ການ ກວດກາເຕັກນິກ ລົດຕາມທາງຫຼວງ ແມ່ນການກວດກາຈາກດ້ານນອກຂອງຍານພາຫະນະ ໂດຍທີ່ຜູ້ຂັບຂີ່ຍັງປະຈໍາຢູ່ບອນນັ່ງຄົນຂັບ ແລະ ຜູ້ໂດຍສານ ກໍຍັງນັ່ງຢູ່ບ່ອນນັ່ງຂອງເຂົາເຈົ້າພາຍໃນລົດ, ສໍາລັບລົດຈັກຜູ້ຂັບຂີ່ຍັງນັ່ງຢູ່ເທິງລົດຂອງຕົນ; ສ່ວນຜູ້ຊ້ອນທ້າຍມານໍານັ້ນໃຫ້ໄປຢືນຢູ່ນອກເຂດກວດກາ.

ກວດກາເຕັກນິກ ລົດຕາມທາງຫຼວງ ແບບຖືກຕ້ອງ
ກວດກາເຕັກນິກ ລົດຕາມທາງຫຼວງ ແບບຖືກຕ້ອງ

ການກວດການີ້, ແມ່ນການກວດກາທີ່ບໍ່ໄດ້ໃຊ້ເຄື່ອງມືກວດກາ ແລະ ບໍ່ໄດ້ຖອດ ຫຼື ມ້າງເອົາຊິ້ນສ່ວນໃດໜຶ່ງຂອງລົດອອກ, ມັນແມ່ນການເນັ້ນສະເພາະລາຍການທີ່ເຫັນວ່າມີຄວາມຈໍາເປັນຕໍ່ຄວາມປອດໄພໃນການສັນຈອນເທົ່ານັ້ນ; ຖ້າຫາກການກວດກາລາຍການໃດໜຶ່ງບໍ່ສາມາດເຮັດໄດ້ຍ້ອນໂຄງສ້າງຂອງລົດ ຫຼື ການບັນທຸກຂອງລົດ ເຊັ່ນ: ການກວດກາເຕົ້າເບຼກຂອງລົດເມນ້ອຍສາມາດຍົກເວັ້ນການກວດກາລາຍການດັ່ງກ່າວ ຖ້າພົບເຫັນລາຍການໃດໜຶ່ງທີ່ເປັນຊິ້ນດຽວ ແລະ ງ່າຍຕໍ່ການສ້ອມແປງເຊັ່ນ: ປ່ຽນດອກໄຟຕາລົດທີ່ບໍ່ມີຄວາມຫຍຸ້ງຍາກ ແມ່ນໃຫ້ຜູ້ຂັບຂີ່ສ້ອມແປງ ຫຼື ທໍາການປ່ຽນຖ່າຍກັບທີ່.

ຄວນຈໍາໄວ້ສະເໜີວ່າ: ການກວດກາເຕັກນິກລົດຕາມທາງຫຼວງຈະຕ້ອງບໍ່ສ້າງຄວາມຫຍຸ້ງຍາກສັບສົນໃຫ້ແກ່ການສັນຈອນເກີນຄວາມຈໍາເປັນສໍາລັບຈຸດປະສົງໃນການກວດກາ.