ສົ່ງແຮງງານລາວກັບຄືນປະເທດ ພ້ອມກັກຕົວ 14 ວັນ

0
771

ໃນວັນທີ 10 ກັນຍາ 2020 ນີ້, ຢູ່ຂົວມິດຕິພາບ 4 ແຂວງບໍ່ແກ້ວ ໄດ້ມີພິທີມອບ-ຮັບແຮງານລາວ ທີ່ໄປເຮັດວຽກຢູ່ຣາຊະອານາຈັກໄທ ຈຳນວນ 27 ຄົນ, ຍິງ 9 ຄົນກັບຄືນປະເທດ, ໃນນີ້ ແຮງງານຢູ່ແຂວງບໍ່ແກ້ວ ຈຳນວນ 21 ຄົນ, ແຂວງຈຳປາສັກ, ອຸດົມໄຊ ແລະ ຫລວງພະບາງ ແຂວງລະ 2 ຄົນ.

ຈາກນັ້ນ ຄະນະສະເພາະກິດເພື່ອປ້ອງກັນ, ຄວາມຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ແຂວງບໍ່ແກ້ວ ຈະໄດ້ນຳສົ່ງໄປຈຳກັດບໍລິເວນຢູ່ສູນ ບ້ານມົກກະຈອກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ໃນວັນດຽວກັນ ຄະນະສະເພາະກິດແຂວງ ກໍໄດ້ນຳເອົາແຮງງານ ຈາກ ສປ ຈີນ ທີ່ມາສືບຕໍ່ແກ້ໄຂວຽກທີ່ຍັງຄ້າງຢູ່ແຂວງບໍ່ແກ້ວ ຈຳນວນ 12 ຄົນ ເຂົ້າມາຈຳກັດບໍລິເວນຢູ່ສູນດັ່ງກ່າວເຊັ່ນກຽວກັນ.

ທ່ານ ນາງ ຈັນທອນ ໄຊຍະວົງ ຜູ້ຮັບຜິດຊອບສູນຈຳກັດບໍລິເວນ ພະຍາດໂຄວິດ 19 ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ມີແຮງງານ ເຂົ້າມາຈຳກັດບໍລິເວນຢູ່ສູນດັ່ງກ່າວທັງໝົດ 263 ຄົນ, ຍິງ 130 ຄົນ ແລະ ໄດ້ອອກໃບຢັ້ງຢືນຕິດຕາມສຸຂະພາບຄົບ 14 ວັນ ຈຳນວນ 237 ຄົນ.

ໃນໄລຍະຈຳກັດບໍລິເວນ 14 ວັນນັ້ນ, ຜູ້ຖືກຈຳກັດບໍລິເວນໄດ້ປະຕິບັດຕາມມາດຕະການຄື: ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ແລະ ມີແພດເຝົ້າຕິດຕາມອາການໃນແຕ່ລະວັນ, ມີການວັດອຸນຫະພູມເຊົ້າ-ແລງ, ເກັບຕົວຢ່າງມາກວດຫາເຊື້ອໂຄວິດ 19 ພາຍຫລັງຄົບ 14 ວັນ ຖ້າບໍ່ພົບເຊື້ອ ທາງຄະນະສູນຈະອອກໃບຢັ້ງຢືນໃຫ້ ແລະ ນຳສົ່ງກັບຄືນຫາຄອບຄົວ ເພື່ອໃຊ້ຊີວິດເປັນປົກກະຕິ.