ສຸມໃສ່ 4 ເນື້ອໃນການນໍາພາກໍ່ສ້າງພັກ-ພະນັກງານ ໃນກໍາລັງ ປກສ

0
1191

ທິດທາງໜ້າທີ່ຈຸດສຸມ ໃນ 5 ປີຕໍ່ໜ້າ, ຄະນະພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຈະສຸມໃສ່ 4 ເນື້ອໃນ-ໃນການນໍາພາກໍ່ສ້າງພັກ-ພະນັກງານ ໃນກຳລັງ ປກສ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ ແລະ ມີລະບຽບວິໄນເຂັ້ມງວດ, ຮັກສາທາດແທ້ມູນເຊື້ອອັນດີງາມຂອງພັກ-ຂອງຊາດ ກໍຄື ຂອງ ກຳລັງ ປກສ ຢ່າງຕໍ່ເນື່ອງ.

ສະຫາຍ ພົຈວ ປອ ສຸວັນນີ ສີ ສຸພາບມີໄຊ ຮອງເລຂາອົງຄະນະພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ ໄດ້ປະກອບຄໍາຄິດເຫັນ ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງ ອົງຄະນະພັກ ກະຊວງ ປກສ ທີ່ຈັດຂຶ້ນໃນລະຫວ່າງວັນທີ 9-10 ກັນຍານີ້ ວ່າ:

ໃນ 5 ປີຕໍ່ໜ້ານີ້, ຄະນະພັກ ກົມໃຫຍ່ການເມືອງ ຈະສຸມໃສ່ 4 ເນື້ອໃນ-ໃນການນໍາພາກໍ່ສ້າງພັກ-ພະນັກງານ ໃນກຳລັງ ປກສ ຄື:

1. ຄະນະພັກ-ຄະນະບັນຊາທຸກຂັ້ນ ຕ້ອງຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ລະບອບປະຊາທິປະໄຕປະຊາຊົນ, ປະຕິບັດກົດລະບຽບຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ ແລະ ຂໍ້ກຳນົດ, ລະບຽບວິໄນຂອງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຢ່າງເຂັ້ມງວດ.

2. ເອົາໃຈໃສ່ຊີ້ນຳການປັບປຸງກໍ່ສ້າງພັກ ບົນພື້ນຖານຢຶດໝັ້ນ 5 ຫຼັກການ 3 ທິດນຳ ເພື່ອສ້າງ ແລະ ຍົກສູງບົດບາດການນໍາພາຂອງພັກ ໃນກໍາລັງປ້ອງກັນຄວາມສະຫງົບ; ໃນນັ້ນ, ຍູ້ແຮງການຊີ້ນຳຂະບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ກາຍເປັນໜ້າທີ່ໃຈກາງຂອງຄະນະພັກແຕ່ລະຂັ້ນ.

ສະຫາຍ ພົຈວ ປອ ສຸວັນນີ ສີ ສຸພາບມີໄຊ ຮອງເລຂາອົງຄະນະພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ

3. ເພີ່ມທະວີການຊີ້ນໍາປັບປຸງລະບົບກົງຈັກການຈັດຕັ້ງ ໃຫ້ກະທັດຮັດ, ປັບປຸງພາລະບົດບາດຂອບເຂດສິດ ແລະ ໜ້າທີ່ຈຳນວນໜຶ່ງທີ່ເຫັນວ່າບໍ່ສອດຄ່ອງ, ການບັນຈຸສັບຊ້ອນມອບໝາຍໜ້າທີ່ຕໍາແໜ່ງ ຕ້ອງຕິດພັນກັບ ແຜນສ້າງພະນັກງານສືບທອດປ່ຽນແທນ; ການປັບປຸງບູລະນະກົງຈັກແຕ່ລະຂັ້ນ ຕິດພັນກັບ ການບຳລຸງກໍ່ສ້າງພະນັກງານ, ການປະຕິບັດນະໂຍບາຍ ແລະ ການກວດກາປ້ອງກັນກຳລັງ ເພື່ອສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ພາຍໃນກໍາລັງ ໃຫ້ດີກວ່າເກົ່າ; ໂດຍສະເພາະແມ່ນ ປະກົດການຫັນປ່ຽນດ້ວຍຕົວເອງ ແລະ ເສື່ອມຄຸນປ່ຽນທາດເອງ ທີ່ຕ້ອງໄດ້ຮັບການແກ້ໄຂຢ່າງແຂງແຮງ ແລະ ທັນການ.

4. ຕັ້ງໜ້າຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນແນວຄິດ ໄກສອນ ພົມວິຫານ ຕໍ່ກຳລັງປ້ອງກັນຄວາມສະຫງົບ; ຢຶດໝັ້ນການກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງຮອບດ້ານຕາມທິດສ້າງນາຍ ແລະ ພົນຕຳຫຼວດ ໃຫ້ໄດ້ຄົບ 6 ມາດຕະຖານລວມ ແລະ 4 ມາດຕະຖານ ສໍາລັບພະນັກງານນຳພາ-ບັນຊາ ໃຫ້ເປັນຮູບປະທຳຢ່າງແທ້ຈິງ.

ໃນໄລຍະ 5 ປີຜ່ານມາ, ການກໍ່ສ້າງພັກ-ພະນັກງານ ແມ່ນໄດ້ເອົາໃຈໃສ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດ, ຜັນຂະຫຍາຍມະຕິ, ຂໍ້ກຳນົດ, ບົດແນະນຳຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຄະນະຈັດກາງພັກ ກ່ຽວກັບ ການສ້າງໜ່ວຍພັກ, ສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການສ້າງພະນັກງານສືບທອດປ່ຽນແທນ ໃນໄລຍະໃໝ່; ຈາກນັ້ນ, ຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ມີຄຳສັ່ງ, ບົດແນະນຳຕ່າງໆທີ່ກ່ຽວຂ້ອງກັບການກໍ່ສ້າງພັກ, ກໍ່ສ້າງພະນັກງານ ເພື່ອເປັນພື້ນຖານບ່ອນອີງໃຫ້ແຕ່ລະອົງຄະນະພັກ ກໍຄື ຮາກຖານພັກ, ກຳນົດບັນດາເນື້ອໃນ, ເງື່ອນໄຂ ແລະ ມາດຖານ ໃນການຕີລາຄາຄຸນນະພາບຂອງການກໍ່ສ້າງພັກ-ພະນັກງານ.