ໃນອາທິດຜ່ານມານີ້, ກອງບັນຊາການ ປກສ ເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ 2020 ແລະ ວາງທິດທາງທ້າຍປີ ພ້ອມທັງຜ່ານເອກະສານສຳຄັນຕ່າງໆຈາກກະຊວງ ແລະ ແຂວງຈຳນວນໜຶ່ງ; ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີຄັ້ງນີ້ໂດຍທ່ານ ພັທ ສົມສະໜຸກ ພະໄຊສົມບັດ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະພັກຮາກຖານ, ຫົວໜ້າຫ້ອງ, ຮອງຫ້ອງ, ປກສ ກຸ່ມ, ກອງກໍ່ສ້າງຮາກຖານຈາກ ປກສ ແຂວງເຂົ້າຮ່ວມ.

ໂອກາດນີ້, ທ່ານ ພັຕ ບົວລະພັນ ສິມມາລາ ຄະນະພັກຮາກຖານ ຫົວໜ້າຫ້ອງ ກອງບັນຊາການ ປກສ ເມືອງ ໄດ້ຜ່ານບົດສະຫຼຸບໂດຍສັງເຂບວ່າ: ໄລຍະ 6 ເດືອນຕົ້ນປີຜ່ານມາ, ມີຄະດີອາຍາເກີດຂຶ້ນທັງໝົງ 37 ລາຍ. ໃນນັ້ນ, ເປັນຄະດີທຳມິດສາຈານ 4 ລາຍ, ລັກຊັບພົນລະເມືອງ 14 ລາຍ, ອາລະວາດ 2 ລາຍ, ທຳຮ້າຍຮ່າງກາຍ 2 ລາຍ, ສໍ້ໂກງຊັບ 1 ລາຍ, ຫາປາຜິດກົດໝາຍ 2 ລາຍ ແລະ ເຮັດໃຫ້ຊັບຂອງຄົນອື່ນຖືກໄຟໃໝ້ດ້ວຍຄວາມບໍ່ລະວັງ 1 ລາຍ; ວຽກງານຄະດີເສດຖະກິດ ມີທັງໝົດ 9 ລາຍ. ໃນນັ້ນ, ຍັກຍອກຊັບ 1 ລາຍ, ສໍ້ໂກງຊັບ 3 ລາຍ, ນຳເຂົ້າ-ສົ່ງອອກບໍ່ຖືກຕ້ອງຕາມກົດໝາຍ 3 ລາຍ ແລະ ເຄື່ອນຍ້າຍໄມ້ບໍ່ຖືກຕ້ອງຕາມກົດໝາຍ 2 ລາຍ.

ສຳລັບວຽກງານຕ້ານ ແລະ ສະກັດກັ້ນຢາເສບຕິດ ສາມາດມ້າງຄະດີໄດ້ 29 ລາຍ, ມີ 65 ຄົນ, ຍິງ 4 ຄົນ ແລະ ໄດ້ສົມທົບກັບກອງບັນຊາ ການ ປກສ ແຂວງກວດ ແລະ ກັກລົດເປົ້າໝາຍ 1 ຄັນໄດ້ຂອງກາງປະເພດຢາໄອສຈຳນວນ 193 ກິໂລກຼາມ. ວຽກງານໂຄສະນາຄຸ້ມຄອງພາຫະນະແມ່ນໄດ້ລົງເຄື່ອນໄຫວໂຄສະນາກ່ຽວກັບວຽກງານການສັນຈອນຕາມເສັ້ນທາງຫຼວງຢູ່ໂຮງຮຽນ ມສ ໄດ້ 7 ແຫ່ງ, ມີຈຳນວນພົນເຂົ້າຮ່ວມທັງໝົດ 3.575 ຄົນ, ຍິງ 2.494 ຄົນ; ວຽກງານອຸປະຕິເຫດ ໄດ້ເກີດອຸປະຕິເຫດທັງໝົດ 46 ລາຍ, ມີຄົນໄດ້ຮັບບາດເຈັບທັງ ໝົດ 73 ຄົນ, ຍິງ 15 ຄົນ. ໃນນັ້ນ, ບາດເຈັບສາຫັດ 13 ຄົນ, ຍິງ 1 ຄົນ, ບາດເຈັບສົມຄວນ 34 ຄົນ, ຍິງ 9 ຄົນ ແລະ ບາດເຈັບເລັກນ້ອຍ 26 ຄົນ, ຍິງ 5 ຄົນ, ບໍ່ໄດ້ຮັບບາດເຈັບມີ 37 ຄົນ, ຍິງ 10 ຄົນ ແລະ ເສຍຊີວິດ 2 ຄົນ. ວຽກງານຕ້ານ ແລະ ສະກັດກັ້ນອັກຄີໄພ ໄດ້ເກີດໄຟໃໝ້ຂຶ້ນ 8 ລາຍ, ມີ 9 ຄັ້ງລວມມູນຄ່າເສຍຫາຍຫຼາຍຮ້ອຍລ້ານກີບ.

ໃນພິທີ, ທ່ານ ພັທ ສົມສະໜຸກ ພະໄຊສົມບັດ ໄດ້ເນັ້ນໜັກບາງບັນຫາຕື່ມວ່າ: ໃຫ້ທຸກສະຫາຍເອົາໃຈໃສ່ປະກົດການຫຍໍ້ທໍ້ທີ່ເກີດ ຂຶ້ນ ເປັນຕົ້ນສຸມໃສ່ແກ້ໄຂບັນຫາຄ້າຂາຍຢາເສບຕິດ, ບັນຫາລັກຊັບພົນລະເມືອງ, ບັນຫາອຸປະຕິເຫດຕາມທ້ອງຖະໜົນ, ເຊິ່ງບັນຫາເຫຼົ່ານີ້ຜ່ານມາເຫັນວ່າ ເປັນບັນຫາພົ້ນເດັ່ນ; ນອກນັ້ນ, ແມ່ນໄດ້ເອົາໃຈໃສ່ບັນດາເປົ້າໝາຍຕ່າງໆ, ຊຸກຍູ້ກຳລັງ ປກສ ກຸ່ມບ້ານເຮັດວຽກງານຄຸ້ມຄອງພົນລະເມືອງ, ຕິດພັນກັບການກວດກາຊ່ອງທາງລັກລອບເຂົ້າເມືອງຜິດກົດໝາຍຂອງຄົນຕ່າງປະເທດ ແລະ ການຄ້າຂາຍນຳເຂົ້າ-ສົ່ງອອກຕາມຊາຍແດນ.

ຂ່າວໂດຍ: ພຸດທະສິນ ວົງວິໄລທອງ ນັກຂ່າວສະຖານີວິທະຍຸ-ໂທລະພາບເມືອງໂຂງ

ກວດແກ້: ຮອ ອາພອນ ລາຊາສົມບັດ