ທ້າວ ສໍາລານ ອາຍຸ 25 ປີ ຢູ່ບ້ານໂຊກໃຫຍ່ ແລະ ທ້າວ ຄໍາສີ ອາຍຸ 25 ປີ ຢູ່ບ້ານໂນນສະຫວັນ ທັງ 2 ບ້ານຂຶ້ນກັບເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ຈັບຕົວໃນວັນທີ 7 ກັນຍານີ້ ຂໍ້ຫາລັກງາຊ້າງຈໍານວນ 2 ຄູ່ ໄປດຳເນີນຄະດີ. ຜູ້ຖືກຫາທັງສອງຄົນ ຮັບສາລະພາບວ່າ: ປີ 2018 ໄດ້ເຄື່ອນໄຫວເສບຢາບ້າ ໂດຍເສບຄັ້ງລະ 2-3 ເມັດ ແລະ ຢາບ້າທີ່ຊື້ມາເສບແຕ່ລະຄັ້ງແມ່ນຊື້ຢູ່ຮ້ານເກມ ເຂດເມືອງໄຊເສດຖາ ແລະ ຊື້ນໍາໄວລຸ້ນບໍ່ຮູ້ຊື່. ຈາກນັ້ນ, ມາເດືອນມິຖຸນາ 2020 ທ້າວ ດໍາ ຢູ່ບ້ານໂຊກໃຫຍ່ ໄດ້ມາຫາທ້າວ ສໍາລານ ຢູ່ເຮືອນ ແລ້ວຊັກຊວນກັນໄປລັກຊັບພົນລະເມືອງ ໂດຍພາ ກັນຂີ່ລົດເລາະຕາມເສັ້ນທາງ. ພໍໄປຮອດເຂດບ້ານໄຊສະຫວ່າງ ເມືອງໄຊທານີ ເຮືອນວິນລາ 2 ຊັ້ນ ໄດ້ພາກັນເຂົ້າສັງເກດພົບວ່າ ບໍ່ມີຄົນຢູ່ເຮືອນ ຈຶ່ງພາກັນປີນກໍາແພງເຂົ້າໄປໄຂປະຕູເຮືອນ ທີ່ບໍ່ໄດ້ໃສ່ລ໋ອກ ພົບເຫັນງາຊ້າງຕິດໂຊຢູ່ໃນຝາເຮືອນ 1 ຄູ່ ຈຶ່ງພາກັນເອົາໄມ້ງັດເອົາງາຊ້າງດັ່ງກ່າວ ແລ້ວກັບອອກມານຳໄປຊຸກເຊື່ອງໄວ້ຢູ່ເຮືອນຂອງທ້າວ ສໍາລານ.

ມາເດືອນກໍລະກົດ 2020, ທ້າວ ດໍາ ແລະ ທ້າວ ຄໍາສີ ໄດ້ພາກັນມາຫຼິ້ນນໍາທ້າວ ສໍາລານ ຢູ່ເຮືອນ ແລະ ໄດ້ລົມກັນກ່ຽວກັບງາຊ້າງ ພ້ອມທັງຊວນກັນໄປລັກງາຊ້າງຢູ່ເຮືອນຫຼັງດັ່ງກ່າວອີກ ເມື່ອຕົກລົງກັນແລ້ວທັງ 3 ຄົນ ກໍໄດ້ພາກັນຂີ່ລົດຊ້ອນກັນໄປ; ເມື່ອໄປຮອດເຮືອນຫຼັງດັ່ງກ່າວ ກໍພາກັນປີນຮົ້ວເຂົ້າໄປງັດເອົາງາຊ້າງ 1 ຄູ່ ເມື່ອໄດ້ແລ້ວກໍນຳໄປໄວ້ເຮືອນທ້າວ ສໍາລານ ອີກ. ມາຮອດວັນທີ 27 ກໍລະກົດ, ທັງສອງຄົນ ກໍຖືກເຈົ້າໜ້າທີ່ກັກຕົວໄປດໍາເນີນຄະດີຕາມກົດໝາຍ ພ້ອມທັງເກັບກູ້ຄືນໄດ້ງາຊ້າງ ຈໍານວນ 2 ຄູ່ ສ່ວນທ້າວ ດໍາ ແມ່ນໄດ້ເອົາຕົວຫຼົບໜີ.

ນອກນີ້, ພວກກ່ຽວຍັງສາລະພາບຕື່ມອີກວ່າ: ໄລຍະຜ່ານມາ, ໄດ້ເຄື່ອນໄຫວລັກຊັບພົນລະເມືອງມາແລ້ວຫຼາຍຄັ້ງ ເຊິ່ງແຕ່ລະຄັ້ງແມ່ນໄດ້ເອົາໄປຂາຍໄດ້ເງິນຈໍານວນໜຶ່ງ ພາຍ ຫຼັງທີ່ໄດ້ເງິນມາແລ້ວ ກໍພາກັນນໍາໄປຊື້ຢາບ້າມາເສບ ແລະ ຈໍານວນໜຶ່ງກໍເອົາໄປຫຼິ້ນການພະນັນ-ເຕີມເຊີ້ຈົນໝົດ.