ສະຫາຍ ພົຈວ ໜູດີ ມີໄຊຍະລາດ ເລຂາຄະນະພັກ ຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ ປະກອບຄໍາເຫັນໃນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ທີ່ຈັດຂຶ້ນໃນວັນທີ 9-10 ກັນຍາ 2020

ໃນສະພາບປັດຈຸບັນ, ທົ່ວສັງຄົມແມ່ນມີການຂະຫຍາຍຕົວ ແລະ ພັດທະນາໃນທຸກດ້ານ. ດັ່ງນັ້ນ, ກຳລັງປ້ອງກັນຄວາມສະຫງົບ ກໍຕ້ອງໄດ້ມີການພັດທະນາກຳລັງຢ່າງຮອບດ້ານ. ໃນນັ້ນ, ການຂຸດຄົ້ນຊອກແຫຼ່ງລາຍຮັບເຂົ້າກົມກອງ ແມ່ນຄວາມຈຳເປັນອັນຮີບດ່ວນທີ່ຈະຕ້ອງສຸມໃສ່ປັບປຸງແກ້ໄຂ ເປັນຕົ້ນແມ່ນ ການຄຸ້ມຄອງຈັດເກັບລາຍຮັບຄ່າທໍານຽມ, ຄ່າບໍລິການ ແລະ ລາຍຮັບອື່ນໆ ໃນກຳລັງປ້ອງກັນຄວາມສະຫງົບ ໃຫ້ລວມສູນຜ່ານປະຕູດຽວ ຢູ່ພະລາທິການແຕ່ລະຂັ້ນ; ພ້ອມທັງມີການຂຸດຄົ້ນທ່າແຮງບົ່ມຊ້ອນຂອງ ກໍາລັງປ້ອງກັນຄວາມສະຫງົບ ດຳເນີນການຜະລິດ-ທຸລະກິດ ຕິດພັນກັບ ວຽກງານວິຊາສະເພາະ ໃຫ້ເປັນຂະບວນການກວ້າງຂວາງ, ແຂງແຮງ ແລະ ສ້າງຖານລາຍຮັບໃໝ່ ໃຫ້ເພີ່ມຂຶ້ນແຕ່ລະໄລຍະ ເພື່ອຮັບໃຊ້ໃນການພັດທະນາກຳລັງປ້ອງກັນຄວາມສະຫງົບ ໃນໄລຍະໃໝ່.

ສະຫາຍ ພົຈວ ໜູດີ ມີໄຊຍະລາດ ເລຂາຄະນະພັກ ຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ ປະກອບຄໍາເຫັນໃນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ທີ່ຈັດຂຶ້ນໃນວັນທີ 9-10 ກັນຍາ 2020 ວ່າ:

ຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ຮັບການຊີ້ນຳຈາກຂັ້ນເທິງ ເພື່ອຂຸດຄົ້ນຊອກແຫຼ່ງລາຍຮັບຈາກການຈັດເກັບລາຍຮັບຄ່າທຳນຽມ, ຄ່າບໍລິການ ແລະ ລາຍຮັບອື່ນໆ ທີ່ເກີດຂຶ້ນໃນກໍາລັງປ້ອງກັນຄວາມສະຫງົບ ໃນໄລຍະ 5 ປີ ຜ່ານມາ ເຫັນວ່າ:

ຄ່າທໍານຽມ ໄດ້ຮັບອະນຸມັດ 44,26 ຕື້ກີບ, ປະຕິບັດໄດ້ 28,39 ຕື້ກີບ, ຖ້າທຽບໃສ່ 5 ປີກ່ອນ ເພີ່ມຂຶ້ນ 63,84 ຕື້ກີບ; ຄ່າບໍລິການ ໄດ້ຮັບອະນຸມັດ 132,55 ຕື້ກີບ, ປະຕິບັດໄດ້ 138,68 ຕື້ກີບ, ຖ້າທຽບໃສ່ 5 ປີກ່ອນ ເພີ່ມຂຶ້ນ 87,32 ຕື້ກີບ.

ລາຍຮັບຈາກຫົວໜ່ວຍທຸລະກິດ ສາມາດສ້າງລາຍຮັບໄດ້ທັງໝົດ 202,9 ຕື້ກີບ ໃນນີ້ມອບພັນທະໃຫ້ລັດຖະບານ 16,3 ຕື້ກີບ ແລະ ມອບພັນທະໃຫ້ ກະຊວງປ້ອງກັນຄວາມສະຫງົບ 48 ຕື້ກີບ; ປັດຈຸບັນ, ມີຫົວໜ່ວຍທຸລະກິດທັງໝົດ 26 ຫົວໜ່ວຍ ແລະ ມີຫົວໜ່ວຍທຸລະກິດເພີ່ມຂຶ້ນ 16 ຫົວໜ່ວຍ.

ສະຫາຍ ພົຈວ ໜູດີ ມີໄຊຍະລາດ ເລຂາຄະນະພັກ ຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ

ລາຍຮັບຈາກການຜະລິດປູກຝັງ-ລ້ຽງສັດ ຂອງ ກົມກອງລວມໝູ່ ບັນດາກົມກອງທ້ອງຖິ່ນ ໄດ້ເຮັດນາໃນເນື້ອທີ່ 26 ເຮັກຕາ, ຜົນຜະລິດ 41,36 ໂຕນ, ປູກໄມ້ອຸດສາຫະກຳ 154.968 ຕົ້ນ, ລ້ຽງສັດໃຫຍ່ 3.579 ໂຕ, ສັດປີກ 17.665 ໂຕ ແລະ ສັດນ້ຳ 1.000.000 ໂຕ ເຊິ່ງສ້າງລາຍຮັບທັງໝົດ 17 ຕື້ກວ່າກີບ.

ທິດທາງແຜນການໃນຕໍ່ໜ້າ, ແມ່ນຈະຕັ້ງໜ້າຜັນຂະຫຍາຍແນວທາງຂອງພັກ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ; ພ້ອມທັງສ້າງເປັນຄວາມຮັບຜິດຊອບໃນໜ້າທີ່ການເມືອງຂອງ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕໍ່ກັບການຂຸດຄົ້ນຊອກແຫຼ່ງລາຍຮັບ ບົນພື້ນຖານໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ ເພື່ອຮັບໃຊ້ການພັດທະນາ ກຳລັງປ້ອງກັນຄວາມສະຫງົບ ໃນສະພາບການໃໝ່.

ສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງ ສະບັບເລກທີ 418/ປກສ ລົງວັນທີ 6 ກຸມພາ 2020 ວ່າດ້ວຍ ການຄຸ້ມຄອງ ແລະ ຈັດເກັບລາຍຮັບວິຊາການ ຜ່ານປະຕູດຽວຂອງ ກຳລັງປ້ອງກັນຄວາມສະຫງົບ ແລະ ຂຸດຄົ້ນຊອກແຫຼ່ງລາຍຮັບໃໝ່ ຈາກການເກັບລາຍຮັບບໍລິຫານວິຊາການ ໃຫ້ລວມສູນຜ່ານປະຕູດຽວ ຢູ່ພະລາທິການແຕ່ລະຂັ້ນ.

ສຸມໃສ່ຂຸດຄົ້ນແຫຼ່ງລາຍຮັບຈາກ ການຜະລິດ-ທຸລະກິດ ໂດຍນຳໃຊ້ເງື່ອນໄຂທ່າແຮງບົ່ມຊ້ອນດ້ານຕ່າງໆຕົວຈິງຂອງ ບັນດາກົມກອງລວມໝູ່ ອ້ອມຂ້າງ ກະຊວງ, ກອງບັນຊາການ ປກສ ແຂວງ, ນະຄອນຫຼວງ, ປກສ ແຂວງ ໃນຂອບເຂດທົ່ວປະເທດ ເພື່ອສ້າງເສດຖະກິດ, ປູກຝັງ, ລ້ຽງສັດ ຜະລິດເປັນສິນຄ້າ ຕາມຄວາມສາມາດທ່າແຮງບົ່ມຊ້ອນຂອງຕົນ, ຕາມເງື່ອນໄຂທີ່ເໝາະສົມ ແນໃສ່ສ້າງລາຍຮັບໃຫ້ຫຼາຍ ເພື່ອພັດທະນາກໍາລັງປ້ອງກັນຄວາມສະຫງົບຂອງຕົນ.

ປັບປຸງ ແລະ ສ້າງຕັ້ງກຸ່ມບໍລິສັດ ຫຼື ວິສາຫະກິດຂອງ ປກສ, ສ້າງຕັ້ງກອງທຶນຊຸກຍູ້ການຜະລິດ-ທຸລະກິດຂອງ ກໍາລັງປ້ອງກັນຄວາມສະຫງົບ ພ້ອມທັງສ້າງນິຕິກຳຄຸ້ມຄອງຊຸກຍູ້-ສົ່ງເສີມການຜະລິດ-ທຸລະກິດ ໃຫ້ເປັນລະບົບ-ຄົບຊຸດ ແລະ ຮັດກຸມ.