ວສປ ເປີດບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2020

0
861

ວັນທີ 17 ກັນຍາ 2020, ວິທະຍາຄານສັນຕິບານປະຊາຊົນ ( ວສປ ) ກະຊວງ ປກສ ໄດ້ເປີດບັ້ນດຳເນີນຊີວິດການເມືອງ ປະຈໍາປີ 2020,ມີສະຫາຍ ພັອ ປອ ວັນສົມ ສີສົມບັດ ອໍານວຍການວິທະຍາຄານສັນຕິບານປະຊາ ຊົນ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ສະມາຊິກພັກ ເຂົ້າຮ່ວມ.

ການເປີດບັ້ນດໍາເນີນຊີວິດການເມືອງຄັ້ງນີ້ ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການຈັດ​ຕັ້ງ​ຮາກ​ຖານ​ພັກ, ກົມ​ກອງ ແລະ ສະມາຊິກ​ພັກ, ນາຍ​ແລະພົນ​ຕຳຫຼວດ, ​ເພີ່ມ​ທະວີ​ບົດບາດ​ຄວາມ​ສາມາດ​ນຳພາ-ບັນຊາ ຂອງ​ຄະນະ​ພັກ​ແຕ່ລະ​ຂັ້ນ​ຕໍ່ວຽກງານວິຊາສະເພາະ ​ເພື່ອເຮັດ​ສຳ​ເລັດໜ້າທີ່​ການ​ເມືອງ​ຂອງ​ຕົນ​ ຕາມ​ແນວທາງ​ຂອງ​ພັກ, ພ້ອມທັງ ​ເປັນ​ການ​ກວດກາ-ຕີ​ລາຄາ​ຄືນການ​ຊີ້​ນຳ-ນຳພາ ຂອງ​ຄະນະ​ພັກ​ແຕ່ລະ​ຂັ້ນ ​ໃນ​ການ​ເຄື່ອນ​ໄຫວ​ກໍ່ສ້າງໜ່ວຍພັກ​ປອດ​ໃສ, ​ເຂັ້ມ​ແຂງ, ​ໜັກ​ແໜ້ນ, ​ເປັນ​ການ​ກວດກາ, ຕີ​ລາຄາ-​ແບ່ງ​ປະ​ເພດ​ຄຸນ​ນະພາ​ບຂອງ​ຮາກ​ຖານ​ພັກ, ກົ​ມກອງ, ສະ ມາຊິກ​ພັກ-ນາຍ ແລະພົນ​ຕຳຫຼວດ ​ເພື່ອ​ເປັນ​ພື້ນຖານ​ໃນ​ການ​ປັບປຸງ​ກົງຈັກ​ການຈັດ​ຕັ້ງ​ຂັ້ນ​ຕ່າງໆ ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ, ຮັບປະກັນ​ການຈັດ​ຕັ້ງປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍຂອງ​ລັດ​ ກໍຄື​ແຜນການ​ຂອງ​ຂັ້ນ​ເທິງ​ໃນ​ແຕ່ລະ​ໄລຍະ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

ໃນພິທີ, ພັອ ວັນສົມ ສີສົມບັດ ໄດ້ເຜີຍແຜ່ບັນດາເອກະສານສຳຄັນຕ່າງໆ ເປັນຕົ້ນແມ່ນ ຄຳສັ່ງແນະນຳຂອງຄະນະບໍລິຫານງານພັກກະຊວງ ປກສ ສະບັບເລກທີ 03/ຄພ.ປກສ, ລົງວັນທີ 12 ພະຈິກ 2018 ວ່າດ້ວຍການເພີ່ມທະ ວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນກຳລັງປ້ອງກັນຄວາມສະຫງົບ, ຄໍາສັ່ງແນະນຳຂອງກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ສະບັບເລກທີ 3791/ກມປສ,ລົງວັນທີ 28 ພະຈິກ 2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງແນະນໍາ ຂອງຄະນະບໍລິຫານງານພັກ ກະຊວງ ປກສ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນກຳລັງປ້ອງກັນຄວາມສະຫງົບ ແລະ ເອກະສານທີ່ກ່ຽວ ຂ້ອງ ຈໍານວນໜຶ່ງ ພ້ອມທັງແນະນຳວິທີການຂຽນບົດສຳຫຼວດ.