ປກສ ເມືອງຮຸນ ສຳເລັດ ບັ້ນດຳເນີນຊີວິດການເມືອງ
ປກສ ເມືອງຮຸນ ສຳເລັດບັ້ນດຳເນີນຊີວິດການເມືອງ

ກອງບັນຊາການ ປກສ ເມືອງຮຸນ ແຂວງອຸດົມໄຊ ໄດ້ສໍາເລັດ ບັ້ນດຳເນີນຊີວິດການເມືອງ ປະຈຳປີ 2020 ໃນວັນທີ 9 ກັນຍາທີ່ຜ່ານມາ ພາຍຫຼັງດໍາເນີນເປັນເວລາ 3 ວັນ; ເປັນປະທານໂດຍ ສະຫາຍ ພັທ ບຸນຮັກ ໄຊຍະຕິ ຄະນະປະຈຳພັກເມືອງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ເມືອງຮຸນ, ເຂົ້າຮວມໂດຍ ສະຫາຍ ພັທ ກອງແກ້ວ ຫັດສະຈັນ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ; ມີຄະນະພັກ-ຄະນະບັນຊາ, ຄະນະຮັບຜິດຊອບ, ສະມາຊິກພັກ, ພະນັກງານ-ນັກຮົບທົ່ວກຳລັງປ້ອງກັນຄວາມສະຫງົບເມືອງ ເຂົ້າ ຮ່ວມ.

ປກສ ເມືອງຮຸນ ສຳເລັດບັ້ນດຳເນີນຊີວິດການເມືອງ

ຜ່ານການດຳເນີນຊີວິດການເມືອງ ປະຈຳປີ 2020 ມີສະມາຊິກພັກໄດ້ປະເພດແຂງ ຈຳນວນ 99 ສະຫາຍ ຍິງ 17 ສະຫາຍ, ເທົ່າກັບ 93,39%, ໄດ້ປະ ເພດກາງ 7 ສະຫາຍ ຍິງ 2 ສະຫາຍ ເທົ່າ ກັບ 6,60% ແລະ ຄັດເລືອກໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນໄດ້ 4 ໜ່ວຍ ເທົ່າກັບ 100%; ຈາກນັ້ນ, ໃນກອງປະຊຸມຍັງໄດ້ມີການທາບທາມເອົາພະນັກງານນໍາພາ-ຄຸ້ມຄອງແຜນຄາດກະແຕ່ປີ 2021-2025 ຂອງ ປກສ ເມືອງຕື່ມອີກ.

ປກສ ເມືອງຮຸນ ສຳເລັດບັ້ນດຳເນີນຊີວິດການເມືອງ

ພັທ ກອງແກ້ວ ຫັດສະຈັນ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນສືບຕໍ່ເຮັດສຳ ເລັດໃນໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍແຕ່ລະໄລຍະເປັນປົກກະຕິ, ເອົາໃຈໃສ່ໃນການປະສານງານຕາມສາຍ ຕັ້ງ-ສາຍຂວາງໃນການປະຕິບັດວຽກງານ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ຢູ່ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ, ປັບປຸງກົງຈັກການຈັດຕັ້ງ, ຍົກສູງວຽກງານ ການກໍ່ສ້າງພັກ-ພະນັກງານ, ໃຫ້ຍົກສູງຄວາມຮູ້ຄວາມສາມາດເຂົ້າໃສ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ມີຄວາມທັນສະໄໝວ່ອງໄວ ແລະ ດີຂຶ້ນ ເປັນກ້າວໆ.

ປກສ ເມືອງຮຸນ ສຳເລັດ ບັ້ນດຳເນີນຊີວິດການເມືອງ
ປກສ ເມືອງຮຸນ ສຳເລັດ ບັ້ນດຳເນີນຊີວິດການເມືອງ