ຄບຕ ລວງຮ່ອງລະບາຍນຳ້ຂົວຮ່ອງແຊງ
ຄບຕລວງຮ່ອງລະບາຍນຳ້ຂົວຮ່ອງແຊງ

ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ ( ຄບຕ ) ນະຄອນຫຼວງວຽງຈັນ ໄດ້ອອກແຮງງານລວມວັນເສົາແດງ ເພື່ອເອົາຜັກຕົບຂຶ້ນຈາກຂົວຮ່ອງແຊງ ເມືອງຈັນທະບູລີ ນວ ທີ່ເປັນສາຍຫຼັກໃນການລະບາຍນໍ້າໃຫ້ສະດວກລົງສູ່ບຶງທາດຫຼວງ ເພື່ອແກ້ໄຂນໍ້າຖ້ວມຂັງໃນລະດູຝົນ; ນໍາພາໂດຍທ່ານ ບຸນຈັນ ແກ້ວສີທໍາມະວົງ ຫົວໜ້າອໍານວຍການອົງການຄຸ້ມຄອງ ແລະ ບໍລິການຕົວເມືອງ ນະຄອນຫຼວງວຽງຈັນ, ມີບັນດາພາກສ່ວນທີ່ກ່ຽວ ພ້ອມດ້ວຍພໍ່-ແມ່ປະຊາຊົນພາຍຮ່ອງໄກ່ແກ້ວ ເຂົ້າຮ່ວມ.

ທ່ານ ບຸນຈັນ ແກ້ວສີທໍາມະວົງ ໃຫ້ຮູ້ວ່າ: ການລົງເຄື່ອນໄຫວອະນາໄມໃນຄັ້ງນີ້, ແມ່ນໄດ້ສຸມໃສ່ຂົວຮ່ອງແຊງ ເຂດບ້ານຮ່ອງໄກ່ແກ້ວ ເພື່ອເອົາຜັກຕົກຂຶ້ນຈາກຂົວດັ່ງກ່າວ, ເຊິ່ງຮ່ອງແຊງ ເປັນຮ່ອງສາຍແມ່ຂອງການລະບາຍນໍ້າໃນຕົວເມືອງ ເພາະວ່າມີຫຼາຍສາຍທີ່ມາເຊື່ອມໃສ່ຮ່ອງແຊງນີ້, ປະກອບມີ: ຮ່ອງວັດໄຕ, ຮ່ອງປ່າສັກ, ຮ່ອງໜອງທາໃນການລະບາຍນໍ້າ ລົງສູ່ບຶງທາດຫຼວງ, ສະນັ້ນ ຄບຕ ຈຶ່ງໄດ້ສຸມໃສ່ແກ້ໄຂຈຸດດັ່ງກ່າວ, ເພື່ອເຮັດໃຫ້ການລະບາຍນໍ້າໄຫຼສະດວກດີ, ນໍ້າໄຫຼແຮງ ແລະ ບໍ່ໃຫ້ມີຜັກຕົບ, ຂີ້ເຫຍື້ອ ຫຼື ສິ່ງເສດເຫຼືອດັ່ງກ່າວອຸດຕັນ.
ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າ:

ຄບຕ ລວງຮ່ອງລະບາຍນຳ້ຂົວຮ່ອງແຊງ

ຢູ່ຈຸດດັ່ງກ່າວມີຂີ້ເຫຍື້ອເປັນຈໍານວນຫຼາຍ ເປັນຕົ້ນແມ່ນມີຕູ້ເຢັນ, ໂທລະ ທັດ, ຜ້າເສື້ອ, ງ່າໄມ້ ແລະອື່ນໆ ທີ່ຖິ້ມລົງຮ່ອງແຊງ ລວມທັງຜັກຕົບຈຳນວນຫຼາຍທີ່ໄຫຼອຸດຕັນທໍ່ລະບາຍນໍ້າຂອງຂົວຮ່ອງ ແຊງດັ່ງກ່າວ. ສະນັ້ນ ເພື່ອເຮັດໃຫ້ນໍ້າໄຫຼດີ ຄບຕ ໄດ້ນໍາໃຊ້ ກົນຈັກເຂົ້າຊ່ວຍ ໂດຍສະເພາລົດຈົກໃນການເຮັດອະນາໄມ ຈົກດິນຕົມ, ເອົາຂີ້ເຫຍື້ອ, ເສດອາຫານ, ສິ່ງເສດເຫຼືອຕ່າງໆອອກຈາກຮ່ອງດັ່ງກ່າວ, ຖ້າບໍ່ມີການອະນາໄມເອົາສິ່ງຕ່າງໆອອກ ນໍ້າຈະໄຫຼຍ້ອນກັບໄປເທິງກະທົບໃສ່ຖະໜົນຫົນທາງເຮັດໃຫ້ນໍ້າຖ້ວມ ເນື່ອງຈາກທໍລະບາຍນໍ້າ, ຮ່ອມ, ຊອຍຕ່າງໆທີ່ເຊື່ອມ; ໃນນີ້, ຈະໄດ້ຮັບຜົນກະທົບ ເມື່ອເວລາຝົນຕົກໜັກຫຼາຍຊົ່ວໂມງ ຈະເຮັດໃຫ້ນໍ້າໄຫຼບໍ່ສະດວກ ແລະ ຈະຍື່ງຂຶ້ນ ເຮັດໃຫ້ການໄຫຼນໍ້າບໍ່ສະດວກໄປສູ່ບຶງທາດຫຼວງ ເພື່ອແກ້ໄຂຈຸດດັ່ງກ່າວ ຄບຕ ຈະໄດ້ສຸມໃສ່ຢ່າງເຕັມທີ່.

ຄບຕ ລວງຮ່ອງລະບາຍນຳ້ຂົວຮ່ອງແຊງ
ຄບຕລວງຮ່ອງລະບາຍນຳ້ຂົວຮ່ອງແຊງ

ໃນໂອກາດນີ້, ຫ້ອງການ ຄບຕ ຂໍຄວາມຮ່ວມມືນຳພໍ່-ແມ່ປະຊາຊົນທີ່ຢູ່ລຽບຕາມຮ່ອງແຊງ ສາຍຫຼັກໃນການລະບາຍນໍ້າ ຈົ່ງເປັນເຈົົ້າການໃນການຮັກສາອະນາໄມ ຫ້າມເອົາຂີ້ເຫຍື້ອ ຫຼື ສິ່ງຕ່າງໆຖິ້ມລົງນໍ້າຮ່ອງແຊງ, ຄວນມ້ຽນຂີ້ເຫຍື້ອຕ່າງໆໄວໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປຖິ້ມຢູ່ຫຼັກ 32; ຂໍໃຫ້ທຸກພາກສ່ວນເປັນເຈົ້າການໃນການຮັກສາສິ່ງແວດລ້ອມ, ຮ່ວມກັນໃນການພັດທະນາ, ສ້າງພັດທະນາປະເທດຊາດ.