ປກສ ແຂວງຄຳມ່ວນ ປາຖະກະຖາ 2 ວັນປະຫວັດສາດ

0
782

ໃນວັນທີ 10 ກັນຍາ ຜ່ານມາ, ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອ 2 ວັນປະຫວັດສາດ ຄື: ວັນປະກາດລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 26 ປີ (15 ສິງຫາ 1991-15 ສິງຫາ 2020) ແລະ ວັນຢຶດອຳນາດ ( 23 ສິງຫາ 1975 -23 ສິງຫາ 2020 )ຄົບຮອບ 99 ປີ, ໂດຍການເປັນປະທານ ແລະ ປາຖະກະຖາຂອງ ພັທ ສຸວັດ ເທບສົມບັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີຄະນະຫ້ອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັທ ສຸວັດ ເທບສົມບັດ ກ່າວວ່າ: ການປາຖະກະຖາໃນຄັ້ງນີ້ ເປັນການທົບທວນຫວນຄືນເຖິງຄວາມໝາຍຄວາມສຳຄັນຂອງລັດຖະ ທຳມະ ນູນທີ່ເປັນກົດໝາຍຂອງຊາດ ທັງເປັນການຫັນປ່ຽນແນວທາງໃໝ່ຢ່າງ ຮອບດ້ານ,ການປະກາດໃຊ້ລັດຖະທຳມະນູນ ເປັນເຫດການທີ່ສຳຄັນຂອງຊາດ ແມ່ນການສ້າງສັນຕິພາບ,ເອກະລາດອັນໜຶ່ງອັນດຽວກັນພາຍໃຕ້ການນຳພາຂອງພັກ,ຮັບຮູ້ ແລະ ປົກປ້ອງການດຳລົງຄົງຕົວທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ຂອງປະຊາຊົນບັນດາເຜົ່າ,ເປັນພັນທະທີ່ສຳຄັນ ເພື່ອການສຶກສາອົບຮົມໃຫ້ປະຊາຊົນໃນການຍົກສູງນ້ຳໃຈຮັກຊາດ,ຮັກລະບອບປະຊາທິປະໄຕ ປະຊາຊົນ ແລະ ເພີ່ມທະວີຄວາມສາມັກຄີປອງດອງທົ່ວປວງຊົນທັງຊາດ.

ໃນໂອກາດນີ້, ພັທ ສຸວັດ ເທບສົມບັດ ກໍໄດ້ຫວນຄືນວັນຢຶດອຳນາດ 23 ສິງຫາ 1975 ປະຫວັດການກໍ່ຕັ້ງອັນສະຫງ່າງາມ ແລະ ມູນເຊື້ອອັນພິລະອາດຫານຂອງບັນພະບູຫຼຸດ ກໍຄື ປະຊາຊົນບັນດາເຜົ່າ ເພື່ອປົກປັກຮັກສາປະເທດຊາດ ຈົນສາມາດຢຶດອຳນາດຈາກພວກລ່າເມືອງຂຶ້ນ ໄດ້ໃນວັນທີ 23 ສິງຫາ 1975 ເຊິ່ງເປັນຂີດໝາຍອັນສຳຄັນທາງປະຫວັດສາດ ແຫ່ງການຕໍ່ສູ້ຍາດເອົາເອກະລາດ ແລະ ອິດສະລະພາບ ເຊີ່ງປະຊາຊົນບັນດາເຜົ່າໄດ້ຕໍ່ສູ້ດ້ວຍນ້ຳໃຈຮັກຊາດຢ່າງເດັດດ່ຽວ ແລະ ພິລະອາດຫານ ເພື່ອເຕົ້າໂຮມແຜ່ນດິນລາວໃຫ້ເປັນເອກະພາບ, ເອກະລາດ, ເສລີພາບ ແລະ ຄວາມຢູ່ດີກິນດີຂອງປະຊາຊົນບັນດາເຜົ່າໃນປັດຈຸບັນ.