ວສປ ມອບໃບປະກາສະນີຍະບັດໃຫ້ນັກສຶກສາ 2 ລະບົບ

0
1262

ວິທະຍາຄານ ສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ຈັດພິທີມອບໃບປະກາສະນີຍະບັດ ໃຫ້ນັກສຶກສາ 2 ລະບົບ ຄື: ລະບົບປະລິນຍາໂທ ຮຸ່ນທີ X ແລະ ນັກສຶກສາປະລິນຍາຕີ ລະບົບຕໍ່ເນື່ອງ ຮຸ່ນທີ 16/2 ຈໍານວນ 192 ຍິງ 11 ສະ ຫາຍ ທີ່ສໍາເລັດການສຶກສາ, ໃນວັນທີ 16 ກັນຍາ 2020 ເຂົ້າຮ່ວໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີ ພັອ ວັນສົມ ສີສົມບັດ ອຳນວຍ ການວິທະຍາຄານ ສັນຕິບານປະຊາຊົນ ພ້ອມດ້ວຍບັນດາຄະນະພັກ-ຄະນະບັນຊາ, ຄູ-ອາຈານ ແລະ ນັກສຶກສາ ທັງ2 ລະບົບເຂົ້າຮ່ວມ.

ພັອ ປອ ບຸນນ້ອມ ໄຊຍະພູມ ຮອງອໍານວຍການວິທະຍາຄານ ສັນຕິບານປະຊາຊົນ  ກ່າວວ່າ: ນັກສຶກສາປະລິນຍາໂທ ຮຸ່ນທີ X  ມີນັກສຶກສາ ຈຳນວນ 39 ສະຫາຍ  ໃຊ້ເວລາຮຽນ 2 ປີ  ໄດ້ເລີ່ມຮຽນມາແຕ່ວັນທີ 24 ກັນຍາ 2018 -24 ກັນຍາ 2020 ລວມມີ 25 ວິຊາ, 4 ພາກວິຊາ,  65 ໜ່ວຍກິດ, ມີຈຳນວນ 1.072 ຊົ່ວໂມງ ຄື: ພາກຄວາມຮູ້ທົ່ວໄປ, ພາກວິຊາບັງຄັບ, ພາກວິຊາເລືອກເຟັ້ນ ແລະ ໄດ້ຂຽນບົດວິ ທະຍາສາດ, ບົດວິທະຍານິພົນຈົບຊັ້ນ ພ້ອມທັງ ມີການຈັດຕັ້ງປ້ອງກັນບົດໃນ 3 ຂັ້ນ ຄື: ປ້ອງກັນໂຄງຮ່າງບົດຮັບຮອງຫົວຂໍ້, ປ້ອງກັນຂັ້ນວິຊາການ ແລະ ປ້ອງກັນຮັບຮອງຈົບຊັ້ນ ຢ່າງເປັນທາງການ ຕາມລະບຽບຄົ້ນຄວ້າວິທະຍາສາດ ຂອງກະຊວງສຶກສາທິການ ແລະ ກິລາວາງອອກ ສາມາດຕີລາຄາໝາກຜົນການປ້ອງກັນບົດຈົບຊັ້ນໃນຈຳນວນ 39 ຫົວ ຂອງ 39 ສະຫາຍ ສາມາດບັນລຸໄດ້ ຄະແນນສູງສຸດ 9,49 ຄະແນນ ແລະ ຕໍ່າສຸດ 9,40 ຄະແນນ

ສ່ວນ ນັກສຶກສາປະລິນຍາຕີ ຕໍ່ເນື່ອງ ຮຸ່ນທີ 16/2 ມີນັກສຶກສາ ຈໍານວນ 153 ສະຫາຍ ຍິງ 11 ສະຫາຍ ໃຊ້ໄລຍະເວລາ 2 ປີ ມີ 4 ພາກຮຽນ ແບ່ງເປັນ 3 ໄລຍະ ຄື: ໄລຍະທີ 1. ຮຽນຮູ້ກ່ຽວກັບພາກຄວາມຮູ້ທົ່ວໄປ ແລະ ຄວາມຮູ້ວິຊາບັງຄັບ, ໄລຍະ  2. ຮຽນຮູ້ພາກທິດສະດີ ວິຊາສະເພາະ ແລະ ລົງເລິກ 5 ຂະແໜງການ ວິຊາສະເພາະ ແລະ ໄລຍະທີ 3. ການລົງຝຶກຫັດຕົວຈິງ ຂອງນັກສຶກສາ ເຊິ່ງໄດ້ລົງຝຶກຫັດ ຢູ່ກອງບັນຊາການ ປກສ ແຂວງຊຽງຂວາງ ເປັນເວລາ 4 ເດືອນ ເພື່ອເກັບກຳຂໍ້ມູນ ແລະ ຂຽນບົດໂຄງການຈົບຊັ້ນ. ຜ່ານການຈັດຕັ້ງປ້ອງກັນບົດຈົບຊັ້ນ ຂອງນັກສຶກສາຮຸ່ນທີ 16/2 ສາມາດຈັດປະເພດ ຄະແນນດີເດັ່ນ ເກຼດ A ມີ 86 ສະຫາຍ ຍິງ 6 ສະຫາຍ ເທົ່າກັບ 53,59%, ເກຼດ B+ ມີ 66 ສະຫາຍ ຍີງ 5 ສະຫາຍ ເທົ່າກັບ 43,13% ແລະ ເກຼດ B ມີ 5 ສະຫາຍ ເທົ່າກັບ 3,26%  ສາມາດບັນລຸຄາດໝາຍ ໄດ້ 100%.

ໃນພິທິ, ໄດ້ມອບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳເລັດການສຶກສາ ທັງ 2 ລະບົບ ຈຳນວນ 192 ສະຫາຍ ແລະ ມອບໃບຍ້ອງຍໍ ຂັ້ນກົມໃຫຍ່ການເມືອງ ຈຳນວນ 35 ສະຫາຍ ຍິງ 5 ສະຫາຍ, ຍ້ອງຍໍຂັ້ນ ວສປ ມີ 85 ສະຫາຍ ຍິງ 4 ສະຫາຍ, ພ້ອງທັງ ປະກາດການເລື່ອນຊັ້ນ ໃຫ້ນາຍຕຳຫຼວດທີ່ສຳເລັດການສຶກສາ ຈຳນວນ 17 ສະຫາຍ, ໃນນີ້ ຊັ້ນພັນຕີ ຂຶ້ນພັນໂທ 1 ສະຫາຍ, ຮ້ອຍເອກ ຂຶ້ນພັນຕີ 6 ສະຫາຍ, ຮ້ອຍໂທ ຂຶ້ນຮ້ອຍເອກ 10 ສະຫາຍ ແລະ ປະ ດັບຊັ້ນຮ້ອຍໂທ ຈຳນວນ 7 ສະຫາຍ ຍິງ 2 ສະຫາຍ ໃຫ້ກຽດປະດັບຊັ້ນ ໂດຍ ພົວຈ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການ ເມືອງ ປກສ.