ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກາງສະໄໜ ຂອງ ກະຊວງ ປກສ 10 ປີ ຄັ້ງທີ II (2016-2025) ໃນວັນທີ 31 ສິງຫາ 2020, ເປັນປະທານໂດຍ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ປະທານຄະນະກຳມະການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ມີບັນດາຄະນະພັກ, ຄະນະບັນຊາຫ້ອງວ່າການ, ກົມໃຫຍ່, ກົມ, ກອງບັນຊາການ ແລະ ວິທະຍາຄານອ້ອມຂ້າງ ກະຊວງ ປກສ ເຂົ້າຮ່ວມ.

ພົຕ ປອ ສົມຫວັງ ທຳມະສິດ ກ່າວວ່າ:

ໃນໄລຍະຜ່ານມາ, ພັກ-ລັດຖະບານ ໄດ້ເອົາໃສ່ໃຈໃຫ້ຄວາມສຳຄັນຕໍ່ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ຈຳເປັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ສຳລັບ ກະຊວງປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດຖະບານ ໃນການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ກະຊວງປ້ອງກັນຄວາມສະຫງົບ ໃນແຕ່ລະໄລຍະ.

ປັດຈຸບັນ ໄດ້ປັບປຸງໂຄງຮ່າງການຈັດຕັ້ງ ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງປ້ອງກັນຄວາມສະຫງົບ 23 ທ່ານ, ຂັ້ນຫ້ອງວ່າການ, ກົມໃຫຍ່, ກົມ, ກອງ ແລະ ວິທະຍາຄານອ້ອມຂ້າງ ກະຊວງ ປກສ ຈໍານວນ 87 ທ່ານ ແລະ ຂັ້ນແຂວງຈຳນວນໜຶ່ງ.

ຜ່ານການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ 10 ປີ ຄັ້ງທີ II (2016-2025) ເຫັນໄດ້ວ່າ ພະນັກງານເພດຍິງ ໃນກໍາລັງປ້ອງກັນຄວາມສະຫງົບ ໄດ້ມີສ່ວນຮ່ວມໃນການປະກອບສ່ວນທຸກໜ້າທີ່ວຽກງານ ເຊິ່ງສະແດງອອກໃນສະຖິຕິໃນແຕ່ລະປີ ພະນັກງານເພດຍິງໄດ້ຖືກສ້າງ, ບັນຈຸ ແລະ ຊັບຊ້ອນເຂົ້າໃນຕຳແໜ່ງຂັ້ນຕັດສິນບັນຫາສໍາຄັນຫຼາຍຂຶ້ນ ແລະ ໄດ້ຮັບເງື່ອນໄຂໄປຍົກລະດັບວິຊາສະເພາະ, ທິດສະດີການເມືອງທັງພາຍໃນ ແລະ ຕ່າງປະເທດເປັນຈໍານວນຫຼວງຫຼາຍ, ຄະນະພັກ-ຄະນະນຳ ກະຊວງປ້ອງກັນຄວາມສະຫງົບ ຍາມໃດກໍໃຫ້ຄວາມສຳຄັນຕໍ່ກັບວຽກງານດັ່ງກ່າວ ເພື່ອຮັບປະກັນສິດ ແລະ ການພັດທະນາຄວາມສະເໝີພາບຍິງ-ຊາຍ ໃນກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມຮັບຮູ້, ເຂົ້າໃຈຫຼາຍຂຶ້ນ.

ພ້ອມດຽວກັນນີ້, ພັອ ກຽງຄຳ ອິນແພງທະວົງ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ  ຮອງປະທານຄະນະກຳມະການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ຜ່ານຂໍ້ຕົກລົງ ດັ່ງນີ້:

  • ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງປະທານຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງ ປກສ ສະບັບເລກທີ 697/ປກສ ລົງວັນທີ 25 ມີນາ 2020
  • ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະກຳມາທິການເພື່ອຄວາມເດັກກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງ ປກສ ສະບັບເລກທີ 1172 ປກສ ລົງວັນທີ 16 ມິຖຸນາ 2020
  • ຂໍ້ຕົກລົງ ວ່າດ້ວຍ ການແຕ່ງແຕ່ງຕັ້ງຄະນະກາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຫ້ອງວ່າການ, ກົມໃຫຍ່, ກົມ, ກອງບັນຊາການ ແລະ ວິທະຍາຄານອ້ອມຂ້າງ ກະຊວງ ປກສ ສະບັບເລກທີ່ 04/ຄກມດ.ປກສ ລົງວັນທີ 13 ສິງຫາ 2020
  • ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດກາງສະໄໝຂອງແຜນຍຸດທະທະສາດ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກະຊວງ ປກສ 10 ປີ ຄັ້ງທີ II 2016-2025
  • ຄຳຖາມເຈາະຈີ້ມກ່ຽວກັບ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ການປະກອບຄຳເຫັນໃສ່ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດ ກາງສະໄໝ ຂອງ ແຜນຍຸດທະສາດ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ 10 ປີ ຄັ້ງທີ II (2016-2025)