ທ້າຍອາທິດຜ່ານມາ, ກອງບັນຊາການປ້ອງກັນທີ່ຕັ້ງ ( ປຕ ) ກະຊວງ ປກສ ໄດ້ເປີດບັ້ນດຳເນີນຊີວິດການເມືອງ ປະຈຳປີ 2020 ເປັນປະທານໂດຍ ສະຫາຍ ພັອ ໄຊສີ ແກ້ວສະຫງ່າ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ; ມີພະນັກງານຫຼັກແຫຼ່ງຈາກ 4 ຫ້ອງ, 3 ກອງພັນ ແລະ ກອງຮ້ອຍເອກະລາດ ເຂົ້າຮ່ວມ.

ສະຫາຍ ພັອ ໄຊສີ ແກ້ວສະຫງ່າ ເລຂາຄະນະພັກ ຫົວໜ້າ ປຕ
ສະຫາຍ ພັອ ໄຊສີ ແກ້ວສະຫງ່າ ເລຂາຄະນະພັກ ຫົວໜ້າ ປຕ

ພັທ ກອງແກ້ວ ກຸສານົນ ຫົວໜ້າຫ້ອງການເມືອງ ກ່າວວ່າ: ບັ້ນດຳເນີນຊີວິດການເມືອງປະຈຳປີ 2020 ຂອງອົງຄະນະພັກກອງບັນຊາການປ້ອງກັນທີ່ຕັ້ງ ເປີດຂຶ້ນເພື່ອຍົກສູງຄຸນນະພາບຂອງການຈັດຕັ້ງຮາກຖານພັກ, ກົມກອງ ແລະ ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ, ເພີ່ມທະວີບົດບາດຄວາມສາມາດນຳ ພາ-ບັນຊາຂອງຄະນະພັກແຕ່ລະຂັ້ນ ຕໍ່ວຽກງານ-ຕໍ່ກຳລັງປ້ອງກັນທີ່ຕັ້ງ, ເຮັດສຳເລັດໜ້າທີ່ການເມືອງຂອງຕົນຕາມແນວທາງຂອງພັກ, ສ້າງກົມກອງໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເປັນການປັບປຸງກຳລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະກຳລັງປ້ອງກັນທີ່ຕັ້ງ ພວກເຮົາ ໄດ້ຍົກສູງຄວາມຮູ້, ຄວາມສາມາດ, ມີແບບແຜນວິທີເຮັດວຽກທີ່ ແນ່ນອນເຮັດໃຫ້ກົມກອງມີຄວາມເຂັ້ມ ແຂງຂຶ້ນຕື່ມເທື່ອລະກ້າວ, ເປັນການ ກວດກາ-ຕີລາຄາຄືນ ການຊີ້ນຳ-ນຳພາຂອງຄະນະພັກແຕ່ລະຂັ້ນ ໃນການເຄື່ອນ ໄຫວກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ, ເປັນການກວດກາ, ຕີລາຄາ-ແບ່ງປະເພດຄຸນນະພາບຂອງຮາກ ຖານພັກ, ກົມກອງ, ສະມາຊິກພັກ-ນາຍ ແລະ ພົນຕຳຫຼວດ ເພື່ອເປັນພື້ນຖານໃນການປັບປຸງກົງຈັກການຈັດຕັ້ງຂັ້ນຕ່າງໆໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຮັບປະກັນການຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ, ກົດໝາຍຂອງລັດກໍຄືແຜນການຂອງຂັ້ນເທິງໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ເອກະສານທີ່ນຳມາເຊື່ອມຊຶມປະ ກອບມີ: ຄຳສັ່ງແນະນຳຂອງຄະນະບໍລິ ຫານງານພັກກະຊວງປ້ອງກັນຄວາມສະ ຫງົບ ເລກທີ 03/ຄພ.ປກສ, ລົງວັນທີ 12 ພະຈິກ 2018 ວ່າດ້ວຍການເພີ່ມທະວີ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນໃນກຳລັງປ້ອງກັນຄວາມສະ ຫງົບ; ຄຳແນະນຳຂອງກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ເລກທີ 3791/ກມ.ປສ, ລົງວັນທີ 28 ພະຈິກ 2018 ກ່ຽວກັບການຈັດຕັ້ງປະຕິບັດ ຄຳສັ່ງແນະນຳຂອງຄະນະບໍລິຫານງານພັກກະຊວງ ປ້ອງກັນຄວາມສະຫງົບ ວ່າດ້ວຍການ ເພີ່ມທະວີການກໍ່ສ້າງໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ໃນກຳລັງ ປ້ອງກັນຄວາມສະຫງົບ.

ສະຫາຍ ພັອ ໄຊສີ ແກ້ວສະຫງ່າ  ຂຶ້ນປະດັບໃຊ້ໃຫ້ພະນັກງານ-ນັກຮົບ ປຕ ທີ່ໄດ້ຮັບການເລື່ອນຊັ້ນ
ສະຫາຍ ພັອ ໄຊສີ ແກ້ວສະຫງ່າ ຂຶ້ນປະດັບໃຊ້ໃຫ້ພະນັກງານ-ນັກຮົບ ປຕ ທີ່ໄດ້ຮັບການເລື່ອນຊັ້ນ

ໃນອາທິດດຽວກັນ, ຍັງໄດ້ປະກາດ ເລື່ອນຊັ້ນໃຫ້ນາຍຕຳຫຼວດ ໃນນັ້ນ, ພັນຕີ ຂຶ້ນ ພັນໂທ 6 ສະຫາຍ ຍິງ 1 ສະຫາຍ; ປະດັບຊັ້ນໂດຍ ພັອ ໄຊສີ ແກ້ວສະຫງ່າ.