ຄະນະພັກຮາກຖານ ຫ້ອງພະລາທິການ ກອງບັນຊາການປ້ອງກັນສູນກາງ (ປກ) ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2020 ແລະ ທິດທາງແຜນການ ປະຈໍາປີ 2021 ຂຶ້ນໃນວັນທີ 11 ກັນຍາ 2020 ເປັນປະທານໂດຍ ສະຫາຍ ພັທ ບຸນເລື່ອນ ພົມພັກດີ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງພະລາທິການ, ໂດຍມີ ສະຫາຍ ພັອ ຄໍາເຜີຍ ຄໍາດີ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກ, ບັນດາເລຂາ-ຮອງເລຂາໜ່ວຍພັກ, ສະມາຊິກພັກສົມບູນ-ສໍາຮອງ ແລະພະນັກງານ-ນັກຮົບ ເຂົ້າຮ່ວມ.

ສະຫາຍ ພັທ ນາງ ຈັນເສີຍ ສີວິໄລ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງພະລາທິການ ກ່າວວ່າ: ຄະນະພັກຮາກຖານຫ້ອງພະລາທິການ ປະກອບມີ 5 ສະຫາຍ ຍິງ 1 ສະຫາຍ, ມີ 3 ໜ່ວຍພັກທີ່ຂຶ້ນກັບ, ມີສະມາຊິກພັກທັງໝົດ ຈໍານວນ 58 ສະຫາຍ ຍິງ 13 ສະຫາຍ, ສະມາ ຊິກພັກສົມບູນ 56 ສະຫາຍ ຍິງ 13 ສະຫາຍ, ສໍາຮອງ 2 ສະຫາຍ ຍິງ 1 ສະຫາຍ.

ຜ່ານການຕີລາຄາດ້ານດີ, ຜົນໄດ້ຮັບ ແລະ ດ້ານອ່ອນ, ຂໍ້ຄົງຄ້າງການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນ 1 ປີຜ່ານມາ ຕາມ 5 ເນື້ອໃນ ຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນນໍາພາ ແລະ ດ້ານການປະຕິບັດໜ້າທີ່ການເມືອງ ສາມາດຕີລາຄາຄຸນນະພາບ ແລະ ການຈັດແບ່ງປະເພດສະມາ ຊິກພັກໄດ້ຄື: ສະມາຊິກພັກສົມບູນໄດ້ປະເພດແຂງມີ 52 ສະຫາຍ ຍິງ 13 ສະຫາຍ, ບໍ່ໄດ້ຈັດປະເພດ 3 ສະຫາຍ (ປິ່ນປົວຍາວນານ ແລະ ລໍຖ້າບໍານານາ), ສະມາ ຊິກພັກສໍາຮອງໄດ້ປະເພດແຂງ 2 ສະຫາຍ ຍິງ 1 ສະຫາຍ, ມະຫາຊົນໄດ້ປະເພດແຂງ 7 ສະ ຫາຍ ຍິງ 2 ສະຫາຍ, ບໍ່ໄດ້ແບ່ງປະເພດ 10 ສະຫາຍ (ກໍາລັງໃໝ່).

ທິດທາງແຜນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ຄະນະພັກຮາກຖານຫ້ອງພະລາທິການຈະສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບ ກໍາແໜ້ນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີສະຕິຕໍ່ກົນອຸບາຍເລ່ລ່ຽມຂອງສັດຕູ ແລະ ກຸ່ມຄົນບໍ່ດີທີ່ຫວັງມ້າງເພທໍາລາຍລະບອບໃໝ່, ເອົາໃຈໃສ່ປັບປຸງກໍ່ສ້າງແຕ່ລະໜ່ວຍພັກ ປອດໃສ່ເຂັ້ມແຂງ, ໜັກແໜ້ນ ໃຫ້ບັນລຸ 90% ຂຶ້ນໄປ.