ໃນວັນທີ 8 ກັນຍາ 2020, ທ່ານ ປອ ນາງ ບົວຄຳ ທິບພະວົງ ກຳມະການ ຄະນະປະຈຳສະພາແຫ່ງຊາດ, ປະທານກຳມະທິການຍຸຕິທຳ ພ້ອມຄະນະລົງ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ຄ້າຍຄຸມຂັງ-ດັດສ້າງ ແຂວງຄຳມ່ວນ.

ພັທ ວໍລະຈິດ ດວງລາຕີ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ໄດ້ຜ່ານບົດລາຍງານຫຍໍ້ຂອງຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ຕໍ່ຄະນະສະພາແຫ່ງຊາດ ວ່າ: ປັດຈຸບັນ, ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ມີນັກໂທດ, ຕ້ອງຫາ ແລະ ຜູ້ຖືກດັດສ້າງ ຄະດີຢາເສບຕິດກວມ 76 % ແລະ ຄະດີທົ່ວໄປກວມ 24% , ຍາມໃດພວກເຮົາແມ່ນໄດ້ເອົາໃຈໃສ່ໃນການປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໂດຍການຈັດຈຸຂຶ້ນປ້ອມຍາມ ແລະ ຈັດຕັ້ງຈຸປະຈຳການຕະຫຼອດ 24 ຊົ່ວໂມງ ກຽມພ້ອມສູ້ຮົບແກ້ໄຂເຫດການໃນທຸກກໍລະນີທີ່ອາດຈະເກີດຂຶ້ນ, ໄດ້ສຶກສາອົບຮົມໃຫ້ແກ່ນັກໂທດ, ຖືກຫາ, ຜູ້ຖືກດັດສ້າງດ້ວຍຫຼາຍຮູບແບບຫຼາຍວິທີຢ່າງເປັນປົກກະຕິ ເປັນຕົ້ນໄດ້ນຳເອົາແນວທາງນະໂຍ ບາຍຂອງພັກ ລະບຽບກົດໝາຍຂອງລັດ, ມູນເຊື້ອວັດທະນະທຳມາເຜີຍແຜ່ສົມທົບກັບການອອກແຮງງານທຳການຜະລິດຝຶກວິຊາຊີບ.

ນອກນັ້ນ, ເຈົ້າໜ້າທີ່ຍັງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຂົ້າມາເປັນສ່ວນຮ່ວມໃນການສຶກສາອົບຮົມນັກໂທດ, ຕ້ອງຫາ, ຜູ້ຖືກດັດສ້າງ ໂດຍສະເພາະບັນດາອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ ແລະ ອົງການພຸດທະສາສະໜາ ແລະ ເຫັນວ່ານັກໂທດ, ຕ້ອງຫາ ແລະ ຜູ້ຖືກດັດສ້າງສ່ວນຫຼວງຫຼາຍມີຄວາມສະຫງົບ ອຸ່ນອຽນທຸ່ນທ່ຽງ ແລະ ຮູ້ສຶກກິນແໜງແຄງໃຈເບື່ອໜ່າຍຕໍ່ການກະທຳຜິດຂອງຕົນເອງປະຕິບັດລະ ບຽບວິໄນໄດ້ດີ ສະແດງອອກນັກໂທດຈຳນວນຫຼວງຫຼາຍໄດ້ຮັບນະໂຍບາຍອະໄພຍະໂທດ ຜ່ອນໂທດ ແລະ ປ່ອຍຕົວກ່ອນກຳນົດ ໂດຍມີເງື່ອນໄຂ.

ໂອກາດດັ່ງກ່າວ, ທ່ານ ປອ ນາງ ບົວຄຳ ທິບພະວົງ ກ່າວຊົມເຊີຍຕໍ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຄ້າຍຄຸມຂັງ-ດັດສ້າງ ທີ່ເອົາໃຈໃສ່ເຮັດວຽກວິຊາສະເພາະຕະຫຼອດ 24 ຊົ່ວໂມງ. ນອກນີ້, ທ່ານຍັງໄດ້ເນັ່ນໃຫ້ຄະນະຄ້າຍຄຸມຂັງ-ດັດສ້າງ ເພີ່ມທະວີສອກສາອົບຮົມໃຫ້ກັບນັກ ໂທດ,ຕ້ອງຫາ ແລະ ຜູ້ຖືກດັດສ້າງໃຫ້ເຂົາເຈົ້້າກັບຄືນເປັນຄົນດີ, ມີວິຊາອາຊີບ, ບໍ່ກັບໄປກະທຳຜິດຄັ້ງໃໝ່ ແລະ ກາຍເປັນຄົນດີໃນຍາມເວລາອອກໄປສູ່ສັງຄົມ.