ທ້າວ ສາຍພອນ ຫຼື ໂຕ້ ອາຍຸ 40 ປີ ບ້ານຂຸນຕາທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ຖືກເຈົ້າໜ້າທີ່ກອງຄະດີອາຍາ ເມືອງໄຊເສດຖາ ດໍາເນີນຄະດີ ພາຍຫຼັງທີ່ຜູ້ກ່ຽວລົງມືກໍ່ເຫດຍັກຍອກຊັບພົນລະເມືອງ (ບໍລິສັດ ພີແອນພີ) ຜົນເສຍຫາຍ 1.243.558 ບາດ.

ເຈົ້າໜ້າທີ່ກອງຄະດີອາຍາ ເມືອງໄຊເສດຖາ ເປີດເຜີຍໃນອາທິດຜ່ານມາໃຫ້ຮູ້ວ່າ: ຜ່ານການ ສອບສວນ ທ້າວ ສາຍພອນ ຮັບສາລະພາບວ່າ: ໄດ້ຮຽນຈົບບັນຊີບໍລິຫານທຸລະກິດ ຊັ້ນກາງ ໃນປີ 2000 ພາຍຫຼັງທີ່ຮຽນຈົບແລ້ວ ໄດ້ຊອກເຮັດວຽກຢູ່ນໍາບໍລິສັດເອກະຊົນ. ແຕ່ບໍ່ມີບັນ ຫາຫຍັງ; ພໍຮອດວັນທີ 7 ກັນຍາ 2018, ຜູ້ກ່ຽວແມ່ນໄດ້ເຂົ້າໄປເຮັດວຽກຢູ່ບໍລິສັດ ພີແອນພີ ອິນເຕີເນັດດິ້ງ ຈໍາກັດຜູ້ດຽວ ຕັ້ງຢູ່ບ້ານໂພນສະອາດ ເມືອງໄຊເສດຖາ ໄດ້ເງິນເດືອນ 2.300.000 ກີບ, ເຊິ່ງບໍລິສັດດັ່ງກ່າວ ເປັນບໍລິສັດຂາຍ-ຈໍາໜ່າຍເຄື່ອງ ໃຊ້ໄຟຟ້າ ແລະ ເຄື່ອງນໍ້າປະປາ ໃຫ້ລູກຄ້າຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ. ພາຍຫຼັງທີ່ເຂົ້າໄປເຮັດວຽກຢູ່ບໍລິສັດດັ່ງກ່າວແລ້ວ ຜູ້ກ່ຽວແມ່ນໄດ້ຮັບການມອບ ໝາຍໃຫ້ເປັນການຕະຫຼາດຊອກລູກຄ້າຢູ່ຕ່າງແຂວງ ເຊັ່ນ: ແຂວງບໍລິຄໍາໄຊ, ແຂວງຫຼວງພະບາງ, ແຂວງຫົວພັນ ແລະ ແຂວງຜົ້ງສາລີ ເມື່ອຊອກລູກຄ້າໄດ້ແລ້ວ ກໍໄດ້ຈົດບັນທຶກລາຍການສິນຄ້າທີ່ລູກຄ້າຕ້ອງການໄປໃຫ້ທາງບໍລິສັດ ແລ້ວບໍລິສັດຈະຈັດສົ່ງສິນຄ້າໃຫ້ລູກຄ້າເອງ ໂດຍສະເພາະແມ່ນຕູ້ເຢັນ, ຕູ້ຊັກຜ້າ, ໂທລະພາບ ແລະອື່ນໆ; ສ່ວນການຊໍາລະຄ່າສິນຄ້ານັ້ນ ທ້າວ ສາຍພອນ ແມ່ນໄດ້ ເອົາເລກບັນຊີຂອງບໍລິສັດໃຫ້ລູກຄ້າ ເພື່ອໂອນເງິນເຂົ້າບັນຊີຂອງບໍລິສັດເລີຍ ແລະ ຜູ້ກ່ຽວກໍບໍ່ມີສິດເກັບເງິນນໍາລູກຄ້າແຕ່ຢ່າງໃດ.

ມາຮອດປະມານເດືອນເມສາ ຫາ ເດືອນພຶດສະພາ ປີ 2019, ຜູ້ກ່ຽວມີບັນຫາທາງດ້ານການເງິນ ເນື່ອງຈາກວ່າຕິດເກມເຕະບານ ເຮັດໃຫ້ຕິດໜີ້ພະນັນບານ ຜູ້ກ່ຽວຈຶ່ງໄດ້ລັກເກັບເອົາ ເງິນຄ່າສິນຄ້າຈາກລູກຄ້າ ແລ້ວເອົາໄປໃຊ້ໜີ້, ຫຼິ້ນເກມ ແລະ ໃຊ້ຈ່າຍສ່ວນຕົວໂດຍບໍ່ບອກ ທາງບໍລິສັດ ພີແອນພີ ດ້ວຍຮູບການ ແລະ ວິທີການ ຄື: ໄດ້ລັກທວງຖາມເກັບເອົາເງິນໜີ້ເກົ່ານໍາລູກຄ້າ ໂດຍການເອົາເລກບັນຊີຂອງຜູ້ກ່ຽວໃຫ້ ແລະ ເວົ້າຕໍ່ລູກຄ້າວ່າ: (ຈ່າຍເງິນໃຫ້ຂ້ອຍກະໄດ້ແລ້ວສິໄປຖອກບໍລິສັດເອງ) ພາຍຫຼັງໄດ້ເງິນແລ້ວ ຜູ້ກ່ຽວກໍເອົາເງິນຈໍານວນດັ່ງກ່າວໄປຫຼິ້ນເກມ ແລະ ໃຊ້ຈ່າຍສ່ວນຕົວຈົນໝົດ, ເຊິ່ງຜູ້ກ່ຽວໄດ້ເຄື່ອນໄຫວໃນຮູບການແບບເກົ່າມາຈໍານວນຫຼາຍຄັ້ງ ບໍ່ສາມາດຈື່ໄດ້ສະເລ່ຍແລ້ວ ໄດ້ລັກເອົາເງິນຄັ້ງລະ 7.000 ຫາ 114.000 ບາດ ທັງໝົດ 14 ຮ້ານ ລວມມູນຄ່າເສຍຫາຍທັງໝົດ 1.243. 558 ບາດ ກັບ ເງິນກີບ ຈໍານວນ 8.698.000 ກີບ.

ເດືອນທັນວາ ປີ 2019, ທາງບໍລິສັດ ພີແອນພີ ສາມາດກວດຮູ້ວ່າ: ຜູ້ກ່ຽວໄດ້ເກັບເອົາເງິນຄ່າສິນຄ້າຈາກລູກຄ້າ ໄປໃຊ້ຈ່າຍສ່ວນຕົວຈົນໝົດ ໂດຍທີ່ບໍ່ໄດ້ບອກທາງບໍລິສັດ ແລະ ບໍ ລິສັດ ຈຶ່ງໄດ້ໄລ່ລຽງເງິນທີ່ຂາດຫາຍນັ້ນຄືນ ພ້ອມທັງນໍາຕົວຜູ້ກ່ຽວໄປສອບຖາມ ແລະ ທ້າວ ສາຍພອນ ກໍຍອມຮັບວ່າ: ໄດ້ລັກເກັບເອົາເງິນຈໍານວນດັ່ງກ່າວແທ້ ແລະ ຍອມຮັບໃຊ້ຮັບແທນເງິນດັ່ງກ່າວ ຕາມຄວາມສາມາດຂອງຕົນຄື: ພາຍໃນ 5 ປີ ໃຫ້ໝົດ ແຕ່ທາງບໍລິສັດ ພີແອນພີ ບໍ່ສາມາດຮັບຂໍ້ສະເໜີຂອງຜູ້ກ່ຽວໄດ້ ຈຶ່ງໄດ້ຍື່ນຄໍາຮ້ອງຟ້ອງຕໍ່ເຈົ້າໜ້າທີ່ ເພື່ອຄົ້ນຄວ້າ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ ໃນວັນທີ 30 ມິຖຸນາ 2020 ທີ່ຜ່ານມາ.

ເຈົ້າໜ້າທີ່ ຍັງໃຫ້ຮູ້ຕື່ມອີກວ່າ: ການກະທໍາດັ່ງກ່າວຂອງ ທ້າວ ສາຍພອນ ເປັນເຫດເຮັດ ໃຫ້ຊັບສິນຂອງບໍລິສັດ ໄດ້ຮັບການເສຍຫາຍຢ່າງຫຼວງຫຼາຍ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມ ສະຫງົບ ເຫັນວ່າ: ທ້າວ ສາຍພອນ ຫຼື ໂຕ້ ກະທໍາຜິດໃນຂໍ້ກ່າວຫາ: ການຍັກຍອກຊັບ ໃນມາດຕາ 234 ຂອງປະມວນກົດໝາຍອາຍາແຫ່ງ ສປປ ລາວ.