ວຽກງານຈັດສັນລະບຽບ-ປ້ອງກັນເປີດທາງ ແມ່ນວຽກງານໜຶ່ງທີ່ຄະນະພັກ-ຄະນະບັນຊາ ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ໄດ້ເອົາໃຈໃສ່ເປັນພິເສດ ເປັນຕົ້ນແມ່ນສຸມໃສ່ໃນການປ້ອງກັນ-ເປີດທາງໃຫ້ແກ່ການນຳພັກ-ລັດ, ແຂກຕ່າງປະເທດ, ປ້ອງກັນຈັດສັນລະບຽບກອງປະຊຸມ ແລະ ວັນສຳຄັນຕ່າງໆຂອງຊາດໃນຂອບເຂດທົ່ວປະເທດ ລວມທັງໝົດ 458 ຄັ້ງ ສາມາດຮັກສາຄວາມສະຫງົບ ແລະ ມີຄວາມ ປອດໄພ 100%.

ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນ ຜ່ານມາ, ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ພາຍໃນກົມຕຳຫຼວດຈະລາຈອນ ສາມາດຍາດໄດ້ຜົນງານຫຼາຍດ້ານ. ໃນນັ້ນ, ວຽກງານງານຈັດສັນລະບຽບ-ປ້ອງກັນເປີດທາງ ກໍແມ່ນວຽກງານໜຶ່ງທີ່ມີຜົນງານດີເດັ່ນສະແດງອອກຄື: ໄດ້ປ້ອງກັນໃຫ້ການນຳພັກ-ລັດ, ແຂກຕ່າງປະເທດ, ປ້ອງກັນຈັດລະບຽບກອງປະຊຸມ ແລະ ວັນບຸນສຳຄັນຕ່າງໆຂອງຊາດໃນຂອບເຂດທົ່ວປະເທດ ລວມທັງໝົດ 458 ຄັ້ງ, ມີ 2.261 ແຮງງານ ຍິງ 824 ແຮງງານ. ໃນນັ້ນ, ເປີດທາງແຂກ ພາຍໃນ 132 ຄັ້ງ, ເປີດທາງແຂກຕ່າງປະເທດ 92 ຄັ້ງ, ເປີດທາງໃຫ້ການນຳພັກ-ລັດ 31 ຄັ້ງ, ປ້ອງກັນ-ຈັດສັນລະບຽບກອງປະຊຸມ, ງານບຸນ, ງານກິລາ ແລະ ງານດອງຕ່າງໆ 177 ຄັ້ງ.

ໃນຕໍ່ໜ້າ, ກົມຕຳຫຼວດຈະລາຈອນ ຈະເພີ່ມທະວີສຶກສາອົບຮົມວຽກງານການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ໃນກົມຕຳຫຼວດຈະລາຈອນ ປະຕິບັດແຜນຍຸດທະສາດປ້ອງກັນ, ສະກັດກັ້ນອຸບັດຕິເຫດຈະລາຈອນທາງບົກ, ແກ້ໄຂການຈະລາຈອນແອອັດ, ປະຕິບັດຕາມ 1 ແຜນງານ 4 ໂຄງການ 16 ແຜນວຽກຂອງກົມໃຫຍ່ຕຳຫຼວດ, ສຸມໃສ່ວຽກງານສຶກສາອົບຮົມຕາມ 3 ທາດແທ້, 7 ມູນເຊື້ອຂອງກຳລັງຢ່າງຕໍ່ເນື່ອງ ເພື່ອສ້າງໃຫ້ພະນັກງານມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ປະຕິບັດລະ ບຽບວິໄນຂອງຕໍາຫຼວດຈະລາຈອນ ແລະ ປະເທດຊາດ, ປະສານສົມທົບວຽກງານກັບອົງການທີ່ກ່ຽວຂ້ອງ ເພື່ອຈະໄດ້ມີການຮ່ວມມື, ຊ່ວຍ ເຫຼືອເຊິ່ງກັນແລະກັນ ເພື່ອຍົກສູງຄຸນນະພາບໃນການປະສານສົມທົບໃຫ້ເປັນປົກກະຕິ, ຕໍ່ເນື່ອງ ເພື່ອຮັບປະກັນເຮັດໃຫ້ວຽກງານປ້ອງກັນ-ເປີດທາງໃຫ້ການນຳພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມສາກົນ ແລະ ງານບຸນປະເພນີຕ່າງໆຂອງຊາດໃຫ້ມີຄວາມປອດໄພ.