ພັອ ສົມໝາຍ ພົມມະຈັນ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດໃນໂອກາດທີ່ເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງ ອົງຄະນະພັກ ກະຊວງ ປກສ ຄັ້ງວັນທີ 9 ກັນຍາ 2020

ພັອ ສົມໝາຍ ພົມມະຈັນ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດໃນໂອກາດທີ່ເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງ ອົງຄະນະພັກ ກະຊວງ ປກສ ຄັ້ງວັນທີ 9 ກັນຍາ 2020 ວ່າ: ເພື່ອສືບຕໍ່ຜັນຂະຫຍາຍ, ຈັດຕັ້ງປະຕິບັດທິດທາງ-ຄາດໝາຍ ແລະ ໜ້າທີ່ວຽກງານໃນ 5 ປີ ຕໍ່ໜ້າ (2021-2025) ທີ່ຄະນະບໍລິຫານງານພັກ ກະຊວງ ປກສ ວາງອອກ ໃຫ້ຖືກຕ້ອງ ແລະ ດຳເນີນໄປຢ່າງມີປະສິດທິຜົນ ອີກທັງເປັນໄປຕາມທິດຊີ້ນຳຂອງແຜນການຈັດຕັ້ງປະຕິບັດຕາມບົດລາຍງານການເມືອງ; ໃນນີ້, ຄະນະພັກ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈະສືບຕໍ່ນຳພາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ກຳລັງ ປກສ ແຂວງ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ປັບປຸງລະບົບການຈັດຕັ້ງຊີ້ນຳ-ນຳພາແຕ່ລະຂັ້ນ ໃຫ້ໄປຕາມທິດຊີ້ນຳຂອງພັກ.

ຄຽງຄູ່ກັນນີ້, ຄະນະພັກ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈະສືບຕໍ່ກຳແໜ້ນສະພາບການຢ່າງຮອບດ້ານ ໂດຍສະເພາະແມ່ນ ການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ ແນໃສ່ຮັບປະກັນໃຫ້ສະພາບການພາຍໃນແຂວງ ມີຄວາມສະຫງົບ-ປອດໄພ ພ້ອມທັງກຳແໜ້ນການຈັດຕັ້ງປະຕິບັດວຽກງານຂອງກຳລັງ ພາຍຫຼັງທີ່ມອບໝາຍໜ້າທີ່ໃຫ້ກຳລັງ ປກສ ແຂວງສະຫວັນນະເຂດ ກໍຕ້ອງໄດ້ມີການຕິດຕາມກວດກາຢ່າງເປັນລະບົບ ເຮັດໃຫ້ກຳລັງຈັດຕັ້ງປະຕິບັດໜ້າທີ່ວຽກງານມີຄວາມໂປ່ງໃສ ໂດຍສະເພາະແມ່ນ ການແກ້ໄຂປະກົດການຫຍໍ້ທໍ້, ການດໍາເນີນຄະດີ, ການກໍ່ສ້າງຮາກຖານໃຫ້ມີຄວາມເຂັ້ມແຂງ.

ທ່ານຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ກ່າວຕື່ມວ່າ: ຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເຂົ້າຮ່ວມ ກອງປະຊຸມໃຫຍ່ຄັ້ງນີ້, ຕະຫຼອດໄລຍະທີ່ຜ່ານມາ ຂ້າພະເຈົ້າຂໍຢືນຢັນວ່າ ຜົນສຳເລັດ ຫຼື ເສັ້ນທາງກ້າວເດີນຂອງ ຄະນະພັກ ປກສ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ IV ຮອດຄັັ້ງທີ V ຖືວ່າເປັນໄລຍະກ້າວເດີນທີ່ຍາວໄກພໍສົມຄວນ ແຕ່ວ່າຜ່ານການເຄື່ອນໄຫວຕົວຈິງພາຍໃຕ້ການນຳພາຂອງພັກ ເຮັດໃຫ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ອົງຄະນະພັກ ກະຊວງ ປກສ ມີຜົນສຳເລັດຕາມລະດັບຄາດໝາຍ ສະແດງອອກບ່ອນວ່າ:

ກຳລັງ ປກສ ໄດ້ຮັບການຊຸບຫຼ່ໍກໍ່ສ້າງເຕີບໃຫຍ່ຂະຫຍາຍຕົວເປັນເຄື່ອງມືອັນແຫຼມຄົມຂອງພັກ-ລັດ ເປັນເກາະກຳບັງໃຫ້ແກ່ປະຊາຊົນໃນການສ້າງສາພັດທະນາປະເທດຊາດ ເຊິ່ງເຫັນໄດ້ວ່າປັດໄຈດັ່ງກ່າວນັ້ນ ເຮັດໃຫ້ການເຕີບໃຫຍ່ຂະຫຍາຍຕົວຂອງ ກຳລັງ ປກສ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ສຳລັບ ປກສ ແຂວງສະຫວັນນະເຂດ ຕະຫຼອດໄລຍະຜ່ານມາ, ສາມາດຮັກສາບົດບາດການນຳພາຂອງ ຄະນະພັກ-ຄະນະນຳ ປກສ ແຂວງ ແລະ ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ພາຍໃນແຂວງມີຄວາມສະຫງົບປອດໄພ; ໃນນັ້ນ, ໄດ້ສຸມໃສ່ນຳພາສຶກສາອົບຮົມການເມືອງແນວຄິດ ພາຍໃນກຳລັງ ປກສ ແຂວງສະຫວັນນະເຂດ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມທັງຫັນກຳລັງລົງສູ່ຮາກຖານການເມືອງ ໃນຂົງເຂດພື້ນທີ່ທີ່ມີຄວາມສ່ຽງ ແລະ ຂົງເຂດຕິດຈອດກັບຊາຍແດນ ເຮັດໃຫ້ກຳລັງ ປກສ ແຂວງ ມີການຈັດຕັ້ງປະຕິບັດໄດ້ດີ ແລະ ການແກ້ໄຂບັນຫາປະກົດການຫຍໍ້ທໍ້ໄດ້ໂດຍພື້ນຖານ.