ຮົງກາຣີ ໃຫ້ເງິນກູ້ ຈຳນວນ 100 ລ້ານໂດລາ ໂດຍບໍ່ມີດອກເບ້ຍ

0
1087

ລັດຖະບານ ຮົງກາລີ ຕົກລົງຕັດສິນໃຈໃຫ້ເງິນກູ້ຢືມແກ່ລັດຖະບານລາວ ຈຳນວນ 100 ລ້ານໂດລາສະຫະລັດ ໂດຍບໍ່ມີດອກເບ້ຍ ແຕ່ຕ້ອງຈັດຕັ້ງປະຕິບັດພາຍໃຕ້ເງື່ອນໄຂ ແລະ ຂໍ້ກຳນົດທີ່ວາງອອກໂດຍໃຫ້ບໍລິສັດຂອງ ຮົງກາລີ ສາມາດດຳເນີນການເຄື່ອນໄຫວ ໂຄງການຕ່າງໆທີ່ສອງຝ່າຍຕົກລົງເຫັນດີຮ່ວມກັນ.

ທ່ານ ປີເຕີ ຊິຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຂອງຮົງກາລີ ຖະແຫຼງຂ່າວທີ່ກະຊວງການຕ່າງປະເທດລາວ ພາຍຫຼັງພົບປະຫາລືສອງຝ່າຍ ກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດ ໃນໂອກາດເດີນທາງຢ້ຽມຢາມລາວຢ່າງເປັນທາງການ ລະຫວ່າງວັນທີ 10 ແລະ 11 ກັນຍານີ້ວ່າ:ເງິນຊ່ວຍເຫຼືອລາວຈຳນວນ 100 ລ້ານໂດລາສະຫະລັດ ທີ່ລັດຖະບານຮົງກາລີ ອະນຸມັດໃຫ້ໃນຄັ້ງນີ້

ຈະມອບໃຫ້ບໍລິສັດຂອງຮົງກາລີ ຈັດຕັ້ງປະຕິບັດ 3 ໂຄງການໃຫຍ່ຄື: ການກໍ່ສ້າງໂຮງໝໍ, ໂຄງການປັບປຸງ ແລະ ຍົກລະດັບວຽກງານດ້ານສະຖິຕິຂອງລາວ, ລວມທັງປັບປຸງລະບົບສື່ສານເຕືອນໄພ ຍ້ອນວ່າໃນປັດຈຸບັນນີ້ ປະຊາຊົນລາວບັນດາເຜົ່າ ປະສົບກັບບັນຫານໍ້າຖ້ວມ ເມື່ອຮອດຍາມຝົນ ສະນັ້ນ, ຮົງກາລີເຫັນວ່າມີຄວາມຈໍາເປັນດ້ານນີ້ຫລາຍສົມຄວນ ຈຶ່ງຢາກຊ່ວຍເຫຼືອດ້ານບຸກຄະລາກອນ ເພື່ອຮັບມືກັບໄພພິບັດທາງທຳມະຊາດ.

ທ່ານ ປີເຕີ ຊິຢາໂຕ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາລັດຖະບານ ຮົງກາລີ ເຄີຍຊ່ວຍເຫຼືອປະເທດລາວຫຼາຍໆໂຄງການ ໃນນີ້ ຂົງເຂດກະສິກຳມີບໍລິສັດຂອງ ຮົງກາລີ ຈັດຕັ້ງປະຕິບັດ ມູນຄ່າຫຼາຍກວ່າ 1 ລ້ານໂດລາສະຫະລັດ ເຂົ້າໃນວຽກງານລ້ຽງສັດ. ນອກນີ້ ຍັງດຳເນີນໂຄງການແກ້ໄຂບັນຫານໍ້າເປື້ອນ ໃນນະຄອນຫຼວງວຽງຈັນ ແລະ ໂຄງການອອກບັດປະຈຳຕົວຜ່ານລະບົບເອເລັກໂຕນິກ ເພື່ອຄຸ້ມຄອງພົນລະເມືອງລາວຕື່ມອີກ.