ການຈັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ແມ່ນມີຜົນສໍາເລັດຢ່າງຈົບງາມ

ໃນໄລຍະດຳເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງ ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ທີ່ຈັດຂຶ້ນໃນລະຫວ່າງວັນທີ 9-10 ກັນຍາ 2020, ຄະນະຮັບຜິດຊອບປ້ອງກັນກອງປະຊຸມ ໂດຍສະເພາະແມ່ນ ກົມຕໍາຫຼວດຈະລາຈອນ, ກຳລັງປ້ອງກັນທີ່ຕັ້ງ ແລະ ກຳລັງປ້ອງກັນເຄື່ອນທີ່ ໄດ້ສຸມໃສ່ປ້ອງກັນຢ່າງເຂັ້ມງວດ ໂດຍໄດ້ວາງກຳລັງລົງປ້ອງກັນຈໍານວນຫຼາຍສະຫາຍ ເພື່ອຮັບປະກັນໃຫ້ການດຳເນີນກອງປະຊຸມ ມີຄວາມເປັນລະບຽບ ແລະ ປອດໄພຮອບດ້ານ.

ພັທ ດາວິບູນ ສຸລິວົງ ຫົວໜ້າພະແນກຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ເປີດທາງ ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ສໍາພາດວ່າ:

ບັນດາກຳລັງເຫຼົ່າວິຊາສະເພາະ ທີ່ຮັບຜິດຊອບປ້ອງກັນ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງເຂັ້ມງວດ ເປັນຕົ້ນແມ່ນ ການປ້ອງກັນເວນຍາມໃນຂອບເຂດບໍລິເວນສະໂມສອນປ້ອງກັນຄວາມສະຫງົບ; ໂດຍຈັດກຳລັງເຂົ້າປ້ອງກັນຈໍານວນຫຼາຍສະຫາຍ ເຊິ່ງໄດ້ເລີ່ມປະຕິບັດໜ້າທີ່ວິຊາສະເພາະ ມາແຕ່ວັນທີ 6-10 ກັນຍາ ແລະ ເຫັນໄດ້ວ່າ:

ການຈັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ແມ່ນມີຜົນສໍາເລັດຢ່າງຈົບງາມ ທັງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພຮອບດ້ານ.

ສໍາລັບການປ້ອງກັນ ແມ່ນສົມທົບກັນລະຫວ່າງ ກົມຕໍາຫຼວດຈະລາຈອນ, ກຳລັງປ້ອງກັນທີ່ຕັ້ງ ແລະ ກຳລັງປ້ອງກັນເຄື່ອນທີ່ ໂດຍສຸມໃສ່ວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ເຊັ່ນ: ຖະໜົນຫົນທາງ, ເສັ້ນທາງຜ່ານໄປ-ມາ, ແຂກ ແລະ ຂະບວນແຂກທີ່ມາເຂົ້າຮ່ວມກອງປະຊຸມ ໃຫ້ສາມາດຮັບປະກັນຄວາມປອດໄພຮອບດ້ານ.

ສໍາລັບຢູ່ຈຸດປ້ອງກັນ ກະຊວງ ປກສ ແມ່ນ ໄດ້ມີການຈັດວາງກຳລັງໃສ່ ໂດຍມີການຈັດສັນລົດຂອງການນໍາ, ລົດວີໄອພີ ໃຫ້ມີບ່ອນຈອດທີ່ເປັນລະບຽບ, ທາງອອກ-ທາງເຂົ້າ ກໍບໍ່ໃຫ້ມີສິ່ງກີດຂວາງການສັນຈອນ; ສໍາລັບຢູ່ຈຸດປ້ອງກັນໂຮງແຮມ ກໍໄດ້ມີການຈັດສັນໃຫ້ມີການລະບາຍການສັນຈອນສະດວກ ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ.