ທໍາລາຍຜັກບົ່ວໃບ ນໍາເຂົ້າຜິດກົດໝາຍ ໜັກ 1.060 ກິໂລ

0
982

ວັນທີ 16 ກັນຍາ ທີ່ຜ່ານມາ, ພະແນກຕໍາຫຼວດປ້ອງກັນເສດຖະກິດ, ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ພະແນກອຸດສາຫະກໍາການຄ້າ ນະຄອນຫຼວງວຽງຈັນ ທໍາລາຍສິນຄ້າຫ້າມນໍາເຂົ້າ ທີ່ຜິດກົດໝາຍ ( ປະເພດຜັກ ) ລວມນໍ້າໜັກ 1.060 ກິໂລກຼາມ,ໂດຍ ມີ ພັທ ຄໍາພອນ ພົມມະຈັນ ຮັກສາການຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ພ້ອມພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ຄໍາພອນ ພົມມະຈັນ ໄດ້ໃຫ້ຮູ້ວ່າ: ໃນເວລາປະມານ 16:00 ໂມງຂອງວັນທີ 15 ກັນຍາ 2020, ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະ ກິດ ໄດ້ຮັບການລາຍງານວ່າ ມີລົດຕູ້ ສີຂາວ ໝາຍເລກທະບຽນ ກລ 8364 ກຳແພງນະຄອນ ໄດ້ແກ່ສິນຄ້າ ປະເພດຜັກ ມາຈາກປະເທດເພື່ອນບ້ານ ໂດຍການຂົນສົ່ງມາທາງເຮືອ ຢູ່ເຂດບ້ານທ່າພະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ຈາກນັ້ນ, ຈຶ່ງໄດ້ອອກຕິດຕາມກວດກາ ພົບເຫັນລົດຄັນດັ່ງກ່າວ ມຸ່ງໜ້າໄປທາງເຂດບ້ານທ່ານາ (ບໍ່ໂອ) ເມືອງຫາດຊາຍຟອງ ,ຜ່ານການກວດກາ ພົບເຫັນສິນຄ້າ ປະເພດຜັກບົ່ວໃບ ຈໍານວນ 53 ເປົາ, ນໍ້າໜັກ 1.060 ກິໂລກຼາມ ທີ່ບໍ່ມີເອກະສານອະນຸຍາດ ຈາກພາກສ່ວນກ່ຽວຂ້ອງ ແລະ ເປັນການນໍາເຂົ້າທີ່ບໍ່ຖືກຕ້ອງຕາມລະ ບຽບກົດໝາຍ.

ຈຶ່ງໄດ້ກັກລົດ ແລະ ຢຶດສິນຄ້າດັ່ງກ່າວ ມາທໍາລາຍຖິ້ມ ເພື່ອປະຕິບັດຕາມຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 51 /ນຍ, ລົງວັນທີ 30/8/2019 ວ່າດ້ວຍການສົ່ງເສີມການຜະລິດ ຊົມໃຊ້ຜະລິດຕະພັນຢູ່ພາຍໃນ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ເພື່ອປ້ອງກັນ ແລະ ສະກັດກັ້ນ ບໍ່ໃຫ້ປະຊາຊົນລາວບໍລິໂພກ ເນື່ອງຈາກຜັກດັ່ງກ່າວ ບໍ່ໄດ້ຮັບການກວດກາ ຫາສານເຄມີປົນເປື້ອນເກີນມາດ ຕະຖານກໍານົດຫຼືບໍ່? ທັງນີ້, ເພື່ອຄວາມປອດໄພຂອງຜູ້ບໍລິໂພກ ຈຶ່ງເຫັນຄວນຢຶດສິນຄ້າດັ່ງກ່າວມາທໍາລາຍຖິ້ມ. ສ່ວນເຈົ້າຂອງຜັກ ແລະ ລົດ ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ໄດ້ເຮັດບົດບັນທຶກ ສຶກສາອົບຮົມກ່າວເຕືອນ ແລະ ປັບໃໝຕາມລະບຽບກົດໝາຍ.