ປກສ ເມືອງຜາໄຊ ເຊື່ອມຊຶມມະຕິ X

0
1022

ວັນທີ 15 ກັນຍາ ຜ່ານມາ, ກອງບັນຊາການ ປກສ  ເມືອງຜາໄຊ ແຂວງຊຽງຂວາງ ໄດ້ຈັດຕັ້ງເຊື່ອມຊຶມມະຕິ X ຂອງຄະນະບໍລິຫານງານສູນກາງພັກ, ເຜີຍແຜ່ໂດຍ ທ່ານ ບຸນມາ ສຸຍະວົງ ເລຂາພັກເມືອງ ເຈົ້າເມືອງຜາໄຊ, ມີ ພັທ ຄໍາຝົນ ກິ່ງດາລາ ກຳມະການພັກເມືອງ ຫົົວໜ້າກອງບັນຊາການ ປກສ ເມືອງຜາໄຊ  ພ້ອມດ້ວຍຄະນະກອງບັນຊາການ, ຫົວໜ້າ-ຮອງພະແນກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ໃນພິທີ, ທ່ານ ບຸນມາ ສຸຍະວົງ ໄດ້ເຜີຍແຜ່ມະຕິ X ຂອງຄະນະບໍລິຫານງານສູນກາງພັກ, ເຊິ່ງກອງປະຊຸມໃນຄັ້ງນັ້ນ ໄດ້ຄົ້ນຄວ້າປຶກສາຫາລືບັນຫາສຳຄັນຄື:ການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ X ຕິດພັນກັບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ເງິນຕາ ປະຈຳໄຕມາດ I ສົກປີ 2020 ແລະ ທິດທາງໃນຕໍ່ໜ້າ, ຜ່ານຮ່າງບົດລາຍງານການເມືອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້າ, ຮ່າງແຜນພັດທະນາເສດຖະກິດແຫ່ງຊາດ 5 ປີ ຄັ້ງທີ IX ປີ 2021-2025, ການປັບປຸງກົດລະບຽບພັກ ແລະ ທິດປັບປຸງກົງຈັກລັດຖະບານ.

ໃນໂອກາດດັ່ງກ່າວນີ້, ຍັງໄດ້ຜ່ານຂໍ້ຕົກລົງ ເລກທີ 2806/ກມປສ, ລົງວັນທີ 6 ສິງຫາ 2020 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຊຽງຂວາງ, ໃນນັ້ນ ເລື່ອນຊັ້ນຮ້ອຍຕີ ຂຶ້ນຮ້ອຍໂທ 1 ສະຫາຍ ແລະ ວາທີ ຂຶ້ນຮ້ອຍຕີ 1 ສະ ຫາຍ, ໃຫ້ກຽດປະດັບຊັ້ນ ໂດຍ ພັທ ຄໍາຝົນ ກິ່ງດາລາ ຫົົວໜ້າກອງບັນຊາການ ປກສ ເມືອງຜາໄຊ.