ກົມ 512 ສະຫຼຸບບັ້ນດໍາເນີນຊີວິດການເມືອງ

0
1483

ໃນວັນທີ 16 ກັນຍາ ນີ້, ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ( 512 ) ກະຊວງ ປກສ ໄດ້ສະຫຼຸບບັ້ນດໍາເນີນຊີວິດການເມືອງ ຕີລາຄາແບ່ງປະເພດສະມາຊິກພັກ, ໜ່ວຍພັກ ແລະ ຄັດເລືອກໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2020, ເປັນປະທານໂດຍ ສະຫາຍ ພັອ ປອ ມາລາ ວິລະຈິດ ຄະນະພັກ ກະ ຊວງ ເລຂາຄະນະພັກ ຫົວໜ້າກົມ 512, ມີຮອງເລຂາ, ຄະນະພັກກົມ ພ້ອມດ້ວຍເລຂາ-ຮອງເລຂາ, ຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມ.

ສະຫາຍ ພັອ ປອ ບັນເທົາ ພິມພິສານ ຮອງເລຂາຄະນະພັກ ຮອງຫົວໜ້າກົມ 512 ກ່າວວ່າ: ບັ້ນດໍາເນີນຊີວິດການເມືອງ ຕີລາຄາແບ່ງປະເພດສະມາຊິກພັກ, ໜ່ວຍພັກ ແລະ ຄັດເລືອກໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ປະຈໍາປີ 2020 ຂອງກົມ 512 ໄດ້ດໍາເນີນໃນວັນທີ 1-15 ກັນຍາ ນີ້, ໂດຍມີເລຂາ, ຮອງເລຂາ, ຄະນະພັກ-ຄະນະບັນຊາ, ສະມາຊິກພັກ, ພະນັກງານ-ນັກຮົບທົ່ວກົມເຂົ້າຮ່ວມ, ບັ້ນດໍາເນີນຊີວິດການເມືອງ ຄັ້ງນີ້, ໄດ້ຈັດຕັ້ງເຜີຍແຜ່ເອກະ ສານຕ່າງໆທີ່ສໍາຄັນ ເຊັ່ນ: ແຜນການເຄື່ອນໄຫວວຽກງານການເມືອງ-ແນວຄິດ, ມະຕິ, ຄໍາສັ່ງຂອງຄະນະພັກ, ຂໍ້ແນະນໍາກ່ຽວກັບການປະເມີນຜົນຕີລາຄາແບ່ງປະເພດສະມາຊິກພັກ, ໜ່ວຍພັກ ແລະ ຄັດ ເລືອກໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອເຊື່ອມຊຶມກໍາແໜ້ນ ແລະ ຈັດຕັ້ງປະຕິບັດຖືກ ຕ້ອງ ຕາມທິດຊີ້ນໍາຂອງຄະນະພັກຂັ້ນເທິງ.

ຜ່ານການເປີດບັ້ນດໍາເນີນຊີວິດການເມືອງ ເຫັນວ່າມີການສໍາຫຼວດກວດກາຢ່າງຖືກຕ້ອງ ແລະ ເປັນຂະບວນການຟົດຟື້ນແບບສ້າງສັນ ທຸກສະຫາຍມີຄວາມຫ້າວຫັນ, ເຊື່ອມຊຶມກໍາແໜ້ນ ຈຸດປະສົງຄາດໝາຍ ແລະ ເນື້ອໃນຂອງເອກະສານຕ່າງໆ, ທຸກສະຫາຍມີຄວາມເປັນເອກະພາບ, ມີຄວາມຮັບຜິດຊອບສູງຕໍ່ການສໍາຫຼວດກວດກາ ຕີລາຄາຄຸນນະພາບ ແລະ ຈັດປະເພດຕົນເອງ, ຈັດປະເພດໜ່ວຍພັກ, ຄະນະພັກຮາກຖານ, ການຜ່ານໃບສໍາຫຼວດຕົນເອງກໍ່ມີຄວາມຈິງໃຈສະເໜີດ້ານດີ, ດ້ານອ່ອນຄົງຄ້າງ, ວິທີແກ້ໄຂ ແລະ ຈັດປະເພດຕົນເອງ, ເປັນເຈົ້າການໃນການຕໍານິຕິຊົມຕົນເອງ ຕີລາຄາຕົນເອງຢ່າງຖືກຕ້ອງເໝາະສົມ. ພ້ອມນັ້ນ, ຍັງມີຄວາມຈິງໃຈຕໍານິຊົມເຊິ່ງກັນແລະກັນ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນຄົງຄ້າງຂອງຄະນະພັກ, ການຈັດຕັ້ງ ແລະ ບຸກຄົນຢ່າງສ້າງສັນ.

ບັ້ນດໍາເນີນຊີວິດການເມືອງ ມີຈໍານວນພົນ 90 ສະຫາຍ ຍິງ 37 ສະຫາຍ, ເປັນສະມາຊິກພັກ 70 ສະຫາຍ ຍິງ 24 ສະຫາຍ, ມີໜ້າເຂົ້າຮ່ວມຕົວຈິງ 86 ສະຫາຍ ຍິງ 33 ສະຫາຍ, ຂາດ 5 ສະຫາຍ ( ລາພັກເກີດລູກ ), ສາ ມາດຕີລາຄາແບ່ງປະເພດສະມາຊິກພັກແຂງ ມີ 67 ສະຫາຍ ຍິງ 23 ສະຫາຍ ເທົ່າກັບ 95,71%, ສະມາ ຊິກພັກປະເພດກາງ 2 ສະຫາຍ ຍິງ 1 ສະຫາຍ ເທົ່າກັບ 2,85%, ມະຫາຊົນປະເພດແຂງ ມີ 20 ສະຫາຍ ຍິງ 13 ສະຫາຍ ເທົ່າກັບ 100%, ໜ່ວຍພັກແຂງ ມີ 3 ໜ່ວຍພັກ ເທົ່າກັບ 75%, ໜ່ວຍພັກອ່ອນ ມີ 1 ໜ່ວຍພັກ ເທົ່າກັບ 25%.