ກະຊວງ ປກສ ຈັດກອງປະຊຸມຜ່ານແຜນແມ່ບົດປ້ອງກັນກອງປະຊຸມ ງານສຳຄັນຕ່າງໆຂອງພັກ-ຂອງຊາດ ທ້າຍປີ 2020-2021

0
2220

ໃນວັນທີ 8 ກັນຍາ 2020 ນີ້, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມ ເພື່ອມອບໝາຍໜ້າທີ່ໃຫ້ບັນດາກົມ-ກອງ ອ້ອມຂ້າງ ກະຊວງ, ກອງບັນຊາການ ປກສ ແຂວງ ທົ່ວປະເທດ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ພົທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ຄະນະພັກ, ຄະນະບັນຊາຫ້ອງການ ປກຊ-ປກສ ສູນກາງ, ບັນດາກົມໃຫຍ່, ຫ້ອງວ່າການ, ກົມ-ກອງ ອ້ອມຂ້າງ ກະຊວງ, ກອງບັນຊາການ ປກສ ແຂວງ ທົ່ວປະເທດ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານບັນດານິຕິກໍາຂອງ ກົມການເມືອງສູນກາງພັກ ແລະ ນິຕິກໍາຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການແຕ່ງຕັ້ງຄະນະຊີ້ນໍາລະດັບຊາດ ແລະ ຄະນະຊີ້ນໍາບັນຊາກໍາລັງປ້ອງກັນຄວາມສະຫງົບ ເພື່ອກະກຽມປ້ອງກັນກອງປະຊຸມ, ງານສໍາຄັນຕ່າງໆຂອງພັກ-ຂອງຊາດ ໃນທ້າຍປີ 2020-2021.

ໃນພິທີ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຜ່ານແຜນມອບໝາຍໜ້າທີ່ໃຫ້ກໍາລັງ ປກສ ທົ່ວປະເທດ ເພື່ອນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານ ປກສ ເຮັດໃຫ້ສູນກາງ ແລະ ທ້ອງຖິ່ນ ມີຄວາມສະຫງົບປອດໄພຮອບດ້ານ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງ ປກສ ກໍໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈແຜນແມ່ບົດດັ່ງກ່າວນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ໃນກົມກອງທີ່ຕົນຮັບຜິດຊອບ ໃຫ້ມີຜົນສຳເລັດ, ມີປະສິດທິພາບປະສິດທິຜົນສູງສຸດ ເປັນຕົ້ນແມ່ນ:

ເອົາໃຈໃສ່ວຽກງານສືກສາອົບຮົມການເມືອງແນວຄິດ ຕິດພັນກັບ ວຽງການວິຊາສະເພາະ ໃຫ້ຄະນະພັກ, ພະນັກງານ-ນັກຮົບ ຢ່າງຕໍ່ເນື່ອງລຽນຕິດ, ປຸກລະດົມໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງແຂງແຮງຮອບດ້ານ, ເອົາໃຈໃສ່ລົງກໍ່ສ້າງຮາກຖານການເມືອງ, ສຸມໃສ່ປະຈຳການຕະຫຼອດ 24 ຊົ່ວໂມງ, ສືບຕໍ່ເກັບກຳສະພາບການທີ່ອາດຈະເກີດຂຶ້ນ ໃຫ້ທັນກັບສະພາບການ ແລະ ພ້ອມກັນເອົາໃຈໃສ່ລົງຊຸກຍູ້ກຳລັງ ໃຫ້ປະຕິບັດໜ້າທີ່ເປັນກະຕິ. ທັງນີ້, ກໍເພື່ອເຮັດໃຫ້ປະເທດຊາດ ກໍຄື ສັງຄົມໃນຂອບເຂດທົ່ວປະເທດ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຮ້ອຍສ່ວນຮ້ອຍ.