ທະຫານ ນວ ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າ ແຫ່ງຊາດລາວ

0
955

ໃນວັນທີ 9 ກັນຍາ ຜ່ານມາ, ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ຄົບຮອບ 18 ປີ ( 9 ກັນຍາ 2002- 9 ກັນຍາ 2020 ) , ໂດຍການເປັນປະທານຂອງ ພົຈວ  ລໍາພອນ ນົນຈັນທະວົງ  ຮອງປະທານສະ ຫະພັນນັກຮົບເກົ່າ ນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ພາຍໃນອົງການ 5 ຫ້ອງ ແລະ ກົມກອງ ອ້ອມຂ້າງເຂົ້າຮ່ວມ.

ໂອກາດນີ້, ພົຈວ  ລໍາພອນ ນົນຈັນທະວົງ  ຮອງປະທານສະຫະພັນນັກຮົບເກົ່າ ນະຄອນຫຼວງວຽງຈັນ ໄດ້ຂຶ້ນກ່າວ ປາຖະກະຖາວັນມູນເຊື້ອດັ່ງກ່າວ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະການປະ ກອບສ່ວນອັນໃຫຍ່ຫຼວງ ຂອງຖັນແຖວນັກຮົບເກົ່າ ໃນການຕໍ່ສູ້ເພື່ອກອບກູ້ເອົາຄວາມເປັນເອກະລາດ,ອຳນາດອະທິປະໄຕ,ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກປະ ຊາຊົນລາວ,ການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນ ງານການເຄື່ອນໄຫວຂອງສະຫະພັນນັກ ຮົບເກົ່າແຫ່ງຊາດລາວ ໃນຕະຫຼອດໄລຍະ 18 ປີ ທີ່ຜ່ານມາ ໂດຍພາຍໃຕ້ການຊີ້ນຳ-ນຳພາ ຢ່າງໃກ້ຊິດຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ລັດຖະບານ, ຄວາມເອົາໃຈ ໃສ່ຊີ້ນຳ-ນຳພາຂອງຄະນະພັກ ຄະນະປົກຄອງທ້ອງຖິ່ນແຕ່ລະຂັ້ນ, ການສະໜັບສະໝູນອູ້ມຊູຊ່ວຍເຫຼືອ ຂອງບັນດາກະຊວງ-ອົງການ ແລະ ຊັ້ນຄົນໃນສັງຄົມສະຫະພັນນັກຮົບເກົ່າໄດ້ຮັບການປັບປຸງ ແລະ ພັດທະນາໃນຫຼາຍດ້ານໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສາມາດເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນ ແລະ ຍາດໄດ້ຜົນງານອັນໃນຫຼາຍດ້ານ ເປັນຕົ້ນແມ່ນ ການປະຕິບັດພາລະບົດບາດ ສຶກສາອົບຮົມໃຫ້ສະມາຊິກນັກຮົບເກົ່າປົກປັກຮັກສາ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ແລະ ສຶກສາອົບຮົມຄົນຮຸ່ນໜຸ່ມ, ການປະຕິບັດພາລະບົດບາດເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທຳຂອງນັກຮົບເກົ່າຕາມແນວທາງຂອງພັກ ແລະ ກົດໜາຍຂອງລັດ.

ການປະຕິບັດພາລະບົດບາດໃນການປຸກລະດົມຖັນແຖວນັກຮົບເກົ່າ ປະກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ,ການປົກປັກຮັກສາ ແລະ ການພັດທະນາປະເທດຊາດ,ການປະຕິບັດໜ້າທີ່ຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເພື່ອສ້າງຄວາມປອດໃສ,ເຂັ້ມແຂງໃຫ້ແກ່ການຈັດຕັ້ງ,ການປະຕິບັດໜ້າທີ່ໃນການປຸກລະດົມສະມາຊິກນັກຮົບເກົ່າ ສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ ເພື່ອຫຼຸດຜ່ອນຄວາມ ທຸກຍາກ ແລະ ພັດທະນາພື້ນຖານໂຄງລ່າງຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ພ້ອມນັ້ນ ກໍຍັງໄດ້ຈັດຕັ້ງເສີມຂະຫຍາຍສາຍພົວພັນຮ່ວມມືທີ່ເປັນມູນເຊື້ອ ກັບຕ່າງປະເທດ ແລະ ສາກົນຕະຫຼອດມາ.

ການຈັດຕັ້ງປາຖະກະຖາໃນຄັ້ງນີ້ ເພື່ອເປັນການເສີມຂະຫຍາຍມູນເຊື້ອອັນດີງາມຂອງວັນນັກຮົບເກົ່າລາວ ໃຫ້ມີຄວາມໝາຍຄວາມສຳຄັນ, ແນໃສ່ປຸກລະດົມໃຫ້ພະນັກງານ-ນັກຮົບ ໃນທົ່ວກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຮັບຮູ້, ເຂົ້າໃຈແຈ້ງ ຕໍ່ວັນສຳຄັນດັ່ງກ່າວຢ່າງເລິກເຊິ່ງ ເພື່ອພ້ອມກັນນຳເອົາບົດຮຽນທີ່ສຳຄັນ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ເປັນຂະບວນຟົດຟື້ນຢ່າງແຂງແຮງ.