ວຕປ ປ້ອງກັນວິທະຍານິພົນ ປະລິນຍາໂທ ຮຸ່ນທີ XI

0
1691

ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ກະຊວງ ປກສ ຈັດພິທີປ້ອງກັນວິທະຍານິພົນໃຫ້ນັກສຶກສາປະລິນຍາໂທ ຮຸ່ນທີ XI ໃນວັນທີ 11 ກັນຍາ 2020, ໂດຍ ມີ ພັອ ປອ ວົງເຊໂດນ ພັນທະແກ້ວ ອຳນວຍການ ວຕປ, ມີຮອງຫົວໜ້າ, ອາຈານທີ່ປືກສາ, ແຂກຮັບເຊີນ, ຜູ້ສັງເກດການວິທະຍາສາດ, ຕາງໜ້າບັນດາຫ້ອງ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັອ ປອ ວົງເຊໂດນ ພັນທະແກ້ວ ອຳນວຍການ ວຕປ

ຊຸດຮຽນປະລິນຍາໂທ ຮຸ່ນທີ XI ມີນັກສຶກສາມາຈາກກົມ-ກອງ, ກອງບັນຊາການ ປກສ ແຂວງ ທີ່ມີໜ້າທີ່ຮັບຜິດຊອບຂັ້ນພະແນກ ຈໍານວນ 34 ສະຫາຍ, ໄດ້ເລີ່ມຕົ້ນເຂົ້າຮຽນມາແຕ່ວນທີ 24 ກັນຍາ 2018 ເປັນຕົ້ນມາ ແລະ ໄດ້ສໍາເລັດການຄົ້ນຄວ້າດ້ານທິດສະດີ; ຜ່ານວິວັດການລົງເກັບກຳຂໍ້ມູນ ແລະ ຂຽນວິທະຍານິພົນສໍາເລັດ ພ້ອມທັງຜ່ານການປ້ອງກັນຂັ້ນວິຊາການມາແລ້ວ ແລະ ໄດ້ເລີ່ມຕົ້ນການປ້ອງກັນບົດຈົບຊັ້ນ ແລະ ສໍາເລັດແລ້ວຈໍານວນໜຶ່ງ.

ສໍາລັບການປ້ອງກັນບົດໃນຄັ້ງນີ້ມີ 3 ຫົວຂໍ້ ຄື: ພັອ ກີ້ ຈັນທະວົງສາ ປ້ອງກັນໃນຫົວຂໍ້: ດໍາເນີນວິທີການສະກັດກັ້ນ ແລະ ແກ້ໄຂອາຊະຍາກຳທາງຄອມພິວເຕີຢູ່ນະຄອນຫຼວງວຽງຈັນ; ພັຕ ພູໄທ ວົງສະພັງທອງ ປ້ອງກັນໃນຫົວຂໍ້: ຍົກສູງຄຸນນະພາບວຽກງານສືບສວນ-ສອບສວນຄະດີອາຍາໃນການເຂົ້າເປັນສະມາຊິກສະມາຄົມອາຊຽນຂອງ ສປປ ລາວ ແລະ ພັຕ ວຽງອູ່ ພະໄທ ປ້ອງກັນໃນຫົວຂໍ້: ຍົກສູງຄຸນນະພາບວຽກງານຄຸ້ມຄອງນັກໂທດ, ຜູ້ຖືກຫາຄົນຕ່າງປະເທດຢູ່ຄ້າຍຄຸມຂັງໂພນຕ້ອງ.

ສ່ວນຫົວຂໍ້ທີ່ຍັງເຫຼືອແມ່ນຄາດກະວ່າ ຈະປ້ອງກັນໃຫ້ສໍາເລັດພາຍໃນທ້າຍເດືອນກັນຍາ 2020.