ມອບເຄື່ອງ ຊ່ວຍເຫຼືອໃຫ້ພະນັກງານທີ່ຖືກຜົນກະທົບຈາກອັກຄີໄພ
ມອບເຄື່ອງ ຊ່ວຍເຫຼືອໃຫ້ພະນັກງານທີ່ຖືກຜົນກະທົບຈາກອັກຄີໄພ

ໃນວັນທີ 3 ກັນຍາ 2020, ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງຄຳມ່ວນ ນຳໂດຍ ພັທ ແສງສຸລີ ແກ້ວກົງຍັນ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ພ້ອມດ້ວຍຄະນະ ມອບເຄື່ອງ ວັດຖຸອຸປະກອນທີ່ຈຳເປັນໃນການປຸກສ້າງເຮືອນ ໃຫ້ພະນັກງານ-ນັກຮົບພາຍໃນກຳລັງ ທີ່ຖືກຜົນກະທົບຈາກອັກຄີໄພ (ໄຟ ໄໝ້ເຮືອນ ) ໃນຄັ້ງວັນທີ 2 ກັນຍາ 2020 ຜ່ານມານີ້.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ມີ: ກະເບື້ອງຈຳນວນ 100 ແຜ່ນ ພ້ອມດ້ວຍຊຸດເຄື່ອງນອນຈຳນວນໜຶ່ງ ລວມມູນຄ່າ ໃນການຊ່ວຍເຫຼືອຄັ້ງນີ້ 3.000.000 ກວ່າກີບ; ເປັນກຽດກ່າວມອບໂດຍ ພັທ ແສງສຸລີ ແກ້ວກົງຍັນ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ກ່າວຮັບໂດຍ ຮອ ພູວຽງ ພຸດທະວົງ ຮອງຫົວໜ້າສຳນັກງານກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ໂດຍມີອຳນາດການປົກຄອງບ້ານຊຽງແຫວນ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກອງພັນ ປ້ອງກັນເຄື່ອນທີ່ ປກສ ແຂວງ ເຂົ້າຮ່ວມມອບເຄື່ອງໃນຄັ້ງນີ້.

ໃນໂອກາດດັ່ງກ່າວ, ຮອ ພູວຽງ ພຸດທະວົງ ຮອງຫົວໜ້າສຳນັກງານກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ກໍໄດ້ກ່າວ ສະແດງຄວາມຂອບໃຈ ແລະ ສະແດງຮູ້ບຸນຄຸນເປັນຢ່າງສູງມາຍັງຄະນະກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ທີ່ ເຫັນໄດ້ເຖິງຄວາມຂາດເຂີນ ແລະ ຄວາມຈຳເປັນທາງດ້ານວັດຖຸອຸປະກອນຮັບໃຊ້ຕ່າງໆໃນການປູກສ້າງເຮືອນຄືນໃໝ່.