ເຈົ້າໜ້າທີ່ ປກສ ບໍລິການປະຊາຊົນ ກຸ່ມ ບ້ານສຸວັນນະພູມ ສົມທົບກັບເຈົ້າໜ້າທີ່ໜ່ວຍ ງານຄະດີອາຍາ-ເສດຖະກິດ ພະແນກຕໍາຫຼວດ ປກສ ເມືອງປາກລາຍ ລົງຕິດຕາມເປົ້າໝາຍທີ່ ເຄື່ອນໄຫວໃຊ້ເງິນປອມ ຈໍານວນ 20.000.000 ກວ່າກີບ ຈໍລະຈອນຕາມຮ້ານຄ້າ, ຮ້ານກິນດື່ມຕ່າງໆ, ເຊິ່ງຜູ້ກໍ່ເຫດເປັນເພດຊາຍ 3 ຄົນ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ຕໍາຫຼວດ ລາຍງານໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງຄວາມຈາກຜູ້ ເສຍຫາຍວ່າ: ໃນຄັ້ງວັນທີ 19 ສິງຫາ 2020, ເວລາປະມານ 13:00 ໂມງ ໄດ້ມີກຸ່ມໄວລຸ້ນນຳເອົາເງິນກີບປອມເຄື່ອນໄຫວໃຊ້ຈ່າຍຕາມຮ້ານຄ້າ, ຮ້ານກິນດື່ມ ເຂດບ້ານສຸວັນນະພູມ ເມືອງປາກລາຍ ແຂວງໄຊຍະບູລີ ຈຶ່ງໄດ້ນໍາກໍາລັງວິຊາສະເພາະລົງກວດກາສະຖານທີ່ພົບເຫັນເປົ້າໝາຍຂັບຂີ່ລົດຈັກເວບ 110 ຊ້ອນທ້າຍກັນມາ ຄື: ທ້າວ ໂຈ ອາຍຸ 17 ປີ ຢູ່ບ້ານຫາດດ້າຍ ແລະ ທ້າວ ເຈ ອາຍຸ 16 ປີ ຢູ່ບ້ານສຸວັນນະພູມ ທັງ 2 ບ້ານຂຶ້ນກັບເມືອງປາກລາຍ; ເຊິ່ງຜ່ານການກວດຄົ້ນເປົ້າໝາຍພົບເຫັນວັດຖຸຂອງກາງເງິນກີບປອມ ຈຳນວນ 8.060.000 ກີບ ກ່ອນນໍາຕົວໄປສອບສວນຂະຫຍາຍຜົນ.
ເວລາ 18:00 ໂມງ ຂອງວັນດຽວກັນ, ເຈົ້າໜ້າທີ່ ກໍສາມາດກັກຕົວຜູ້ຮ່ວມຂະບວນການຊື່ ທ້າວ ບຸນເກີດ ອາຍຸ 17 ປີ ຢູ່ບ້ານຫ້ວຍເຕົ່າ ເມືອງຊະນະຄາມ ແຂວງວຽງຈັນ ທີ່ພັກເຊົາຢູ່ເຮືອນພັກແຫ່ງໜຶ່ງ ເຂດບ້ານແສງລາຍ ເມືອງປາກລາຍ ພ້ອມຂອງກາງເງິນກີບປອມຈຳນວນ 12.400.000 ກີບ.

ຜ່ານການສືບສວນ-ສອບສວນ, ພວກກ່ຽວສາລະພາບວ່າ: ກ່ອນໜ້ານີ້, ທັງ 3 ຄົນ ເປັນເພື່ອນສະໜິດຮັກແພງກັນ ເລີ່ມແຕ່ໄລຍະເດືອນພຶດ ສະພາ 2020 ເປັນຕົ້ນມາ ໂດຍເບື້ອງ ຕົ້ນ, ທ້າວ ໂຈ ໄດ້ຮູ້ຈັກກັບ ທ້າວ ບຸນເກີດ ຈາກການຕິດຕໍ່ພົວພັນຜ່ານທາງເຟສບຸກ; ຈາກນັ້ນ, ທ້າວ ໂຈ ແລະ ທ້າວ ເຈ ກໍພາກັນນຳເອົາເງິນປອມໄປເຄື່ອນໄຫວຈໍລະຈອນຢູ່ຕາມຫ້າງຮ້ານທີ່ຢູ່ໃກ້ຄຽງ ແລະ ເມື່ອວັນທີ 17 ສິງຫາ 2020, ທ້າວ ບຸນເກີດ ໄດ້ນໍາເອົາເງິນແທ້ ປະເພດໃບ 100.000 ກີບ, ໃບ 50.000 ກີບ ແລະ ໃບ 20.000 ກີບ ຢ່າງລະ 1 ໃບ ໄປກ໋ອບປີຢູ່ຮ້ານອັດເອ ກະສານແຫ່ງໜຶ່ງຂອບເຂດນະຄອນຫຼວງວຽງຈັນ ໄດ້ເງິນປອມທັງໝົດ 24.400.000 ກວ່າກີບ ໂດຍຈ່າຍຄ່າກ໋ອບປີ ເອກະສານເປັນເງິນແທ້ 300.000 ກີບ, ພາຍຫຼັງໄດ້ເງິນມາແລ້ວ ກໍພາກັນເດີນທາງກັບໄປເມືອງປາກລາຍ.

ມື້ຕໍ່ມາ, ທ້າວ ບຸດເກີດ ໄດ້ໂທລະສັບຫາ ທ້າວ ໂຈ ແລະ ທ້າວ ເຈ ເພື່ອບອກໃຫ້ເອົາເງິນກີບ ແທ້ 500.000 ກີບ ມາແລກເອົາເງິນກີບປອມ 12.000.000 ກີບ; ເມື່ອໄດ້ເງິນແລ້ວກໍແບ່ງ ປັນກັນ ແລະ ໄດ້ນຳເອົາເງິນຈຳນວນດັ່ງກ່າວໄປໃຊ້ຈ່າຍຢູ່ຕາມຮ້ານຄ້າ, ຮ້ານກິນດື່ມ, ສ່ວນທ້າວ ບຸນເກີດ ກໍກັບໄປພັກເຊົາຢູ່ເຮືອນພັກບ່ອນເກົ່າ. ພໍຮອດເວລາ 13:00 ໂມງ ຂອງວັນ ທີ 19 ສິງຫາ 2020, ເຈົ້າໜ້າທີ່ຕຳຫຼວດສືບ ສວນ-ສອບສວນຄະດີອາຍາ-ເສດຖະກິດ ແລະ ປກສ ບໍລິການປະຊາຊົນ ກຸ່ມບ້ານສຸວັນນະພູມ ຈຶ່ງເຈົ້າຈັບຕົວພວກກ່ຽວທັງ 3 ຄົນ ພ້ອມຂອງກາງເງິນກີບປອມ ຈໍານວນ 20.460.000 ກີບ ທີ່ເຫຼືອຈາກການໃຊ້ຈ່າຍໄປດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.