ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄດ້ສຳເລັດໃນວັນທີ 10 ກັນຍາ 2020 ພາຍຫຼັງທີ່ດຳເນີນເປັນເວລາ 1 ວັນເຄິ່ງ ໂດຍການເປັນປະທານຂອງສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ປກສ; ເປັນກຽດເຂົ້າຮ່ວມໂດຍສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະຫາຍພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຜູ້ແທນສົມບູນ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ.

ກອງປະຊຸມໃຫຍ່ຜູ້ແທນ ໄດ້ຜ່ານລາຍງານການເມືອງທັງສອງພາກ ສະເໜີໂດຍສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ປກສ, ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກກະຊວງ ປກສ ສະໄໝທີ IV ສະເໜີໂດຍ ສະຫາຍ ພົຕ ກົງທອງ ພົງວິຈິດ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ຫຼັງຈາກນັ້ນ, ປະທານກອງປະຊຸມສະເໜີໃຫ້ຜູ້ຕາງໜ້າໃນຂົງເຂດວຽກງານວິຊາສະເພາະ ຂຶ້ນປະກອບຄຳເຫັນຕໍ່ຮ່າງບົດລາຍງານການເມືອງ ຢ່າງກົງໄປ-ກົງມາ ແລະ ມີເນື້ອໃນໜັກແໜ້ນຄົບຖ້ວນ.

ກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກ ກະຊວງ ປກສ ສະໄໝທີ IV ຕໍ່ກອງປະຊຸມໃຫຍ່ ຄັ້ງທີ V.

ກອງປະຊຸມໃຫຍ່ ບັນດາຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະ ຫງົບຊຸດໃໝ່ ຈຳນວນ 27 ສະຫາຍ ໃນຈຳນວນຜູ້ລົງສະໝັກ 31 ສະຫາຍ ເພື່ອເປັນຫຼັກແຫຼ່ງນຳພາຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ V ແລະ ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີເປັນເອກະພາບພາຍໃນກຳລັງປ້ອງກັນຄວາມສະຫງົບ, ປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ໃນນີ້, ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເອກະສັນເລືອກເອົາຄະນະປະຈຳພັກກະຊວງ 9 ສະຫາຍ ແລະ ເລືອເອົາ ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເປັນເລຂາຄະນະພັກ, ສະຫາຍ ພົຕ ກົງທອງ ພົງວິຈິດ ເປັນຮອງເລຂາຄະນະພັກ, ສະຫາຍ ພົຕ ວັນທອງ ກອງມະນີ ເປັນຮອງເລຂາຄະນະພັກ, ສະຫາຍ ພົຕ ປອ ທອງເຫຼັກ ມັງໜໍ່ເມັກ ເປັນປະທານກວດກາ, ສ່ວນອີກ 18 ສະຫາຍເປັນຄະນະພັກ; ພ້ອມທັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ຈໍານວນ 15 ສະຫາຍ, ສຳຮອງ 3 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງສູນກາງພັກ.

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ສະຫາຍໄດ້ຍົກຫຼາຍບັນຫາທີ່ມີເນື້ອໃນສຳຄັນເລິກເຊິ່ງ ໂດຍເນັ້ນໃຫ້ຄະນະບໍລິຫານງານພັກກະຊວງ ປກສ ລວມທັງຄະນະພັກແຕ່ລະຂັ້ນ ຈົ່ງເພີ່ມທະວີວຽກງານສຶກສາອົບຮົມແນວຄິດດ້ວຍຫຼາຍຮູບຫຼາຍສີ, ເຮັດໃຫ້ນາຍແລະພົນຕຳຫຼວດໃນກຳລັງປ້ອງກັນຄວາມສະຫງົບຍຶດໝັ້ນ​ອຸດົມ​ການ​ສັງຄົມ​ນິຍົມ, ມີຫຼັກໝັ້ນຊົນຊັ້ນໜັກ​ແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ການປະຕິວັດ,​ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນຢ່າງບໍ່ມີເງື່ອນໄຂ. ຄຽງງຄູ່ກັນນັ້ນ, ກໍຕ້ອງເພີ່ມທະວີຄວາມສາມັກຄີກັນພາຍໃນໃຫ້ແໜ້ນແຟ້ນ ປະຕິບັດບັນດາແຜນງານ ແລະ ໂຄງການຕ່າງໆໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ແຕ່ລະໄລຍະ.

ພ້ອມນັ້ນ, ກໍໃຫ້ສືບຕໍ່ອອກແຮງເສີມຂະຫຍາຍມູນເຊື້ອສາມັກຄີເປັນປຶກແຜ່ນພາຍໃນ, ເຮັດໃຫ້ອົງຄະນະພັກກາຍເປັນໃຈກາງການຈັດຕັ້ງທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ; ເຊີດຊູສະຕິເປັນເຈົ້າ, ນໍ້າໃຈຮັບຜິດຊອບແລະຄວາມເປັນແບບຢ່າງນໍາໜ້າຢ່າງຮອບດ້ານຂອງຄະນະພັກ-ຄະ ນະບັນຊາໃຫ້ສູງຂຶ້ນຕິດພັນກັບການກໍ່ສ້າງກຳລັງປ້ອງກັນຄວາມສະຫງົບໃຫ້​ເຕີບ​ໃຫຍ່​ເຂັ້ມ​ແຂງ ແລະ ຂະຫຍາຍຕົວຂຶ້ນບໍ່ຢຸດຢັ້ງ ທັງເຮັດໃຫ້ກົມກອງປະຕິບັດໜ້າທີ່ວຽກງານໃຫ້ໄດ້ຮັບປະສິດທິຜົນສູງຂຶ້ນກວ່າເກົ່າ ຕິດພັນກັບການເພີ່ມທະວີການ​ນໍາພາຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໃນເງື່ອນໄຂສະພາບການໃໝ່ໃຫ້ເລິກເຊິ່ງ, ເຖິງຖອງ, ກວ້າງຂວາງ ແລະ ເຂັ້ມງວດ ຂຶ້ນກວ່າເກົ່າ, ປະເທດ ຊາດມີສະຖຽນລະພາບ, ສ້າງຄວາມສະຫງົບເປັນລະບຽບຮຽບຮ້ອຍ ເພື່ອສ້າງບັນຍາກາດ ແລະ ເງື່ອນໄຂ ອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ການລົງທຶນ. ໃນນັ້ນ, ຕ້ອງສຸມທຸກກໍາລັງ ໂດຍສົມທົບແໜ້ນ, ເປັນລະບົບກັບຂະແໜງການປ້ອງກັນຊາດ, ຂະແໜງການຕ່າງປະເທດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ສ້າງໃຫ້ໄດ້ກໍາລັງແຮງສັງລວມຂອງທົ່ວປວງຊົນ ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ ໃຫ້ກາຍເປັນສະຕິຄວາມຮັບຜິດຊອບຂອງທົ່ວປວງຊົນ.