ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະເຄື່ອນໄຫວຢ້ຽມຍາມເຮັດວຽກຢູ່ແຂວງຜົ້ງສາລີ

0
1149

ໃນວັນທີ 11 ກັນຍາ 2020 ,  ພົອ ຈັນສະໝອນ ຈັນຍະລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ ໂດຍການຕ້ອນຮັບຈາກ ທ່ານ ຄຳຜອຍ ວັນນະສານ ຮັກສາການເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຄະນະການນຳຂອງແຂວງ ແລະ ສອງກຳລັງ ປກສ – ປກຊ ຢູ່ທີ່ສະໜາມບີນຂອງເມືອງບຸນເໜືອ.


ຈຸດປະສົງຂອງການມາເຄື່ອນໄຫວຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເພື່ອຕິດຕາມຊຸກຍູ້ການກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ່ XI ຂອງອົງຄະນະພັກແຂວງຜົ້ງສາລີ ແລະ ເຂົ້າຮ່ວມເຮັດວຽກກັບກຳມະການປະຈຳພັກແຂວງ, ນອກຈາກນີ້ ຍັງຈະໄດ້ເຂົ້າຮ່ວມກອງປະຊຸມບັ້ນດໍາເນີນຊີວີດການເມືອງ ພາຍໃນຄະນະບໍລິຫານງານພັກແຂວງສະໄໜທີ X

ໃນໂອກາດນີ້, ກໍໄດ້ພົບປະໂອ້ລົມກຳລັງຫຼັກແຫຼ່ງຂອງກອງບັນຊາການທະຫານ ແລະ ຕຳຫຼວດ ຢູ່ກອງບັນຊາການທະຫານແຂວງ, ເຂົ້າຮ່ວມກອງປະຊຸມທາບທາມບຸກຄະລະກອນຄະນະບໍລິຫານງານພັກແຂວງສະໄໜທີ່ XI ຮອບ 3, ໄປເບີ່ງໂຄງການກໍ່ສ້າງກອງບັນຊາການທະຫານແຂວງ ແລະ ໂຄງການກໍ່ສ້າງອື່ນໆຢູ່ເທດສະບານແຂວງໃໝ່ ເມືອງບຸນ  ເໜືອ.