ສະຫາຍ ພົຈວ ປອ ທອງເຄນ ບຸນໝັ້ນ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງ ອົງຄະນະພັກ ກະຊວງ ປກສ ໃນວັນທີ 9 ກັນຍາ 2020

ຄະນະພັກ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາປັບປຸງກໍາລັງວິຊາສະເພາະ ແຕ່ຂັ້ນແຂວງຮອດທ້ອງຖິ່ນຮາກຖານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ໂດຍຕິດພັນກັບ ການສະກັດກັ້ນ, ຕ້ານບັນຫາຢາເສບຕິດ ແລະ ບັນຫາອຸບັດຕິເຫດຕາມທ້ອງຖະໜົນ ໃຫ້ຫຼຸດລົງຢ່າງຈະແຈ້ງ.

ສະຫາຍ ພົຈວ ປອ ທອງເຄນ ບຸນໝັ້ນ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງ ອົງຄະນະພັກ ກະຊວງ ປກສ ໃນວັນທີ 9 ກັນຍາ 2020 ວ່າ:

ເພື່ອເປັນການຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງ ອົງຄະນະພັກ ກະຊວງ ປກສ ໃນຄັ້ງນີ້, ຄະນະພັກ ກອງບັນຊາການ ປກສ ແຂວງວຽງຈັນ ຈະສຸມໃສ່ຊີ້ນໍາ-ນໍາພາວຽກງານຈັດຕັ້ງຜັນຂະຫຍາຍ ມະຕິ 111/ກມສພ, ມະຕິເລກທີ 112/ກມສພ ແລະ ຄໍາສັ່ງເລກທີ 27/ນຍ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ເປັນຕົ້ນແມ່ນ:

ສຸມໃສ່ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນ ໃຫ້ຫຼຸດລົງຢ່າງຈະແຈ້ງ;

ສືບຕໍ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ ຕາມທິດສາມສ້າງ ໂດຍສຸມໃສ່ 3 ຈຸດສຸມ ຄື: ຈຸດສຸມຫຼັກ 52, ຈຸດສຸມຜາສັງ ແລະ ຈຸດສຸມເມືອງແມດ;

ປັບປຸງກໍາລັງ ປກສ ກຸ່ມ, ປກສ ບ້ານ ໃຫ້ມີຄຸນນະພາບ, ສາມາດເຄື່ອນໄຫວສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ທີ່ອາດຈະເກີດຂຶ້ນຢູ່ຮາກຖານບ້ານ ໃຫ້ດີຂຶ້ນເລື້ອຍໆ.

ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະພັກ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຖືສໍາຄັນວຽກງານການເມືອງ-ນໍາພາແນວຄິດ ຕິດພັນກັບ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເຮັດໃຫ້ ແຂວງວຽງຈັນ ມີຄວາມສະຫງົບປອດໄພ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ.

ນອກນີ້, ກອງບັນຊາການ ປກສ ແຂວງວຽງຈັນ ຍັງໄດ້ຮ່ວມມືກັບນັກທຸລະກິດຕ່າງປະເທດ ລົງທຶນເຂົ້າໃນການກໍ່ສ້າງໂຮງງານ 2 ແຫ່ງ ຄື: ໂຮງງານຜະລິດເປົາ ແລະ ໂຮງງານຜະລິດເມັດຢາງພຼາສຕິກ; ໂຮງງານຜະລິດເປົາ ດໍາເນີນການຜະລິດເກືອບ 2 ປີແລ້ວ, ສ່ວນໂຮງງານຜະລິດເມັດຢາງພຼາສຕິກ ແມ່ນເລີ່ມການກໍ່ສ້າງແຕ່ທ້າຍປີ 2019 ຮອດປັດຈຸບັນ ແລະ ໄດ້ສໍາເລັດແລ້ວ ເຊິ່ງມີມູນຄ່າການລົງທຶນ 89.100.000.000 ກີບ ໂດຍໄດ້ຮັບອະນຸຍາດລົງທຶນຈາກ ກະຊວງແຜນການ ແລະ ການລົງທຶນ.