ໃນ 6 ເດືອນທ້າຍປີ 2020, ຕາມການຄາດຄະເນ ແຂວງໄຊຍະບູລີ ອຸບັດຕິເຫດຕາມທ້ອງຖະໜົນຍັງຈະສືບຕໍ່ເກີດຂຶ້ນ, ເພື່ອຫຼຸດຜ່ອນບັນຫາດັ່ງກ່າວ ຕໍາຫຼວດ ຈະລາຈອນ ປກສ ແຂວງ ຈະສືບຕໍ່ສຸມໃສ່ປະຕິບັດໂຄງການຫຼຸດຜ່ອນອຸບັດຕິ ເຫດຕາມທ້ອງຖະໜົນສູ້ຊົນເຮັດໃຫ້ສະພາບການສັນຈອນ ໃນທົ່ວແຂວງມີ ຄວາມສະດວກປອດໄພຫຼຸດຜ່ອນຜູ້ໄດ້ຮັບ ບາດເຈັບ ແລະ ເສຍຊີວິດຈາກອຸບັດຕິເຫດ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງໄຊ ຍະບູລີ ໃຫ້ຮູ້ວ່າ: ໃນ 6 ເດືຶອນທ້າຍປີ 2020 ຕໍາຫຼວດຈະລາ ຈອນຈະເພີ່ມທະວີເອົາໃຈໃສ່ຈັດຕັ້ງປະຕິບັດດໍາລັດ 188/ນຍ, ພ້ອມທັງນໍາກໍາລັງປະຈໍາຈຸດ, ປະຈໍາປ້ອມປະຈໍາການ 24 ຊົ່ວໂມງ ໃຫ້ກໍາໄດ້ສະພາບການສັນຈອນ, ຜູ້ທີ່ລະເມີດລະບຽບ;

ຈະລາຈອນ ໄຊຍະບຸລີ ຈະສູ້ຊົນໃຫ້ເຮັດໃຫ້ອຸບັດຕິເຫດຫຼຸດລົງ
ຈະລາຈອນ ໄຊຍະບຸລີ ຈະສູ້ຊົນໃຫ້ເຮັດໃຫ້ອຸບັດຕິເຫດຫຼຸດລົງ

ເພີ່ມທະວີການເຄື່ອນໄຫວກວດກາຄຸ້ມຄອງຄວາມປອດໄພຕາມສາຍທາງຕ່າງໆເປັນຕົ້ນ ກໍແມ່ນຢູ່ຕົວເມືອງ, ນອກນັ້ນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ໃຫ້ຖືກຕາມຫຼັກການຢ່າງເຂັ້ມງວດ, ເສີມຂະຫຍາຍວຽກງານໂຄສະນາລະບຽບການສັນຈອນໃຫ້ ທົ່ວເຖິງ ແລະ ຕໍ່ເນື່ອງ.

ດໍາເນີນການສືບສວນ-ສອບສວນແກ້ໄຂຄະດີອຸບັດຕິເຫດ ໃຫ້ຖືກຕ້ອງຕາມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຖືກຕ້ອງຕາມຫຼັກວິຊາສະ ເພາະຂອງກໍາລັງ, ພ້ອມນັ້ນ ກໍເອົາໃຈໃສ່ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ ແລະ ສະຖານທີ່ຊຸມຊົນເຊັ່ນ: ຄີວລົດ, ຕະຫຼາດ, ໂຮງຮຽນ, ບັນດາສໍານັກງານອົງການ ເພື່ອ ຫຼຸດຜ່ອນຄວາມແອອັດໃນການສັນຈອນ, ທັງນີ້ ກໍເພື່ອເຮັດ ໃຫ້ອຸບັດຕິເຫດຕາມທ້ອງຖະໜົນຫຼຸດລົງ.

ໃນ 6 ເດືອນຕົ້ນປີ 2020 ຜ່ານມາ, ຕໍາຫຼວດຈະລາຈອນ ໄດ້ເພີ່ມທະວີວຽກງານໂຄສະນາປຸກລະດົມຂົນຂວາຍມະຫາຊົນເຂົ້າຮ່ວມວຽກງານຫຼຸດຜ່ອນອຸບັດຕິເຫດ ໂດຍຈັດຕັ້ງໂຄສະນາຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ, ສໍານັກງານ-ອົງການ, ໂຮງຮຽນ ແລະ ບັນດາເມືອງ ທີ່ມີການສັນຈອນ ແອອັດ ເພື່ອໃຫ້ເຂົາເຈົ້າຮັບຮູ້ກົດລະບຽບທີ່ວາງອອກຢ່າງ ເຂັ້ມງວດ, ຄຸ້ມຄອງພາຫະນະການຂັບຂີ່ທຸກປະເພດໃຫ້ປະຕິບັດຕາມກົດລະບຽບການສັນຈອນຢ່າງເຂັ້ມງວດ, ແນະນໍາ ຜູ້ຂັບຂີ່ລົດແນບຂວາມື, ຖືກຊ່ອງທາງ, ປະຕິບັດຕາມປ້າຍ, ເຄື່ອງໝາຍທາງຕ່າງໆ; ນອກນັ້ນ, ກໍເພີ່ມທະວີວຽກງານກວດ ກາ ເພື່ອຊອກໃຫ້ເຫັນ ແລະ ປ້ອງກັນສະກັດກັ້ນຢ່າງທັນການ ຕໍ່ພາກສ່ວນທີ່ລ່ວງລະເມີດ ຫຼື ເຄື່ອນໄຫວບໍ່ຖືກຕາມລະບຽບ ການສັນຈອນເຊັ່ນ: ແລ່ນໄວເກີນກໍານົດ, ຂັບຂີ່ໃນເວລາ ມຶນເມົາ, ລ້ຽວລົດ, ການຂ້າມທາງ, ການຈອດລົດຊະຊາຍ, ແຊງຂຶ້ນໜ້າບໍ່ຮັບປະກັນ, ບໍ່ຮັກສາໄລຍະຫ່າງ, ບັນທຸກນໍ້າໜັກເກີນ, ກວດທາດເຫຼົ້າ, ຈັບຄວາມໄວ ແລະອື່ນໆ.

ຄຽງຄູ່ກັນນີ້, ໄດ້ຈັດຕັ້ງກໍາລັງຕໍາຫຼວດຈະລາຈອນປະຈໍາປ້ອມ ແລະ ຈຸດສໍາຄັນຕ່າງໆ ເພື່ອຄອຍເຫດ ແລະ ເພີ່ມທະວີວຽກງານປະສານສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ ເພື່ອຫາວິທີແກ້ໄຂຮ່ວມກັນ; ບໍ່ພຽງເທົ່ານັ້ນ, ຕໍາຫຼວດຈະລາຈອນກໍມີມາດຕະການແກ້ໄຂຕໍ່ຜູ້ທີ່ລະເມີດລະບຽບການສັນຈອນໂດຍສຶກສາອົບຮົມຊ່ອງໜ້າຜູ້ປົກຄອງ ທັງນໍາໃຊ້ມາດຕະການປັບໃໝຕາມດໍາລັບ188/ນຍ ແລະ ດໍາເນີນ ຄະດີອື່ນໆ.

ຈະລາຈອນ ໄຊຍະບຸລີ ຈະສູ້ຊົນໃຫ້ເຮັດໃຫ້ອຸບັດຕິເຫດຫຼຸດລົງ
ຈະລາຈອນ ໄຊຍະບຸລີ ຈະສູ້ຊົນໃຫ້ເຮັດໃຫ້ອຸບັດຕິເຫດຫຼຸດລົງ

ຢ່າງໃດກໍຕາມ, ເຖິງແມ່ນວ່າຈະສຸມໃສ່ປະຕິບັດວຽກງານ ວິຊາສະເພາະຢ່າງຕັ້ງໜ້າ ແຕ່ບໍ່ສາມາດຫຼີກລ່ຽງບັນຫາອຸບັດຕິເຫດໄດ້, ຍ້ອນຜູ້ໃຊ້ລົດ-ໃຊ້ຖະໜົນຈໍານວນໜຶ່ງ ຍັງມີການລະເມີດກົດລະບຽບການສັນຈອນທີ່ວາງອອກ ເປັນຕົ້ນດື່ມສິ່ງມຶນເມົແລ້ວາຂັບຂີ່, ຂັບຂີ່ລົດໄວ, ຂີ່ລົດກວນເມືອງ, ດັດແປງສະພາບເຕັກນິກລົດ-ສ້າງຄວາມເນືອງນັນໃຫ້ແກ່ສັງຄົມ ແລະອື່ນໆ; ຈາກສາເຫດດັ່ງກ່າວ, ເຮັດໃຫ້ແຂວງໄຊຍະບູລີ ມີອຸບັດຕິເຫດເກີດຂຶ້ນທັງໝົດ 209 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 128 ຄັນ, ສົມຄວນ 207 ຄັນ, ໃຊ້ການບໍ່ໄດ້ 16 ຄັນ; ຄົນໄດ້ຮັບບາດເຈັບເລັກໜ້ອຍ 77 ຄົນ, ສົມຄວນ 139 ຄົນ, ສາຫັດ 68 ຄົນ ແລະ ເສຍຊີວິດ 44 ຄົນ; ໃນນີ້, ອຸບັດຕິເຫດເກີດຈາກການດື່ມສິ່ງມຶນເມົາແລ້ວຂັບຂີ່ 21 ຄັ້ງ, ອາຍຸບໍ່ເຖິງກະສຽນ 20 ຄັ້ງ, ບໍ່ມີໃບຂັບຂີ່ ແລະອື່ນໆ, ສ້າງຄວາມເສຍຫາຍ 3.800 ລ້ານກວ່າກີບ.