ຍອດຜູ້ປ່ວຍຈາກໄຂ້ຍຸງລາຍໃນປະເທດລາວ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ; ຫຼ້າສຸດ, ກະຊວງສາທາລະນະສຸກ ໄດ້ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍ ມາຮອດວັນທີ 13 ກັນຍາ 2020 ເພີ່ມຂຶ້ນ 12 ກໍລະນີ; ແຕ່ໃນນີ້, ກໍລະນີຜູ້ປ່ວຍສະສົມນັບແຕ່ວັນທີ 28 ທັນວາ 2019-13 ກັນຍາ 2020 ມີ ທັງໝົດ 6.203 ກໍລະນີ ແລະ ເສຍຊີວິດ 11 ຄົນ.

ໃນນີ້, ນະຄອນຫຼວງວຽງຈັນ ຍັງຄອງອັນດັບສູງສຸດ ມີຄົນຕິດເຊື້ອພະຍາດນີ້ສະສົມ 1.457 ກໍລະນີ, ເສຍຊີວິດ 4 ຄົນ; ແຂວງວຽງຈັນ 630 ກໍລະນີ; ອັດຕະປື 307 ກໍລະນີ; ບໍລິຄຳໄຊ 706 ກໍລະນີ, ເສຍຊີວິດ 2 ຄົນ; ຄຳມ່ວນ 339 ກໍລະນີ, ເສຍຊີວິດ 2 ຄົນ; ສະຫວັນນະເຂດ 606 ກໍລະນີ, ເສຍຊີວິດ 1 ຄົນ; ສາລະວັນ 329 ກໍລະນີ; ໄຊຍະບູລີ 180 ກໍລະນີ, ເສຍຊີວິດ 1 ຄົນ; ເຊກອງ 78 ກໍລະນີ, ຫຼວງນໍ້າທາ 402 ກໍ ລະນີ; ໄຊສົມບູນ 54 ກໍລະນີ; ອຸດົມໄຊ 86 ກໍລະນີ; ຫຼວງພະບາງ 364 ກໍລະນີ; ບໍ່ແກ້ວ 622 ກໍລະນີ; ຈຳປາສັກ 29 ກໍລະນີ; ຜົ້ງສາລີ 9 ກໍ ລະນີ; ຫົວພັນ 2 ກໍລະນີ; ຊຽງຂວາງ 3 ກໍລະນີ ເສຍຊີວິດ 1 ຄົນ.

ໃນການສະກັດກັ້ນໄຂ້ຍຸງລາຍຂອງພາກສ່ວນກ່ຽວຂ້ອງ ກໍໄດ້ມີການຈັດຕັ້ງປະຕິບັດຢ່າງຕັ້ງໜ້າໄດ້ເອົາໃຈໃສ່ຕິດຕາມສໍາຫຼວດໜອນນໍ້າຢູ່ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ, ສໍາຫຼວດຄວາມໜາແໜ້ນຂອງໜອນນໍ້າຍຸງລາຍເປັນປະຈໍາ; ເອົາໃຈໃສ່ອົບຮົມພະນັກງານຂັ້ນແຂວງ ແລະ ຂັ້ນເມືອງກ່ຽວກັບການນໍາໃຊ້ເຄື່ອງຈັກພົ່ນຢາຂ້າຍຸງ, ເຊິ່ງຂະນະນີ້ ຢູ່ບັນດາແຂວງໃນທົ່ວປະເທດກໍມີການພົ່ນຢາທີ່ວ່ານີ້ແລ້ວຢູ່ບາງ ເຂດ, ສໍານັກງານອົງການ, ບ່ອນທີ່ມີຈຸດສ່ຽງສູງ ແລະ ຈັດກິດຈະກໍາປ່ອຍປາກິນໜອນນໍ້າຢ່າງເປັນຂະບວນ; ພ້ອມທັງ, ໄດ້ນໍາໃຊ້ມາດຕະການປະຕິບັດຄໍາຂວັນທີ່ວ່າບໍ່ມີໜອນນໍ້າຍຸງລາຍກໍບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ. ພ້ອມນັ້ນ, ຕ້ອງປະຕິບັດ 5 ປ ຢ່າງເຄັ່ງຄັດໃຫ້ເປັນ ປະຈໍາ ຈຶ່ງສາມາດທໍາລາຍແຫຼ່ງເພາະພັນຂອງຍຸງລາຍໄດ້ ຄື: ປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່; ປ່ຽນນໍ້າໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖາດຮອງຈອກນໍ້າ, ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ; ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນໍ້າຂັງ; ປະຕິບັດໃຫ້ ເປັນນິໄສປະຈໍາທຸກໆອາທິດແນະນໍາປ້ອງກັນ ບໍ່ໃຫ້ຍຸງກັດດ້ວຍການທາຢາກັນຍຸງ, ນອນໃນມຸ້ງ, ບໍ່ໄປໃນທີ່ສ່ຽງຄືບ່ອນທີ່ມີຄົນເປັນໄຂ້ຍຸງ ເພາະຈະຕິດຕໍ່ໄດ້ງ່າຍ.

ເຖິງຈະມີການສະກັດກັ້ນໜອນນໍ້າຍຸງລາຍ ແຕ່ຫົວທີຂອງພາກສ່ວນກ່ຽວຂ້ອງ ກໍຍັງພົບຄວາມຫຍຸ້ງຍາກພໍສົມຄວນ ເນື່ອງຈາກປະຊາຊົນຈໍານວນໜຶ່ງຍັງບໍ່ປະຕິບັດຕາມຫຼັກການ 5 ປ ທີ່ວາງອອກ, ຄຽງຄູ່ກັນນີ້, ກໍເປັນໄປໄດ້ຍາກທີ່ຈະທໍາລາຍແຫຼ່ງເພາະພັນຂອງຍຸງລາຍເພາະ ຍັງມີຫ້ວຍຮ່ອງ, ທ່ໍລະບາຍນໍ້າທີ່ ຂັງຢູ່ຕາມຖະໜົນຫົນທາງ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການກໍາຈັດ.

ຢ່າງໃດກໍຕາມ, ຖ້າຢາກສະກັດກັ້ນ, ຕ້ານ ແລະ ແກ້ໄຂ ບັນຫາໜອນນໍ້າຍຸງລາຍໄດ້ດີກວ່ານີ້, ພາກສ່ວນກ່ຽວຂ້ອງກໍຕ້ອງເພີ່ມທະວີວຽກ ງານໂຄສະນາຫຼາຍຊ່ອງທາງໃຫ້ທົ່ວເຖິງພໍ່-ແມ່ປະຊາຊົນ ເພື່ອໃຫ້ຮັບຮູ້ໄດ້ຜົນຮ້າຍຈາກຍຸງລາຍ. ໂດຍສະເພາະແມ່ນສົມທົບກັບອໍານາດການປົກ ຄອງບ້ານໂຄສະນາຜ່ານທາງໂທລະໂຄ່ງ ເປັນປະຈໍາເພື່ອປຸກລະດົມໃຫ້ພໍ່-ແມ່ປະຊາຊົນແຕ່ລະເຮືອນພາຍໃນບ້ານປະຕິບັດຕາມຫຼັກການ 5 ປ; ຄວນປ້ອງກັນແຕ່ຫົວທີເພາະໄຂ້ ຍຸງລາຍລະບາດຢູ່ໃນໄລຍະລະດູຝົນ ກໍຕ້ອງມີການຈັດກິດຈະກໍາຍ້ອມມຸ້ງໃຫ້ປະຊາຊົນ, ພົ່ນຢາຂ້າຍຸງຢູ່ຈຸດທີ່ມີຄວາມສ່ຽງ ແລະອື່ນໆ.

ສໍາລັບ, ວິທີສັງເກດອາການຂອງໄຂ້ຍຸງລາຍມີດັ່ງນີ້; ຖ້າຜູ້ໃດມີໄຂ້ຂຶ້ນສູງ 2-3 ວັນ, ປວດຫົວ, ປວດບໍລິເວນຂອບຕາ, ປວດກ້າມຊີ້ນ, ປວດຕາມຂໍ່ກະດູກ, ປວດຮາກ, ຜື່ນແດງຕາມຜິວໜັງ, ເລືອດຊຶມຕາມເຍື່ອເມືອກ, ຖ້າມີອາການດັ່ງກ່າວນີ້ ແມ່ນໃຫ້ໄປໂຮງໝໍດ່ວນ ແລະ ບໍ່ຄວນຊື້ຢາມາກິນ ໂດຍບໍ່ຜ່ານການກວດກາຫາເຊື້ອພະຍາດ ຈາກທ່ານໝໍຖ້າປ່ອຍໃຫ້ເປັນເວລາດົນໄຂ້ແຮງ ເກີດມີອາການຊ໋ອກປິ່ນປົວບໍ່ທັນເຖິງຂັ້ນເສຍຊີວິດ.

ໃນການສະກັດກັ້ນ ຢ່າງມີປະສິດທິພາບນັ້ນ, ອາໃສແຕ່ພາກສ່ວນທີ່ກ່ຽວຂ້ອງກໍຍັງເປັນໄປໄດ້ຍາກ; ສະນັ້ນ, ພໍ່-ແມ່ປະຊາຊົນທຸກຊັ້ນຄົນໃນ ສັງຄົມຄວນເປັນເຈົ້າການຮ່ວມກັນປະຕິບັດລະບຽບຫຼັກການທີ່ກໍານົດໄວ້ຢ່າງເຄັ່ງຄັດ, ເຊື່ອແນ່ວ່າຖ້າແຕ່ລະຄອບຄົວປ້ອງກັນໄດ້ດີບ້ານກໍມີ ຄວາມປອດໄພ ແລະ ເມືອງກໍບໍ່ມີໄຂ້ຍຸງລາຍເກີດຂຶ້ນຢ່າງແນ່ນອນ.