3 ພາກສ່ວນ ເປີດບັ້ນດຳເນີນຊີວິດການເມືອງ ປະຈໍາປີ 2020

0
1205

ວັນທີ 15 ກັນຍາ 2020, ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ, ກອງພັນ 206 ແລະ ກອງພັນ 207 ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ຈັດພິທີເປີດບັ້ນດຳເນີນຊີວິດການເມືອງ ປະຈໍາປີ 2020 ເຂົ້າຮ່ວມຂອງ ສະຫາຍ ພັອ ກົງສີ ສຸວັນນະຕຸ້ມ ຄະນະພັກກົມໃຫຍ່ ຫົວໜ້າກົມຕໍາຫຼວດຈະລາຈອນ

 ພັອ ບຸນແພງ ທີລະສັກ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ພັທ ຈັນທອນ ແກ້ວມະນີ ຄະນະພັກ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະກົມ, ຄະນະກອງພັນ, ສະມາຊິກພັກ, ພະນັກງານ-ນັກຮົບທັງ 3 ພາກສ່ວນເຂົ້າຮ່ວມ.

ໃນພິທີທັງ 3 ພາກສ່ວນ ໄດ້ເຜີຍແຜ່ບັນດາເອກະສານສຳຄັນຕ່າງໆ ເປັນຕົ້ນ ຄຳສັ່ງແນະນຳຂອງຄະນະບໍລິຫານງານພັກກະຊວງ ປກສ ສະບັບເລກທີ 03/ຄພ.ປກສ, ລົງວັນທີ 12 ພະຈິກ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນກຳລັງປ້ອງກັນຄວາມສະຫງົບ,

ຄໍາສັ່ງແນະນຳຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 3791/ກມປສ ລົງວັນທີ 28 ພະຈິກ 2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງແນະນຳຂອງຄະນະບໍລິຫານງານພັກ ກະຊວງ ປກສ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນກຳລັງປ້ອງກັນຄວາມສະຫງົບ ແລະ ເອກະສານທີ່ກ່ຽວຂ້ອງຈໍານວນໜຶ່ງ.

ນອກນີ້, ທັງສາມພາກສ່ວນ ຍັງໄດ້ແນະນຳວິທີການຂຽນໃບສຳຫຼວດ,  ການເປີດບັ້ນດຳເນີນຊີວິດການເມືອງຄັ້ງນີ້ ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການຈັດ​ຕັ້ງ​ຮາກ​ຖານ​ພັກ, ກົມ​ກອງ ແລະ ສະມາຊິກ​ພັກ, ນາຍ ​ແລະ ພົນ​ຕຳຫຼວດ, ​ເພີ່ມ​ທະວີ​ບົດບາດ​ຄວາມ​ສາມາດ​ນຳພາ-ບັນຊາ ຂອງ​ຄະນະ​ພັກ​ແຕ່ລະ​ຂັ້ນ​ຕໍ່ວຽກງານວິຊາສະເພາະ, ​ເຮັດ​ສຳ​ເລັດໜ້າທີ່​ການ​ເມືອງ​ຂອງ​ຕົນ​ຕາມ​ແນວທາງ​ຂອງ​ພັກ

 ພ້ອມທັງ​ເປັນ​ການ​ກວດກາ-ຕີ​ລາຄາ​ຄືນ ການ​ຊີ້​ນຳ-ນຳພາ ຂອງ​ຄະນະ​ພັກ​ແຕ່ລະ​ຂັ້ນ ​ໃນ​ການ​ເຄື່ອນ​ໄຫວ​ກໍ່ສ້າງໜ່ວຍພັກ​ປອດ​ໃສ, ​ເຂັ້ມ​ແຂງ, ​ໜັກ​ແໜ້ນ, ​ເປັນ​ການ​ກວດກາ, ຕີ​ລາຄາ-​ແບ່ງ​ປະ​ເພດ​ຄຸນ​ນະພາ​ບຂອງ​ຮາກ​ຖານ​ພັກ, ກົ​ມກອງ, ສະມາຊິກ​ພັກ-ນາຍ ​ແລະ ພົນ​ຕຳຫຼວດ

​ເພື່ອ​ເປັນ​ພື້ນຖານ​ໃນ​ການ​ປັບປຸງ​ກົງຈັກ​ການຈັດ​ຕັ້ງ​ຂັ້ນ​ຕ່າງໆ ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ, ຮັບປະກັນ​ການຈັດ​ຕັ້ງປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍຂອງ​ລັດ​ກໍຄື​ແຜນການ​ຂອງ​ຂັ້ນ​ເທິງ​ໃນ​ແຕ່ລະ​ໄລຍະ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.