ຂ້າພະເຈົ້າຕາງໜ້າໃຫ້ ຄະນະຮັບຜິດຊອບກະກຽມດຳເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ V ລາຍງານຜົນສຳເລັດກອງປະຊຸມໃຫຍ່ໃນຄັ້ງນີ້ ຢ່າງເປັນທາງການ ຕໍ່ສື່ມວນຊົນທັງຫຼາຍວ່າ: ການດຳເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ດໍາເນີນໃນທ່າມກາງບັນຍາກາດອັນເບີກບານມ່ວນຊື່ນ ທີ່ທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມຊື່ນຊົມອອກແຮງແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນ ການສະເຫຼີມສະຫຼອງ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ100 ປີ, ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ແລະ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ຈະມາເຖິງ ເວົ້າລວມ, ເວົ້າສະເພາະ ກຳລັງປ້ອງກັນຄວາມສະຫງົບຂອງພວກເຮົາ ພວມຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນທັດທະນາເສດຖະກິດ-ສັງຄົມ ຄັ້ງທີ VIII ຂອງລັດ ຢ່າງຕັ້ງໜ້າ.

ໂດຍປະຕິບັດຕາມກົດລະບຽບຂອງ ພັກປະຊາຊົນ ປະຕິວັດລາວ ສະໄໝທີ X, ຄໍາສັ່ງຂອງ ຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍ ການກະກຽມຈັດຕັ້ງດຳເນີນ ກອງປະຊຸມໃຫຍ່ ອົງຄະນະພັກ ກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນທົ່ວປະເທດ.

ຜ່ານການກະກຽມດຳເນີນກອງປະຊຸມໃຫຍ່ ຕາມກົດລະບຽບຂອງພັກ ແລະ ຄຳສັ່ງຂອງ ຄະນະເລຂາທິການສູນກາງພັກ, ບົດແນະນຳຂອງ ຄະນະຈັດຕັ້ງສູນກາງພັກ ເລກທີ 784/ຄຈສພ, ການຜັນຂະຫຍາຍເປັນຄຳສັ່ງ, ຄຳແນະນຳຂອງ ຄະນະພັກ ກະຊວງປ້ອງກັນຄວາມສະຫງົບ, ມາເຖິງທ້າຍເດືອນສິງຫາ 2020 ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ມີຄວາມພ້ອມດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຂອງຕົນ ແລະ ໄດ້ລາຍງານຂໍອະນຸມັດຈາກຄະນະພັກຂັ້ນເທິງ ເພື່ອຈັດຕັ້ງດຳເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ຕາມລະບຽບການ.

ພາຍຫຼັງໄດ້ຮັບການຕົກລົງອະນຸມັດຈາກຄະນະພັກຂັ້ນເທິງ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງດຳເນີນກອງປະຊຸມໃຫຍ່ ຂຶ້ນຢ່າງເປັນທາງການ ຊຶ່ງການດຳເນີນກອງປະຊຸມໃຫຍ່ ໄດ້ເຮັດເປັນ 2 ໄລຍະ ຄື:

  • ກອງປະຊຸມພາຍໃນ ຫຼື ກອງປະຊຸມທົດລອງ ແມ່ນໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 2020
  • ກອງປະຊຸມທາງການ ແມ່ນວັນທີ 9 ຫາວັນທີ 10 ກັນຍາ ຊຶ່ງໃຊ້ເວລາ 1 ມື້ເຄິ່ງ

ມາຮອດເວລານີ້, ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ V ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມທຸກປະການ.

ກອງປະຊຸມໃຫຍ່ ຜູ້ແທນອົງຄະ​ນະ​ພັກ ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຄັ້ງທີ V ທີ່​ໄຂ​ຂຶ້ນໃນ​ຄັ້ງນີ້ ມີ​ແຂກຖືກເຊີນ ແລະ ຜູ້​ແທນ​ສົມບູນ ​ເຂົ້າ​ຮ່ວມ​ທັງ​ໝົດ277ສະຫາຍ. ໃນນັ້ນ, ມີແຂກ​ຖືກ​ເຊີນ 36 ສະຫາຍ, ຜູ້ແທນສົມບູນ 241 ສະຫາຍ ຊຶ່ງ​ເປັນ​ຕົວ​ແທນ​ໃຫ້​ແກ່​ສະມາຊິກ​ພັກ​ທັງໝົດ 7.749 ສະຫາຍ.

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ V ໃນຄັ້ງນີ້ ສຸດແສນປື້ມປິຕິຊົມຊື່ນ ແລະ ເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ກຽດເຂົ້າຮ່ວມເປັນປະທານພິທີ ທັງນຳເອົາຄວາມເປັນຫ່ວງເປັນໄຍ, ຄວາມໃກ້ຊິດຕິດແທດອັນອົບອຸ່ນຂອງການນຳຂັ້ນສູງສຸດຂອງພັກ-ລັດຖະບານ ມາສູ່ກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ ຕໍ່ກອງປະຊຸມຜູ້ແທນອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ V ຂອງພວກເຮົາ.

ກອງ​ປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ V ໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ບົນພື້ນຖານຄວາມສະໝານສາມັກຄີເປັນເອກະພາບສູງ, ມີຄວາມຮັບຜິດຊອບອັນເຕັມປ່ຽມ ໃນການຄົ້ນຄວ້າຕົກລົງບັນຫາສຳຄັນຕ່າງໆ ເພື່ອສືບຕໍ່ນຳພາປັບປຸງພັກ, ປັບປຸງກຳລັງ ແລະ ວຽກງານປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງ, ໜັກແໜ້ນ ແລະ ມີແບບແຜນທັນສະໄໝ, ກອງ​ປະຊຸມ​ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ຊຶ່ງສະແດງອອກດັ່ງນີ້:

ກອງ​ປະຊຸມ​ໃຫຍ່ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະສັນ ຕໍ່ລາຍງານການເມືອງທັງສອງພາກທີ່ໄດ້ສະເໜີຕໍ່ກອງປະຊຸມ ໂດຍສະແດງຄວາມເຫັນດີ, ເຫັນພ້ອມຕໍ່ກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຜ່ານມາ, ທັງເປັນເອກະສັນຮັບຮອງ​ເອົາ​ທິດ​ທາງ,​ ແຜນການ 5 ປີຕໍ່ໜ້າ (2021-2025) ເຊິ່ງມີ​ເນື້ອ​ໃນ​ຕົ້ນຕໍ​ ຄື:

ໜຶ່ງ: ສືບຕໍ່ປະຕິບັດ 4 ຄາດໝາຍ 4 ແຜນງານ 41 ໂຄງການ ແລະ ເສີມຂະຫຍາຍທາດແທ້-ມູນເຊື້ອອັນດີງາມຂອງກຳລັງປ້ອງກັນຄວາມສະຫງົບ, ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ.

ສອງ: ປັບປຸງ-ກໍ່ສ້າງພັກ ແລະ ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມປອດໃສໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີແບບແຜນນໍາພາ-ບັນຊາວິທະຍາສາດ, ມີລະບຽບວິໄນເຂັ້ມງວດ ແລະ ຫັນເຂົ້າ​ສູ່​ທັນ​ສະ​ໄໝ​ເທື່ອລະກ້າວຢ່າງ​ແຂງ​ແຮງ.

ສາມ: ຮັບປະກັນດ້ານພະລາທິການ, ສະໜອງງົບປະມານດ້ານຕ່າງໆຕາມຄວາມຕ້ອງການອັນຈໍາເປັນ ໃຫ້ແກ່ການເຄື່ອນໄຫວວິຊາສະເພາະ ແລະ ການລ້ຽງດູກຳລັງຕາມທິດ​ນຳຂອງພັກ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ຢ່າງເປັນເຈົ້າການ.

ສີ່: ປັບປຸງວຽກງານເສນາທິການ ໃຫ້ໂລ່ງລ່ຽນ, ວ່ອງໄວ, ສາມາດຊ່ວຍຄະນະພັກ, ຄະນະບັນຊາແຕ່ລະຂັ້ນ ຊີ້ນຳແກ້ໄຂສະພາບການ ແລະເປົ້າໝາຍໄດ້ຖືກຕ້ອງ, ຊັດເຈນ, ທັນເວລາ ແລະ ປະສິດທິຜົນສູງ; ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ສອດຫ້ອຍເຂົ້າໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ, ເພີ່ມທະວີການຮ່ວມມືກັບເພື່ອນຍຸດທະສາດ, ຮ່ວມມືຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອ ຈາກຕຳຫຼວດປະເທດອາຊຽນ ແລະ ອົງການຕຳຫຼວດສາກົນ ຢ່າງເປັນເຈົ້າການໃຫ້ຖືກຕ້ອງເໝາະສົມ; ຍົກສູງບົດບາດກຳລັງປ້ອງກັນຄວາມສະຫງົບໃນເວທີພາກພື້ນ ແລະ ສາກົນ.

ກອງປະຊຸມໃຫຍ່ຄັ້ງນີ້ ຜູ້​ແທນກອງ​ປະຊຸມ ​ໄດ້​ພ້ອມ​ກັນ​ໃຊ້​ສິດ​ປະຊາທິປະ​ໄຕ​ຂອງ​ຕົນ​ ປ່ອນ​ບັດ​ຄັດ​ເລືອກ​ເອົາ​ ຄະນະ​ບໍລິຫານ​ງານ​ພັກ​ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ ສະໄໝທີ V ມີ 27 ສະຫາຍ, ໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ໄປຮ່ວມ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ຈຳນວນ 15 ສະຫາຍ ແລະ ຜູ້ແທນສຳຮອງ 3 ສະຫາຍ.

ໃນເວລາ 15:00 ໂມງ ຂອງວັນທີ 9 ກັນຍາ, ກອງປະຊຸມປະຖົມມະລຶກ ຂອງ ຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ V ໄດ້ໄຂຂຶ້ນເປັນທາງການ ໂດຍການເຂົ້າຕິດຕາມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ຊຶ່ງກອງປະຊຸມໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາ ຄະນະປະຈຳພັກ ກະຊວງປ້ອງກັນຄວາມສະຫງົບ ລວມມີ 9 ສະຫາຍ, ໄດ້ເອກະສັນຮັບຮອງເອົາ ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເປັນເລຂາຄະນະພັກ, ໄດ້ເລືອກຕັ້ງເອົາຮອງເລຂາປະກອບມີ 2 ສະຫາຍຄື: ພົຕ ກົງທອງ ພົງວິຈິດ ແລະ ສະຫາຍ ພົຕ ວັນທອງ ກອງມະນີ; ພ້ອມກັນນັ້ນ, ກອງປະຊຸມຄັ້ງປະຖົມມະລຶກ ຍັງໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາ ສະຫາຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ເປັນປະທານກວດກາພັກ ແລະ ຮອງປະທານກວດກາພັກອີກ 3 ສະຫາຍ.

ໃນຕອນທ້າຍ, ກອງ​ປະຊຸມ​ໃຫຍ່ ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຈາກ​ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ​ຊຶ່ງສະຫາຍ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່ການ​ຊີ້ນຳ-ນຳພາຂອງ​ ຄະນະ​ພັກ​ຊຸດ​​ເກົ່າ​ ທີ່​ໄດ້​ຊີ້ນຳ-ນຳພາ​ສະມາຊິກ​ພັກ, ນາຍ ແລະ ພົນຕຳຫຼວດ​ໃນ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ ປະຕິບັດ​ໜ້າ​ທີ່​ການ​ເມືອງທີ່​ພັກ-ລັດ​ ກໍຄື​ ປະຊາຊົນ​ບັນດາ​ເຜົ່າ​ ມອບໝາຍ​ໃຫ້​ ແລະ ຍາດ​ໄດ້ຜົນ​ສຳ​ເລັດ​ໃນຫຼາຍດ້ານ.

ພ້ອມ​ນັ້ນ, ສະຫາຍເລຂາທິການໃຫຍ່ ຍັງ​​ໄດ້​ຊີ້ນຳ​ການປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງຜ່ານມາ ແລະ ໃຫ້ທິດຊີ້ນຳບາງວຽກງານຈຸດສຸມໃນຕໍ່ໜ້າ ເປັນທັດສະນະ, ເປັນທິດທາງ, ເປັນຄາດໝາຍທີ່ຄະນະພັກຊຸດໃໝ່ ຈະຕ້ອງໄດ້ສູ້ຊົນ ຊີ້ນຳ-ນຳພາຈັດຕັ້ງປະຕິບັດ ໂດຍສະເພາະແມ່ນ ການນຳພາ​ຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ໃນຄັ້ງນີ້​ ຍາ​ດ​ໄດ້ຜົນ​ງານ ​ແລະ ຜົນສໍາ​ເລັດ​ຍິ່ງ​ໃຫຍ່​ກວ່າ​ເກົ່າ.

ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ V ແມ່ນໝາກຜົນລວມຍອດແຫ່ງສະຕິປັນຍາ, ແມ່ນສັນລັກແຫ່ງຄວາມສາມັກຄີເປັນປຶກແຜ່ນ, ການຍຶດໝັ້ນຫຼັກການລວມປະຊາທິປະໄຕ, ຄວາມຮັບຜິດຕໍ່ໜ້າທີ່ຕາມການມອບໝາຍຂອງບັນດາສະຫາຍຄະນະພັກ, ຄະນະນຳຂັ້ນຕ່າງໆນັບທັງຂັ້ນກະຊວງ ແລະ ທ້ອງຖິ່ນ.

ໂດຍສະເພາະແມ່ນ ຄະນະຮັບຜິດຊອບຊີ້ນຳລວມ, ບັນດາອະນຸກຳມະການວຽກງານປິ່ນອ້ອມຂອງການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ V ໄດ້ມີຄວາມຕັດສິນໃຈສູງ ເຮັດໃຫ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງປ້ອງກັນຄວາມສະຫງົບສາມາດໄຂຂຶ້ນ ແລະ ສຳເລັດຕາມຄາດໝາຍທີ່ໄດ້ວາງໄວ້; ອີກປັດໄຈໜຶ່ງທີ່ສຳຄັນ ເຮັດໃຫ້ກອງປະຊຸມສຳເລັດຜົນນັ້ນ ແມ່ນການຮ່ວມມືຊ່ວຍເຫຼືອຂອງພາກສ່ວນການຈັດຕັ້ງ, ຂະແໜງການຕ່າງໆທັງພາກລັດ ແລະ ເອກະຊົນ, ບັນດາບໍລິສັດ, ບຸກຄົນ ແລະ ນິຕິບຸກຄົນ ທີ່ໄດ້ປະກອບສ່ວນທາງດ້ານວັດຖຸ ແລະ ຈິດໃຈ ຈຶ່ງເຮັດໃຫ້ກອງປະຊຸມຄັ້ງນີ້ ສຳເລັດລົງດ້ວຍໝາກຜົນອັນຈົບງາມໂດຍດີ.

ເຖິງວ່າ ກອງປະຊຸມໃຫຍ່ ຄັ້ງທີ V ຜູ້ແທນອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ສຳເລັດລົງ ແຕ່ນີ້ມັນເປັນຜົນສຳເລັດໃນເບື້ອງຕົ້ນເທົ່ານັ້ນ ສິ່ງສຳຄັນໃນຕໍ່ໜ້າອັນຮີບດ່ວນແມ່ນ ການຈັດຕັ້ງເຜີຍແຜ່ຜົນສຳເລັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນຮູບປະທຳ ເພື່ອຮັບປະກັນໄດ້ຄວາມສະຫງົບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ; ນັ້ນແມ່ນໜ້າທີ່ຂອງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຊຶ່ງຈະໄດ້ພ້ອມກັນບຸກບືນຜ່ານຜ່າ ແລະ ຍາດເອົາຜົນງານຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ.

ໂດຍສະເພາະໃນຕໍ່ໜ້ານີ້ ກຳລັງປ້ອງກັນຄວາມສະຫງົບ ໃນທົ່ວປະເທດ ຕ້ອງຕັ້ງໜ້າປະຕິບັດຄໍາສັ່ງເລກທີ 1755/ປກສ ລົງວັນທີ 3 ກັນຍາ 2020 ວ່າດ້ວຍ ການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ, ການຈັດຕັ້ງປະຕິບັດແຜນແມ່ບົດປ້ອງກັນກອງປະຊຸມ, ງານສຳຄັນຂອງພັກ-ຂອງຊາດ ປີ 2020-2021 ມີຄວາມປອດໄພ100%; ນອກນີ້, ຕ້ອງແກ້ໄຂໜໍ່ແໜງຄວາມບໍ່ສະຫງົບທາງດ້ານການເມືອງ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ບັນລຸຄາດໝາຍ, ຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ໄດ້ໂດຍພື້ນຖານ, ສ້າງຄວາມເຊື່ອໝັ້ນ, ໄວ້ວາງໃຈຈາກພັກ-ລັດ ແລະ ປະຊາຊົນ ດີຂຶ້ນກວ່າເກົ່າ.