ໃນວັນທີ 9 ກັນຍາ 2020, ເຈົ້າໜ້າທີ່ ປກສ ແຂວງຊຽງຂວາງ ໄດ້ທໍາລາຍແກັບຈໍານວນ 120 ກັບ, ທີ່ຢຶດໄດ້ໃນຂະນະກໍາຂົນສົ່ງຂ້າມແດນ ລະຫວ່າງ ລາວ-ຫວຽດນາມ. ຕໍ່ກັບຜູ້ທີ່ຮັບຈ້າງຂົນສົ່ງເປັນເຍົາວະຊົນ, ເຈົ້າໜ້າທີ່ໄດ້ສຶກສາອົບຮົມກ່າວເຕືອນ ແລະ ມອບຄືນຜູ້ປົກຄອງ.

ພັທ ຄໍາພອນ ນັນທະວົງ ຫົວໜ້າຫ້ອງສັນຕິບານ ປກສ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ວັນທີ 7 ມິຖຸນາ 2020, ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານສາກົນນໍ້າກັ່ນ ໄດ້ອອກ ກວດກາຕາມຊາຍແດນລະຫວ່າງ ລາວ-ຫວຽດນາມ. ໃນເວລານັ້ນ, ພົບເດັກເຫັນນ້ອຍ ຈໍານວນ 3 ຄົນ ອາຍຸປະມານ 10-15 ປີ ກໍາລັງຫາມເປົາ ຈໍານວນ 2 ເປົາ ຈາກຝັ່ງລາວເພື່ອຂ້າມໄປຝັ່ງ ສສ ຫວຽດນາມ. ຈາກນັ້ນ, ເຈົ້າ ໜ້າທີ່ໄດ້ເຂົ້າກວດຄົ້ນພາຍໃນກະເປົາດັ່ງກ່າວ ພົບເຫັນແກັດແກັບ (ວັດຖຸລະເບີດ) ຈໍານວນ 4 ແກັດ ມີ 120 ກັບ ຈຶ່ງໄດ້ຢຶດ ພ້ອມທັງນໍາຕົວເດັກນ້ອຍ ຈໍານວນ 3 ຄົນມາສຶກສາອົບຮົມແລ້ວມອບໃຫ້ຜູ້ປົກຄອງ.

ຜ່ານການສອບຖາມທີ່ມາຂອງແກັບຈາກທັງ 3 ຄົນຈຶ່ງຮູ້ວ່າ: ໄດ້ມີຊາຍ 2 ຄົນ ບໍ່ຮູ້ຊື່, ຂີ່ລົດກະບະວີໂກ້ ໄດ້ມາຈ້າງໃຫ້ຂົນຍ້າຍຈາກເບື້ອງ ລາວຂ້າມໄປເບື້ອງ ສສ ຫວຽດນາມ ໃຫ້ຄ່າຈ້າງ 800.000 ກີບ, ໂດຍໃຫ້ນຳໃຊ້ເສັ້ນທາງລັດເຂົ້າປ່າ ແຕ່ຖືກເຈົ້າໜ້າທີ່ກວດພົບກ່ອນ.