ມອບ-ຮັບໜ້າທີ່ ຫົວໜ້າພະແນກບໍລິຫານ-ສັງລວມ ແລະ ກອງບັນນາທິການວິທະຍຸ ປກສ

0
1069

ພິທີມອບ-ຮັບໜ້າທີ່ຫົວ ໜ້າພະແນກບໍລິຫານ-ສັງລວມ ແລະ ຫົວໜ້າກອງບັນນາທິການວິທະຍຸ ກົມສື່ມວນຊົນ ປກສ ກົມໃຫຍ່ການເມືອງ ກະຊວງ ປກສ ລະຫວ່າງ ພັັທ ນາງ ຄໍາແສງ ທໍາມະວົງ ຫົວໜ້າພະແນກບໍລິຫານ-ສັງລວມ ( ຜູ້ເກົ່າ ) ໄປຮັບໜ້າທີ່ໃໝ່ເປັນຫົວໜ້າກອງບັນນາທິການວິທະຍຸ ແລະ ພັທ ສົມຫວັງ ນະວົງສິນ ຫົວໜ້າກອງບັນນາທິການວິທະຍຸ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າພະແນກບໍລິຫານ-ສັງລວມໄດ້ຈັດຂຶ້ນໃນວັນທີ 11 ກັນຍາ 2020, ມີ ພັທ ສີພາ ສິງທອງ ຮອງຫົວໜ້າກົມສື່ມວນຊົນ ປກສ, ມີບັນດາຫົວໜ້າ-ຮອງກອງບັນນາທິການ, ຫົວໜ້າ-ຮອງໜ່ວຍງານອ້ອມຂ້າງກົມສື່ມວນຊົນເຂົ້າຮ່ວມ.

ພິທີມອບ-ຮັບໜ້າທີ່ ຄັ້ງນີ້, ຫົວໜ້າພະແນກບໍລິຫານ-ສັງລວມ ແລະ ຫົວໜ້າກອງບັນນາທິການວິທະຍຸ ຜູ້ເກົ່າ ໄດ້ລາຍງານສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ, ບັນດາໜ້າວຽກທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດໃຫ້ສໍາເລັດ ແລະ ມອບບັນດາວຽກງານທີ່ຍັງຄ້າງຄາ ເພື່ອມອບໃຫ້ຫົວໜ້າຜູ້ໃໝ່ສືບຕໍ່ຈັດຕັ້ງປະຕິບັດຕໍ່ໄປໃຫ້ສໍາເລັດ ເຊັ່ນ: ວຽກງານສຶກສາອົບຮົມການເມືອງນໍາພາ-ແນວຄິດ, ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ, ວຽກງານວິຊາສະເພາະ ແລະ ບັນດາອຸປະກອນຕ່າງໆ.ພ້ອມທັງເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ.

ໃນພິທີ ພັທ ສີພາ ສິງທອງ ໄດ້ໂອ້ລົມຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່, ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ຍາດໄດ້ຜົນງານອັນໃຫຍ່ຫຼວງໃນໄລຍະຜ່ານມາ.

ພ້ອມນັ້ນ, ບັນດາສະຫາຍເມືອໄດ້ຮັບໜ້າທີ່ໃໝ່ແລ້ວຈົ່ງພາກພູມໃຈ ແລະ ຕັ້ງໜ້າຝືກຝົນຫຼໍ່ຫຼອມຕົນເອງ, ຮຽນຮູ້ວຽກງານໃໝ່ທີ່ໄດ້ຮັບມອບໝາຍຄັ້ງນີ້ໃຫ້ດີ, ມີຄວາມເຂົ້າໃຈ, ຖືເອົາການຖອດຖອນບົດຮຽນນໍາກັນ, ເພີ່ມການປະສານສົມທົບຢ່າງກົມກຽວກັບຄະນະ, ວິຊາການເຮັດວຽກຕົວຈິງ, ສ້າງເປັນແບບແຜນ, ແຜນການ, ແບ່ງຄວາມຮັບຜິດຊອບ, ຖືຫຼັກການລວມສູນປະຊາທິປະໄຕເປັນສໍາຄັນໃນການຕັດສິນບັນຫາຕ່າງໆຮ່ວມກັນຢ່າງສັນຕິ.