ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຣິຄາດາ ເຣເຈີ (Ricarda Rieger) ຜູ້ຕາງໜ້າ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ຄົນໃໝ່ ພ້ອມດ້ວຍຄະນະ ໃນວັນທີ 4 ກັນຍາ 2020 ເນື່ອງໃນໂອກາດທີ່ມາຮັບໜ້າທີ່ໃໝ່ ປະຈຳຢູ່ ສປປ ລາວ.

ທ່ານ ປອ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ຄົນໃໝ່ ພ້ອມທັງສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຕໍ່ ສປປ ລາວ ໃນລະຍະຜ່ານມາ, ໂດຍສະເພາະ ວຽກງານດ້ານການສຶກສາ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ດ້ານອື່ນໆ. ນອກນັ້ນ, ຍັງໄດ້ສະໜັບສະໜູນການໂຄສະນາເຜີຍແຜ່ການປ້ອງກັນ ແລະ ຕ້ານພະຍາດລະບາດ Covid-19 ພ້ອມທັງການສະໜັບສະໜູນແກ່ ອົງການກວດສອບແຫ່ງລັດ ໃນການພັດທະນາຄວາມເຂັ້ມແຂງໃຫ້ກັບ ອົງການກວດສອບແຫ່ງລັດ ເປັນຕົ້ນແມ່ນ: ວຽກງານການຝຶກອົບຮົມ ແລະ ສຳມະນາຕ່າງໆ.

ໃນໂອກາດນີ້, ທ່ານປະທານອົງການກວດສອບແຫ່ງລັດ ໄດ້ອວຍພອນໃຫ້ ທ່ານຜູ້ຕາງໜ້າ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ລາວ ຄົນໃໝ່ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຢູ່ລາວ.

ຂະນະດຽວກັນ, ທ່ານ ນາງ ຣິຄາດາ ເຣເຈີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານປະທານອົງການກວດສອບແຫ່ງລັດ ແລະ ຢືນຢັນວ່າ ຈະໃຫ້ການຮ່ວມມືຕໍ່ກັບ ອົງການກວດສອບແຫ່ງລັດ ໃຫ້ນັບມື້ນັບມີໝາກຜົນຫຼາຍຂຶ້ນ.