ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 9 ກັນຍາ 2020, ເຊິ່ງຈະດຳເນີນໄປຮອດວັນທີ 10 ກັນຍາ 2020 ພາຍໃຕ້ການເປັນປະທານຂອງສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນ ກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ປກສ; ເປັນກຽດເຂົ້າຮ່ວມໂດຍສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະຫາຍພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ສະຫາຍຜູ້ແທນສົມບູນ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ.

            ໃນກອງປະຊຸມໃຫຍ່, ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ IV ທີ່ສະເໜີໂດຍ ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ປກສ; ໂດຍຍົກໃຫ້ເຫັນ ໄລຍະ 5 ປີຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາຂອງສູນກາງພັກ, ຄະນະພັກຂັ້ນຕ່າງໆຂອງກຳລັງປ້ອງກັນຄວາມສະຫງົບ ໄດ້ຜ່ານຜ່າສິ່ງທ້າທາຍທົດສອບນາໆປະການ ແລະ ພ້ອມກັນສູ້ຊົນຍາດໄດ້ຜົນງານໃຫຍ່ຫຼວງຫຼາຍດ້ານ; ເປັນຕົ້ນແມ່ນວຽກງານປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍປອດໄພທາງສັງຄົມ, ວຽກງານກໍ່ສ້າງ-ປັບປຸງພັກ-ພະນັກງານໃນກຳລັງປ້ອງກັນຄວາມສະຫງົບ, ວຽກງານພະລາທິການປ້ອງກັນຄວາມສະຫງົບ-ປັບປຸງແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນຕຳ ຫຼວດ, ວຽກງານເສນາທິການ ແລະ ພົວພັນຮ່ວມມືກັບຕ່າງປະເທດ. ອັນພົ້ນເດັ່ນແມ່ນ: ວຽກງານກໍ່ສ້າງພັກ ໂດຍອີງໃສ່ 5 ຫຼັກການ 3 ທິດນຳ ເຮັດໃຫ້ລະບົບການຈັດຕັ້ງພັກ ແລະ ສະມາຊິກພັກເຕີບໃຫຍ່ຂະຫຍາຍຕົວ, ເປັນແກນນຳຢູ່ໃນລະບົບການຈັດຕັ້ງແຕ່ລະຂັ້ນ, ໄດ້ປັບປຸງແຜນນຳພາ, ຮັກສາຄວາມສາມັກຄີພາຍໃນພັກ ໄດ້ຢ່າງໜັກແໜ້ນ, ດຳເນີນຊີວິດການເມືອງພາຍໃນພັກ ຮັບປະກັນໄດ້ 3 ລັກສະນະ ຄື: ລັກສະນະນຳພາ, ສຶກສາອົບຮົມ ແລະ ຕໍ່ສູ້; ຕິດພັນກັບຂະບວນການແຂ່ງຂັນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 186 ໜ່ວຍ, ທຽບໃສ່ຊຸມປີຜ່ານມາ ເພີ່ມຂຶ້ນ 24,73%, ຂະຫຍາຍສະມາຊິກພັກໃໝ່ເພີ່ມຂຶ້ນ 67,07%.

            ສຳລັບວຽກງານຈັດຕັ້ງ-ພະນັກງານ ແມ່ນໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່ ໂດຍສະເພາະບຸກຄະລາກອນ, ພາລະບົດບາດ ແລະ ກົນໄກບັນຊາຂັ້ນມະຫາພາກເປັນສຳຄັນ, ຫັນຄວາມຮັບຜິດຊອບສິດຕົກລົງໃຫ້ທ້ອງຖິ່ນຮາກຖານຫຼາຍຂຶ້ນ ຕາມນະໂຍບາຍ 3 ສ້າງ ໂດຍສົມທົບກັບຄະນະຈັດຕັ້ງສູນກາງພັກ ຂຶ້ນແຜນກຳນົດພະນັກງານນຳພາ-ບັນຊາໃນກຳລັງປ້ອງກັນຄວາມສະຫງົບຂັ້ນສູນກາງຄຸ້ມຄອງ; ພ້ອມກັນນັ້ນ, ຄະນະພັກແຕ່ລະຂັ້ນ ກໍໄດ້ເປັນເຈົ້າການຂຶ້ນແຜນກຳນົດພະນັກງານນຳພາ-ບັນ ຊາຢູ່ຂັ້ນຂອງຕົນ, ຫຼາຍກົມ-ກອງ ໄດ້ມີການປະເມີນຜົນ ແລະ ປັບປຸງຄືນແຜນກຳນົດພະນັກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

        ນອກນັ້ນກໍຍັງໄດ້ເອົາໃຈໃສ່ຊຸກຍູ້ 3 ອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຕາມພາລະບົດບາດຂອງຕົນ ໂດຍສຸມໃສ່ປະຕິບັດຂໍ້ແຂ່ງ ຂັນ 3 ດີ ຂອງແມ່ຍິງ, 4 ບຸກຂອງຊາວໜຸ່ມ ແລະ 5 ເປັນເຈົ້າຂອງກຳມະບານ ຕິດພັນກັບຂະບວນການວຽກງານວິຊາສະເພາະ ແລະ ຂໍ້ແຂ່ງຂັນຕ່າງໆ ຕິດພັນກັບການກໍ່ສ້າງພະນັກງານໄດ້ຖືເອົາຄຸນນະພາບເປັນກົກ, ສ້າງກຳລັງປ້ອງກັນຄວາມສະຫງົບທາງດ້ານທິດສະດີ ຕິດພັນກັບພຶດຕິກຳຕົວຈິງຢູ່ຮາກຖານ, ປະຕິບັດແຜນກໍ່ສ້າງພະນັກງານນຳພາສືບທອດປ່ຽນແທນໃນແຕ່ລະຂັ້ນຕາມທິດຊີ້ນຳ ຂອງສູນກາງພັກຢ່າງເປັນລະບົບ, ຕໍ່ເນື່ອງ ແລະ ຮັບປະກັນ 3 ຮຸ່ນ ຄື: ອາວຸໂສ, ກາງ, ໜຸ່ມ ທັງຮັບປະກັນມີກຳລັງເພດຍິງ, ຊົນເຜົ່າ ທີ່ສົມສ່ວນໃນໂຄງປະກອບການຈັດຕັ້ງ, ຕຳແໜ່ງງານ ກໍຄືຂະແໜງ ການວິຊາສະເພາະທີ່ຈຳເປັນ ທຽບໃສ່ໄລຍະກ່ອນ ເພີ່ມຂຶ້ນ 23%.

        ສະເພາະວຽກງານປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແມ່ນໄດ້ປະສານສົມທົບແໜ້ນກັບກຳລັງປ້ອງກັນຊາດ, ອຳນາດການປົກຄອງແຂວງ ຈຸດສຸມເຂດໃຈກາງ ສາມາດແກ້ໄຂບັນດາປັດໄຈໜໍ່ແໜງກໍ່ຄວາມບໍ່ສະຫງົບ ໄດ້ຢ່າງທັນການ, ໄດ້ປະກອບອຸປະກອນເຕັກນິກ, ເຕັກໂນໂລຊີ ຮັບໃຊ້ເຂົ້າໃນການຮັກສາຄວາມສະຫງົບທາງດ້ານໂທລະຄົມມະນາຄົມ ແລະ ການສື່ສານ, ຕິດພັນກັບການແກ້ໄຂເປົ້າໝາຍສວຍໃຊ້ສື່ສັງຄົມອອນລາຍທຳລາຍຄວາມສະຫງົບຂອງຊາດ, ເປົ້າໝາຍອາຊະຍາກຳທາງອິນເຕີເນັດ; ພ້ອມທັງເອົາໃຈໃສ່ວຽກງານປ້ອງກັນການນຳພັກ-ລັດ, ແຂກການນຳຂັ້ນສູງ, ສຳນັກງານອົງການພັກ-ລັດ ແລະ ອົງການຈັດຕັ້ງສາກົນ, ກອງປະຊຸມ, ງານສຳຄັນຕ່າງໆມີຄວາມປອດໄພ; ປັບປຸງວຽກງານກວດກາຄົນເຂົ້າ-ອອກ ສປປ ລາວ, ຄຸ້ມຄອງຄົນຕ່າງປະເທດ ແລະ ຄຸ້ມຄອງການທ່ອງທ່ຽວ ໃຫ້ເຂົ້າສູ່ລະ ບຽບແບບແຜນດີຂຶ້ນກວ່າເກົ່າ.

        ສຳລັບທິດທາງ, ຄາດໝາຍສູ້ຊົນ ແລະ ໜ້າທີ່ວຽກງານຕົ້ນຕໍແຕ່ນີ້ຮອດປີ 2025 ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຈະເອົາໃຈໃສ່ຊີ້ນຳ-ນຳພາຄະນະພັກແຕ່ລະຂັ້ນ ອອກແຮງປັບປຸງ-ກໍ່ສ້າງພັກ ແລະ ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຊີດຊູບົດບາດການນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກຕໍ່ວຽກງານປ້ອງກັນຄວາມສະຫງົບ.

            ຈາກນັ້ນ, ກອງປະຊຸມໃຫຍ່ກໍໄດ້ຮັບຟັງການປະກອບຄວາມຄິດເຫັນຂອງບັນດາຄະນະພັກກົມກອງຈຳນວນໜຶ່ງຕໍ່ຮ່າງບົດລາຍງານການເມືອງ ທັງ 2 ພາກ, ຊອກໃຫ້ເຫັນດ້ານດີ-ດ້ານອ່ອນ, ສາເຫດຕົ້ນຕໍ ແລະ ກຳນົດວິທີການ, ມາດຕະການແກ້ໄຂຢ່າງມີປະສິດທິຜົນ.

ກອງປະຊຸມໃຫຍ່ ບັນດາຜູ້ແທນຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບຊຸດໃໝ່ ເຊິ່ງຜົນການປ່ອນບັດຈະປະກາດໃນວາລະການດຳເນີນກອງປະຊຸມມື້ທີສອງ.

ພາບ-ຂ່າວ: ນັກຂ່າວໜັງສືພິມຄວາມສະຫງົບ