ປກສ ແຂວງສະຫວັນນະເຂດ ປະກາດເລື່ອນຊັ້ນ-ສັບຊ້ອນພະນັກງານ-ນັກຮົບ

0
1731

ໃນວັນທີ 3 ກັນຍາ 2020, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ ພ້ອມທັງປະກາດສັບຊ້ອນພະນັກງານ-ນັກຮົບ ທີ່ສຳເລັດການສຶກສາຈາກ ສະຖາບັນການສຶກສາ ຂອງ ກຳລັງປ້ອງກັນຄວາມສະຫງົບ, ເປັນປະທານໂດຍ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຄະນະພັກ, ຄະນະບັນຊາ, ຄະນະຫ້ອງ, ຄະນະພະແນກ, ກອງພັນປ້ອງກັນເຄື່ອນທີ່, ໂຮງຮຽນ ປກສ ຊັ້ນສູງ ເລກ 3, ປກສ ເມືອງ ທົ່ວແຂວງ ແລະ ພະນັກງານ-ນັກຮົບ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ແລະ ສັບຊ້ອນ ເຂົ້າຮ່ວມ.

ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ

ພັທ ຄໍາຜາຍ ຄູນລາດສຸວັນນະວົງ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1620, 1619/ປກສ ລົງວັນທີ 14 ສິງຫາ 2020, ຂໍ້ຕົກລົງຂອງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 2807/ກມປສ ລົງວັນທີ 6 ສິງຫາ 2020 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ຂໍ້ຕົກລົງຂອງ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສະບັບເລກທີ 380/ປກສ.ສຂ ລົງວັນທີ 31 ພຶດສະພາ 2020 ວ່າດ້ວຍ ການເລື່ອນຊັ້ນໃຫ້ພົນຕໍາຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ. ໃນນີ້, ມີຜູ້ທີ່ໄດ້ຮັບເລື່ອນຊັ້ນທັງໝົດ ຈໍານວນ 141 ສະຫາຍ ຍິງ 26 ສະຫາຍ ແລະ ປະດັບຊັ້ນໂດຍ ພັອ ສົມໝາຍ ພົມມະຈັນ ເຊິ່ງມີລາຍລະອຽດດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 21 ສະຫາຍ ຍິງ 1 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 51 ສະຫາຍ ຍິງ 11 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 33 ສະຫາຍ ຍິງ 8 ສະຫາຍ
  • ວາທີຮ້ອຍຕີ ຂຶ້ນ ຮ້ອຍຕີ 10 ສະຫາຍ ຍິງ 1 ສະຫາຍ
  • ສິບເອກ ຂຶ້ນ ວາທີຮ້ອຍຕີ 19 ສະຫາຍ ຍິງ 4 ສະຫາຍ
  • ສິບໂທ ຂຶ້ນ ສິບ ເອກ 6 ສະຫາຍ ຍິງ 1 ສະຫາຍ
  • ສິບຕີ ຂຶ້ນ ສິບໂທ 1 ສະຫາຍ 

ພ້ອມນີ້, ຍັງໄດ້ປະກາດສັບຊ້ອນພະນັກງານ-ນັກຮົບທີ່ສຳເລັດການສຶກສາຈາກ ສະຖາບັນການສຶກສາ ໂຮງຮຽນ ປກສ ຊັ້ນສູງ ເລກ 3 ຂອງກໍາລັງປ້ອງກັນຄວາມສະຫງົບ ຈຳນວນ 101 ສະຫາຍ ຍິງ 9 ສະຫາຍ ໃຫ້ບັນດາ ປກສ 14 ເມືອງ 1 ນະຄອນ ແລະ ກົມກອງອ້ອມຂ້າງ ກອງບັນຊາການ ປກສ ແຂວງ.

ໂອກາດດັ່ງກ່າວ, ພັອ ສົມໝາຍ ພົມມະຈັນ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາພະນັກງານທີ່ໄດ້ຮັບການເລື່ອນຊັ້ນ ແລະ ສັບຊ້ອນໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ພ້ອມກັນເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້, ສະຕິຕໍ່ການຈັດຕັ້ງປະຕິບັດລະບຽບວິໄນ, ລະບຽບກົດໝາຍຂອງລັດວາງອອກ ຢ່າງເຂັ້ມງວດ ທັງຮັກສາຄວາມສາມັກຄີພາຍໃນເປັນເອກະພາບກັນ ເພື່ອຮັບປະກັນເຮັດໜ້າທີ່ວຽກງານການເມືອງທີ່ພັກ-ລັດມອບໝາຍໃຫ້, ເອົາໃຈໃສຝຶກຝົນຫຼ່ໍຫຼອມ, ຊອກຮູ້ຄົ້ນຄວ້າ ເພື່ອຍົກສູງຄວາມຮູ້ຄວາມສາມາດທາງດ້ານທິດສະດີການເມືອງ, ວິຊາສະເພາະ ແລະອື່ນໆ ເພື່ອຮັບປະກັນໜ້າທີ່ວຽກງານໃຫ້ໄດ້ຮັບຜົນສູງສຸດ.