5 ປີຜ່ານມາ ແຂວງໄຊຍະບູລີ ມີຜົນສຳເລັດ ຫຼາຍດ້ານທີ່ພົ້ນເດັ່ນ
5 ປີຜ່ານມາ ແຂວງໄຊຍະບູລີ ມີຜົນສຳເລັດ ຫຼາຍດ້ານທີ່ພົ້ນເດັ່ນ

ໃນໄລຍະ 5 ປີ ຜ່ານມາ, ແຂວງໄຊຍະບູລີ ໄດ້ ມີຜົນສຳເລັດ ຫຼາຍດ້ານໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກແຂວງໃນສະພາບແວດລ້ອມພາກພື້ນ, ສາກົນໄດ້ມີການຜັນແປຢ່າງສະລັບຊັບຊ້ອນ ມີທັງກາລະໂອກາດທີ່ເອື້ອອໍານວຍ ແລະ ສິ່ງທົດສອບທ້າທາຍຫຼາຍປະການ ເປັນຕົ້ນແມ່ນການແຂ່ງຂັນທາງດ້ານເສດຖະກິດ, ວິທະຍາສາດ, ເຕັກໂນໂລຊີ; ນະວັດຕະກໍາທີ່ມີການຂະຫຍາຍຕົວຢ່າງກ້າວ ກະໂດດ, ພ້ອມດຽວກັນ ຍັງມີໄພຂົ່ມຂູ່ ຈາກທໍາມະຊາດ, ປະກົດການຫຍໍ້ທໍ້, ການລະບາດຂອງພະຍາດຕ່າງໆ, ພະຍາດ ໂຄວິດ-19, ແຕ່ພາຍໃຕ້ການນໍາພາຂອງ ອົງຄະນະພັກແຂວງ ໄດ້ເຮັດໃຫ້ແຂວງໄຊຍະບູລີ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ຄໍ້າປະກັນໃຫ້ແກ່ການພັດທະນາຮອບດ້ານ.

ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆໄຊຍະບູລີ ໄດ້ຜ່ານບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນອົງຄະນະບໍລິຫານງານພັກແຂວງ ໃນວັນທີ 8ກັນຍາ 2020 ວ່າ: ຕະຫຼອດໄລຍະ 5 ປີ
ຜ່ານມາ, ແຂວງໄຊຍະບູລີ ແມ່ນໄດ້ສຸມໃສ່ໃນການສ້າງສາພັດທະນາແຂວງໃຫ້ ມີຄວາມຮຸ່ງເຮືອງ ແລະ ມີຜົນສໍາເລັດຫຼາຍ ດ້ານເຊັ່ນ: ໄດ້ເອົາໃຈໃສ່ຕໍ່ວຽກງານ ປກຊ-ປກສ, ເຊິ່ງສາມາດຮັກສາໄດ້ຄວາມສະ ຫງົບທາງດ້ານການເມືອງ, ສັງຄົມມີຄວາມ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ຊາຍແດນມີຄວາມໝັ້ນຄົງ, ປອດໄພຢ່າງໜັກແໜ້ນ, ເສດຖະກິດຂະຫຍາຍ ຕົວໃນລະດັບ 6,7% ຕໍ່ປີ, ລວມຍອດ
ຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 10.706 ຕື້ກີບ; ສະເລ່ຍຕໍ່ຫົວຄົນໄດ້ 3.031 ໂດລາສະຫະລັດ, ໂຄງປະກອບ ເສດຖະກິດສືບຕໍ່ຫັນປ່ຽນຕາມທິດທີ່ ຕັ້ງໜ້າ, ການປູກພືດເປັນສິນຄ້າໄດ້ຮັບການຊຸກຍູ້ສົ່ງເສີມຢ່າງແຂງແຮງ ແລະ ກວ້າງຂວາງ, ການລ້ຽງສັດແບບເປັນຟາມ, ການລ້ຽງສັດໃຫຍ່ຕິດພັນການປູກຫຍ້າ ມີການຂະຫຍາຍຕົວ, ການປູກ ແລະ ການປົກປັກຮັກສາປ່າໄມ້, ປ່າແຫຼ່ງນໍ້າ, ປ່າສະຫງວນ, ປ່າຜະລິດ, ເຂດອ່າງໂຕ່ງ ໄດ້ຮັບການເອົາໃຈໃສ່ຄຸ້ມຄອງ ແລະ ມີສ່ວນຮ່ວມຂອງສັງຄົມ; ສ້າງສະພາບແວດລ້ອມ ແລະ ເງື່ອນໄຂ ດ້ານບໍລິການ, ໂດຍໄດ້ຈັດຕັ້ງການບໍລິການຜ່ານປະຕູດຽວໃນການດໍາເນີນທຸລະກິດ, ແກ້ໄຂດ້ານອຸປະສັກທາງການຄ້າ, ສາມາດເຂົ້າເຖິງຕະຫຼາດ ແລະ ແຫຼ່ງທຶນ, ສະຖາບັນການເງິນຕ່າງໆໄດ້ດີກວ່າເກົ່າ, ຮັບປະກັນຜົນປະໂຫຍດ ສູງສຸດໃຫ້ແກ່ສັງຄົມ, ຊຸກຍູ້ໃຫ້ວິສາຫະກິດຂະໜາດນ້ອຍ-ຂະໜາດກາງມີການຂະຫຍາຍຕົວໃນຂົງເຂດການຜະລິດ ແລະ ໃນຂົງເຂດບໍລິການ.

ການພັດທະນາດ້ານພື້ນຖານໂຄງ ລ່າງແມ່ນໄດ້ເອົາໃຈໃສ່ຍົກລະດັບ ແລະ ກໍ່ສ້າງຂົວ-ທາງຈາກເສັ້ນທາງສາຍຫຼັກ ຂອງແຂວງໄປສູ່ເມືອງ-ລົງສູ່ບ້ານ, ສຸມໃສ່ກໍ່ສ້າງລະບົບໄຟຟ້າ, ນໍ້າປະປາໄປສູ່ຊົນນະບົດ, ປັບປຸງຈັດວາງຜັງເມືອງໃຫ້ ໄປຕາມກົດໝາຍທີ່ກໍານົດໄວ້, ການສຶກສາ-ກິລາກາຍະກຳໄດ້ຮັບການປັບປຸງ, ນັກຮຽນໃນຕົວເມືອງ-ຊົນນະບົດ ໄດ້ເຂົ້າຮຽນຢ່າງທົ່ວເຖິງ, ໄດ້ເອົາໃຈໃສ່ຕໍ່ການປິ່ນປົວ ແລະ ສະໜອງບໍລິການສຸຂະພາບຢ່າງທົ່ວເຖິງ, ໄດ້ຫັນປ່ຽນວຽກງານຖະແຫຼງຂ່າວ-ສື່ມວນຊົນຈາກລະບົບອານາລ໋ອກໄປສູ່ລະບົບດີຈິຕອນ, ໄດ້ເຊື່ອມໂຍງກັບລະບົບອິນເຕີເນັດທີ່ມີຄວາມວ່ອງໄວ, ທັນເຫດການ.