ຄະນະລັດຖະມົນຕີກະຊວງ ປກສ ຮັບຊົມການ ສະແດງ ສິລະປະວັນນະຄະດີ ຈາກກົມໂຄສະນາ ກົມໃຫຍ່ການເມືອງ ກະຊວງ ປກສ
ຄະນະລັດຖະມົນຕີກະຊວງ ປກສ ຮັບຊົມການ ສະແດງ ສິລະປະວັນນະຄະດີ ຈາກກົມໂຄສະນາ ກົມໃຫຍ່ການເມືອງ ກະຊວງ ປກສ

ກະຊວງ ປກສ ຈັດພິທີ ສະແດງ ສິລະປະວັນນະຄະດີ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຄັ້ງ V ຂອງກະຊວງ ປກສ ແລະ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ຂຶ້ນໃນວັນທີ 7 ກັນຍາ 2020;

ເຂົ້າຮ່ວມຊົມໂດຍ ພົທ ວິໄລ ຫຼ້າຄຳຟອງ  ລັດຖະມົນຕີກະຊວງ ປກສ, ມີບັນດາຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ຄະນະພັກກົມອ້ອມຂ້າງກະຊວງ, ກອງບັນຊາການນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດເຂົ້າຮ່ວມຊົມ.

ການສະແດງສິນລະປະວັນນະຄະດີ ຄັ້ງນີ້ມີທັງໝົດ 10 ລາຍການ ຄື: ລາຍການທີ 1 ບົດຟ້ອນຕໍາຫຼວດ ສະແດງໂດຍໝູ່ຍິງ-ຊາຍ; ລາຍການທີ 2 ບົດເພງພັກໄດ້ນຳພາ ແລະ ໃຕ້ຮົ່ມສີແດງ ຮອງໂດຍ ພັທ ວັນນະສັກ ທອງອຸໄທ ແລະ ຮອ ນາງ ໄກ່ແກ້ວ ຫຼ້າສິມມາ;

ລາຍການທີ 3 ບົດຟ້ອນ ທຳມະຊາດບ້ານນາ ສະແດງໂດຍໝູ່ຍິງ-ຊາຍ; ລາຍການທີ 4 ບົດເພງ ພູມໃຈໃນໜ້າທີ່ ແລະ 60 ປີມີໄຊ ຮອງໂດຍ ຊັ້ນ II ຂັນທອງ ອິນຕະພັນ ແລະ ໝູ່ຊາຍ, ລາຍການທີ 5 ບົດຟ້ອນ ຈະລາຈອນເພື່ອປະຊາຊົນ ສະແດງໂດຍໝູ່ຍິງຊາຍ.

ສຳລັບລາຍການທີ 6 ດ່ຽວແຄນ ແລະ ລໍາສີພັນດອນ ( ປກສ 60 ປີ ມີໄຊ) ສະແດງໂດຍ ທ້າວ ຈັນທະລັງສີ ນາຕາບຸດ ແລະ ຮ້ອງໂດຍ ຮທ ຂາວພອນ ສຸວັນນະຈັນ; ລາຍການທີ 7 ລະຄອນສັ້ນ (ເພື່ອຄວາມສະຫງົບ);

ຂັບຍວນ ແລະ ລໍາເພີນ (ສຽງເຕືອນຈາກສາວຈະລາຈອນ) ສະແດງໂດຍໝູ່ຍິງ-ຊາຍ, ຂັບລຳໂດຍ ຮຕ ນາງ ປານແດງ ໝື່ນໄກສອນ ແລະ ຮ້ອງໂດຍ ຮທ ນາງ ອ້ອມ ມະນີວົງ; ລາຍການທີ 8 ພູມໃຈໃນໜ້າທີ່ ສະແດງໂດຍໝູ່ຍິງ-ຊາຍ, ລາຍການທີ 9 ບົດຂັບລຳ ລຳແຫຼ່ (ຈາກໄກເພາະໜ້າທີ່) ແລະ ບ້ານປອດຄະດີ ຮອງໂດຍ ສຕ ບຸນຄໍ້າ ພິມມະຈັນ ແລະ ໝູ່ຍິງ; ລາຍການທີ 10 ຟ້ອນປະສານຮ້ອງ (ຊົມເຊີຍກອງປະຊຸມໃຫຍ່) ສະແດງໂດຍໝູ່ຍິງ-ຊາຍ.