ປກສ ແຂວງໄຊຍະບູລີ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ

0
666

ທ້າຍອາທິດຜ່ານມາ, ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ເປັນປະທານໂດຍ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກບັນດາຫ້ອງ, ກອງອ້ອມຂ້າງ ແລະ ຕາງໜ້າຈາກກອງບັນຊາການ 11 ເມືອງ ເຂົ້າຮ່ວມ.

ໃນພິທີ, ພັທ ຄໍາສິນ ຜິວວັນນາ ຮອງຫົວໜ້າກອງບັນຊາການ  ປກສ ແຂວງໄຊຍະບູລີ ໄດ້ຜ່ານຂໍ້ຕົກ ລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບສະບັບ ເລກທີ1609, 1610/ປກສ ລົງວັນທີ 14 ສິງ ຫາ 2020 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ, ໃນນີ້ ເລື່ອນຊັ້ນພັນຕີ ຂຶ້ນ ພັນໂທ 12 ສະຫາຍ, ຮ້ອຍເອກ ຂຶ້ນພັນຕີ 16 ສະຫາຍ, ພ້ອມນີ້ ຍັງໄດ້ຜ່ານຂໍ້ຕົກລົງເລກທີ 1467/ ປກສ ລົງວັນທີ 30 ກໍລະກົດ 2020 ວ່າດ້ວຍການປະຕິບັດນະໂຍບາຍຍົກຂັ້ນເງິນເດືອນໃຫ້ນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ, ໃນນີ້ ຍົກຂັ້ນເງິນເດືອນຊັ້ນ ພັນໂທ ຂຶ້ນກິນເງິນເດືອນຊັ້ນ ພັນເອກ ມີ 2 ສະຫາຍ.

ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫຍາຍທີ່ໄດ້ຮັບການເລື່ອນຊັ້ນ, ເຊິ່ງເປັນການປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານໄດ້ຮັບຄວາມເຊື່ອໝັ້ນຈາກການຈັດຕັ້ງພັກ-ລັດ, ປະຊາຊົນບັນດາເຜົ່າ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ  ທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ,  ພ້ອມທັງເນັ້ນບັນດາສະຫຍາຍ ໃຫ້ຈົ່ງຍົກສູງຄວາມຮັບຜິດຊອບ, ສ້າງຄວາມເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ພ້ອມກັນສືບຕໍ່ບຸກບືນ ເຮັດສໍາເລັດໜ້າທີ່ການເມືອງອັນມີກຽດສະຫງ່າທີ່ການຈັດຕັ້ງພັກ-ລັດ ແລະ ປະຊາຊົນມອບໝາຍ.