ອະດີດຮອງຫົວໜ້າກົມໃຫຍ່ການເມືອງ ປກສ ມອບເຄື່ອງຊ່ວຍເຫຼືອໃຫ້ໂຮງໝໍ ປກສ ແຂວງຄຳມ່ວນ

0
1220

ໃນວັນທີ 11 ກັນຍາ 2020, ພົຈວ ອຸ່ນຫຼ້າ ວົງພະຈັນ ອະດີດຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຮງໝໍ ປກສ ແຂວງຄຳມ່ວນ ຕ້ອນຮັບໂດຍ ພັອ ຄຳພອນ ສີກຸມພົນ ຫົວໜ້າກອງບັນຊາກາານ ປກສ ແຂວງ, ມີຫົວໜ້າຫ້ອງພະລາທິການ ປກສ ແຂວງ  ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດທີ່ທ່ານອະດີດຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ມາຢ້ຽມຢາມໃນຄັ້ງນີ້ ໄດ້ນຳເອົາເຄື່ອງຮັບໃຊ້ອຸປະກອນເຕັກນິກຈຳນວນໜື່ງ ມາມອບໃຫ້ໂຮງໝໍ ປກສ ແຂວງຄຳມ່ວນ ທີ່ມີຄວາມຈຳເປັນ ແລະ ຄວາມຂາດເຂີນ ທາງດ້ານອຸປະກອບຮັບໃຊ້ໃນການອຳນວຍຄວາມສະດວກໃຫ້ປະຊາຊົນຜູ້ທີ່ມາໃຊ້ບໍລິການ. ເຄື່ອງທີ່ນຳມາມອບໃນຄັ້ງນີ້ ແມ່ນໄດ້ຮັບການປະກອບສ່ວນຮ່ວມອຸປະຖຳຈາກຄອບຄົວ ທ່ານ ສີນນະສອນ ຜາງນີວົງ ແລະ ຄອບຄົວ ທ່ານ ຕັງຮີ ເຊີ່ງປະກອບ ມີ: ຕູ້ເຢັນ 2 ເຄື່ອງ, ພັດລົມ 5 ເຄື່ອງ ແລະ ຕູ້ນ້ຳເຢັນ 1 ເຄື່ອງ ລວມມູນຄ່າ 6.000.000 ກ່ວາກີບ. ເປັນກຽດກ່າວມອບ ໂດຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮັບໂດຍ ພັອ ຄຳພອນ ສີກົມພົນ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ມີຫົວໜ້າຫ້ອງພະລາທິການ ປກສ ແຂວງ ແລະ ພະນັກງານແພດໝໍພາຍໃນໂຮງໝໍ ປກສ ແຂວງເຂົ້າຮ່ວມ.

          ໃນໂອກາດນີ້, ພັອ ຄຳພອນ ສີກຸມພົນ ໄດ້ກ່າວສະແດງຄວາມຂອບໃຈ ແລະ ສະແດງຮູ້ບຸນຄຸນເປັນຢ່າງສູງ ມາຍັງອະດີດການນຳຂັ້ນເທີງທີ່ເຫັນໄດ້ເຖີງຄວາມຈຳເປັນທາງດ້ານວັດຖຸອຸປະກອນຮັບໃຊ້ຕ່າງໆພາຍໃນໂຮງໝໍດັ່ງກ່າວ ເຄື່ອງທີ່ນຳມາມອບໃນຄັ້ງນີ້ ທາງໂຮງໝໍ ປກສ ແຂວງຄຳມ່ວນ ຈະນຳໄດ້ນຳໃຊ້ເຂົ້າໃນການບໍລິການພໍ່ແມ່ປະຊາຊົນ ແລະ ມາປີ່ນປົວຢູ່ໂຮງໝໍ ປກສ ແຂວງ ໃຫ້ມີຄວາມສະດວກດີຂຶ້ນກວ່າເກົ່າ.