ຍັກຍອກເງິນນາຍຈ້າງ ຫຼາຍຮ້ອຍລ້ານ ຍ້ອນຕິດການພະນັນ

0
1101

ໜ່ວຍງານສືບສວນ-ສອບສວນ ຄະດີອາຍາ-ເສດຖະກິດ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບຄໍາຮ້ອງຟ້ອງຈາກຜູ້ເສຍຫາຍ ຊື່ ນາງ ປາດຖະໜາ ອາຍຸ 46 ປີ ຢູ່ບ້ານໂພນສະອາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ວ່າ ທ້າວ ສາຍພອນ ອາຍຸ 40 ປີ ຢູ່ບ້ານ ຂຸນຕາທົ່ງ ເມືອງສີໂຄດຕະບອງ ນະຄອນ ຫຼວງວຽງຈັນ ໃນຂໍ້ກ່າວຫາ ຍັກຍອກຊັບຂອງພົນລະເມືອງ, ຜ່ານການກວດການເອກະສານ ແລະ ເກັບກໍາຂໍ້ມູນຫຼັກຖານຄົບຖ້ວນ ເຫັນວ່າ ຖືກຕ້ອງຕາມຄໍາຮ້ອງຟ້ອງທຸກປະການ, ມາຮອດວັນທີ 30 ມິຖຸນາ 2020 ຈຶ່ງໄດ້ກັກຕົວ ທ້າວ ສາຍພອນ ໄປສອບສວນຕາມຄໍາຮ້ອງຟ້ອງຂອງຜູ້ຖືກເສຍຫາຍ.

ຜ່ານການສອບສວນ ທ້າວ ສາຍພອນ ສາລະພາບວ່າ: ວັນທີ 7 ກັນຍາ 2018, ຜູ້ກ່ຽວໄດ້ເຂົ້າເຮັດວຽກຢູ່ບໍລິສັດຂາຍຈໍາໜ່າຍເຄື່ອງໃຊ້ໄຟຟ້າ, ເຄື່ອງນໍ້າປະປາ ໃຫ້ລູກຄ້າຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ໂດຍໄດ້ເງິນເດືອນ 2.300.000 ກີບ ເຊິ່ງຜູ້ກ່ຽວການຕະຫຼາດ ຊອກລູກຄ້າໃຫ້ທາງບໍລິສັດ ແຕ່ບໍ່ມີສິດເກັບເງິນນໍາລູກຄ້າ ມາຮອດເດືອນເມສາ 2019 ຜູ້ມີບັນຫາທາງດ້ານການເງິນ ຍ້ອນເສຍເງິນຫຼີ້ນພະນັນລົງຖວາຍຜົນບານເຕະຫຼາຍ,  ຈຶ່ງສວຍໂອກາດເກັບເງິນຄ່າສິນຄ້ານໍາລູກຄ້າ ໂດຍໃຊ້ວິທີການ ຕົວະໃຫ້ລູກຄ້າໂອນເງິນເຂົ້າບັນຊີທະນາຄານ ຈໍານວນ 14 ຄັ້ງ ໄດ້ເງິນ 7.000 – 14.000 ບາດ ແລະ ເງິນທີ່ຍັກຍອກ ປະມານ 1.243.558 ບາດ ແລະ ເງິນກີບຈໍານວນ 8.698.000 ກີບ

ພາຍຫຼັງທີ່ລູກຄ້າໂອນເງິນໃຫ້ແລ້ວ ກໍເອົາໄປຫຼີ້ນເກມພະນັນບານອອນລາຍ ແລະ ໃຊ້ຈ່າຍສ່ວນຕົວຈົນໝົດ ໂດຍບໍ່ໄດ້ເອົາເງິນໄປໃຫ້ທາງບໍລິສັດ ມາຮອດເດືອນ ທັນວາ 2019 ບໍລິສັດດັ່ງກ່າວ ຈຶ່ງກວດຮູ້ວ່າ ຜູ້ກ່ຽວໄດ້ຍັກຍອກເອົາເງິນຈາກລູກຄ້າໄປໃຊ້ສ່ວນຕົວ ໂດຍບໍ່ບອກບໍລິສັດ ຈຶ່ງໄດ້ຮ້ອງມາໄລລຽງເງິນທີ່ຂາດຫາຍໄປນັ້ນ ເຊິ່ງຜູ້ກ່ຽວຍອມຮັບວ່າ ໄດ້ຍັກຍອກເອົາເງິນຈໍານວນດັ່ງກ່າວແທ້ ແລະ ຈະຂໍຮັບໃຊ້ແທນຄືນພາຍໃນ 5 ປີໃຫ້ໝົດ ແຕ່ທາງບໍລິສັດບໍ່ຍອມຮັບຂໍສະເໜີ ຈຶ່ງໄດ້ຢື່ນຄໍາຮ້ອງຟ້ອງດຳເນີນຄະດີຫາເຈົ້າໜ້າທີ່ ເພື່ອນໍາຕົວມາດໍາເນີນຄະດີຕາມກົດໝາຍ


ປັດຈຸບັນ ຄະດີດັ່ງກ່າວ  ຍັງຢູ່ໃນຂັ້ນຕອນ ສະຫຼຸບສໍານວນຄະດີສົ່ງໃຫ້ໄອຍະການສັ່ງຟ້ອງສານ ໃຫ້ຄົ້ນຄ້ວາ ແລະ ພິຈາລະນາຕັດສິນລົງໂທດຕາມລະບຽບຂອງກົດໝາຍ

ທີ່ມາແຫຼ່ງຂ່າວ: ປກສ ນະຄອນຫຼວງວຽງຈັນ