ວຕປ ປ້ອງກັນວິທະຍານິພົນ ປະລິນຍາໂທ ຮຸ່ນທີ XI

0
1478

ວິທະຍາຄານຕໍາຫຼວດປະຊາຊົນ ( ວຕປ ) ກະຊວງ ປກສ ໄດ້ຈັດພິທີປ້ອງກັນຈົບຊັ້ນວິທະນານິພົນ ຂອງນັກສຶກສາ ປະລິຍາໂທ ຮຸ່ນທີ XI ໃນວັນທີ 17 ກັນຍາ 2020, ເປັນປະທານໂດຍ ພັອ ປອ ໂອໃດ ທິລັນດາ ຫົວໜ້າຫ້ອງຄຸ້ມຄອງຫຼັກສູດການສຶກສາ ວິທະຍາຄານຕໍາຫຼວດ ປະ ຊາຊົນ, ມີຄະນະກໍາມະການ, ອາຈານທີ່ປຶກສາ, ແຂກຮັບເຊີນ ແລະ ນັກສຶກສາ ເຂົ້າຮ່ວມ.

ການປ້ອງກັນຈົບຊັ້ນວິທະຍານິພົນ ຂອງນັກສຶກສາ ປະລິຍາໂທ ຮຸ່ນທີ XI ມີຈໍານວນ 34 ຫົວຂໍ້ ແລະ ໄດ້ເລີ່ມປ້ອງກັນ ມາແຕ່ວັນທີ 4 ກໍລະ ກົດ 2020 ເປັນຕົ້ນມາ ແລະ ໄດ້ປ້ອງກັນສໍາເລັດແລ້ວ 22 ຫົວຂໍ້, ສະເພາະມື້ນີ້ ແມ່ນສືບຕໍ່ໄດ້ປ້ອງກັນຕື່ມອີກ ຈໍານວນ 3 ຫົວຂໍ້ ຄື: ຫົວຂໍ້ ຍົກສູງຄຸນນະພາບ ການດໍາເນີນຍຸດທະວິທີເອົາຄໍາໃຫ້ການຜູ້ຖືກຫາ ໃນຄະດີຊີງຊັບພົນລະເມືອງ ຢູ່ນະຄອນຫຼວງວຽງຈັນ ນໍາສະເໜີໂດຍ ພັທ ຂັນແກ້ວ ຜາສຸກ, ຫົວຂໍ້ ຍົກສູງຄຸນນະພາບວຽກງານຄຸ້ມຄອງເປົ້າໝາຍຂອງ ປກສ ກຸ່ມບ້ານ ຢູ່ນະຄອນຫຼວງວຽງຈັນ ນໍາສະເໜີໂດຍ ພັທ ສໍາລານ ຂັນໄຊຍະ ແລະ ຫົວຂໍ້ ຍົກສູງຄຸນນະພາບວຽກງານສືບສວນ-ສອບສວນຄະດີອາຍາ ຢູ່ແຂວງຫົວພັນ ນໍາສະເໜີໂດຍ ພັທ ກຸ່ຍ ຄໍາວົງໄຊ.

ຜ່ານ​ການ​ປ້ອງ​ກັນ​ບົດ. ປະ​ທານ, ​ຄະນະກໍາມະການ ​ແລະ​ ອາຈານ​ທີ່​ປຶກສາ ​ໄດ້​ສັງ​ລວມຫຍໍ້​ບັນດາ​ຄໍາ​ຄິດ​ເຫັນ, ພ້ອມ​ທັງ​ ຕັ້ງ​ຄໍາ​ຖາມ​ເຈາະ​ຈີ້ມ ​ເພື່ອ​ໃຫ້​ນັກ​ສຶກສາ​ໄດ້​ຕອບ ທັງ​ເປັນ​ການ​ຊ່ວຍໃຫ້​ນັກ​ສຶກສາ​​ເຂົ້າ​ໃຈ​ຕື່ມ​ກັບ​ຫົວ​ຂໍ້ ​ແລະ ​ເນື້ອ​ໃນ​ບົດຕື່ມອີກ, ການປ້ອງກັນຈົບຊັ້ນວິທະນານິ ພົນ​ຄັ້ງນີ້ ​ເຫັນ​ໄດ້​ວ່າ ນັກ​ສຶກສາ​ໄດ້​​ເອົາ​ໃຈ​ໃສ່ໃນ​ການ​ຄົ້ນ​ຄວ້າ,​ຊອກ​ຫາ​ຂໍ້​ມູນ​ ເພື່ອ​ກະກຽມປ້ອງ​ກັນ ລວມທັງ​ການ​ຕອບ​ຄໍາ​ຖາມຂອງ​ຄະນະ​ກໍາມະການໄດ້​ຢ່າງ​ລະອຽດຄົບ​ຖ້ວນ, ​ໂດຍ​ອີງ​ຕາມຂໍ້​ມູນ​ຄວາມ​ຈິງ ທີ່​ຕົນ​ເອງ​ໄດ້​ຄົ້ນ​ຄວ້າ ​ເພື່ອ​ເຮັດ​ໃຫ້ບົດ​ວິທະນານິພົນ​ ສົມບູນຄົບ​ຖ້ວນ, ​ສາມາດນໍາ​​ເອົາ​ຄວາມ​ຮູ້,​ຄວາມ​ສາມາດ​ທີ່​ໄດ້​ສຶກສາຮໍ່າຮຽນມາ ປະກອບສ່ວນ​ເຂົ້າ​ໃນໜ້າທີ່​ວຽກງານໃນ​ກົມ​ກອງ​ຂອງ​ຕົນ ໃຫ້ໄດ້ຮັບປະສິດ ທິຜົນ.