ວັນທີ 8 ກັນຍາ 2020, ການນໍາກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ພົທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ ໄດ້ວາງພວງມາລາຕໍ່ໜ້າອະນຸສາວະລີນັກຮົບນິລະນາມ ເນື່ອງໃນໂອກາດຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ທີ່ຈະໄຂຂຶ້ນໃນລະຫວ່າງວັນທີ 9-10 ກັນຍານີ້.

ການເຂົ້າວາງພວງມະລາຄັ້ງນີ້ ເພື່ອເປັນການສະແດງຄວາມເຄົາລົບຮັກ ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ ນໍ້າໃຈຕໍ່ສູ້ອັນພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບຸລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ເສຍສະລະຊີວິດເລືອດເນື້ອ ເພື່ອພາລະກິດປະຕິວັດ ແລະ ປົດປ່ອຍຊາດ, ເຊິ່ງພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ແລະ ການຕໍ່ສູ້ຢ່າງອົງອາດກ້າຫານຂອງປະຊາຊົນບັນດາເຜົ່າ.

ໃນໂອກາດດຽວກັນ, ການນຳກະຊວງ ປກສ ກໍໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອສະແດງເຖິງຄວາມຮູ້ບຸນຄຸນ, ຄຸນງາມຄວາມດີຂອງທານປະທານໄກສອນ ພົມວິຫານ ທີ່ລູກຫຼານທຸກຄົນ ກໍຄືພະນັກງານການນຳຮຸ່ນສືບທອດ ຈະຈົດຈຳຜົນງານຄຸນງາມຄວາມດີຂອງທ່ານໄວ້ຕະຫຼອດໄປ.